5 ອາຫານຊ່ວຍຫຼຸດ “ ຜົນຂ້າງຄຽງ ” ຫຼັງສັກວັກແຊັງ “ ໂຄວິດ – 19 ”

854

ຜົນຂ້າງຄຽງຈາກການສັກວັກແຊັງເປັນເລື່ອງປົກກະຕິທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນ ບໍ່ວ່າຈະເປັນວັກແຊັງຊະນິດໃດ ໂດຍອາການທີ່ພົບເຫັນໄດ້ທົ່ວໄປມີຕັ້ງແຕ່ປວດແຂນບໍລິເວນທີ່ສັກ ປວດຫົວ ມີໄຂ້ ປວດເມື່ອຍຕົນຕົວ ຫຼື ອ່ອນເພຍ ແລະ ອາດມີອາການໄປໄດ້ປະມານ 2 – 3 ມື້ ຈະຄ່ອຍໆເຊົາໄປເອງ ແຕ່ຫາກທ່ານບໍ່ຢາກມີອາການຕ່າງໆເຫຼົ່ານີ້ ຫຼື ຢາກຫຼຸດຄວາມຮຸນແຮງລົງ ລອງກິນອາຫານທີ່ຊ່ວຍບັນເທົາອາການທີ່ມາຈາກຜົນຂ້າງຄຽງຫຼັງສັກວັກແຊັງ.

May be an image of food and text

1 ຂີ້ໝິ້ນ

ຂີ້ໝິ້ນເປັນເຄື່ອງເທດຈາກອິນເດຍ ທີ່ສາມາດຫາໄດ້ໃນບ້ານເຮົາເຊັ່ນກັນ ຂີ້ໝິ້ນມີສານຕ້ານແບັກທີເຣຍ ຕ້ານໄວຣັສ ຕ້ານອາການອັກເສບ ໃຊ້ເປັນຢາແກ້ປວດ ແລະ ມີຄຸນສົມບັດຕ້ານເຊື້ອຣາໄດ້ອີກ. ນອກຈາກນີ້, ຂີ້ໝິ້ນຍັງສາມາດເພີ່ມການເຮັດວຽກຂອງລະບົບພູມຄຸ້ມກັນ ໂດຍສານເຄີຄິວມິນອຍ ແລະ ນ້ຳມັນສະກັດຈາກຂີ້ໝິ້ນທີ່ອຸດົມໄປດ້ວຍສານໂມໂນເທີພີນ ເປັນສານທີ່ອອກລິດຊ່ວຍປິ່ນປົວສຸຂະພາບໂດຍລວມຂອງຮ່າງກາຍໄດ້ອີກ.

May be an image of food

2 ຂີງ

ຂີງເປັນເຄື່ອງເທດທີ່ບໍ່ໄດ້ໂດດເດັ່ນພຽງແຕ່ເພີ່ມລົດຊາດທີ່ໜ້າສົນໃຈໃຫ້ກັບອາຫານເທົ່ານັ້ນ ແຕ່ຍັງມີຄຸນສົມບັດທາງຢາຫຼາຍຢ່າງນຳ ຂີງເຕັມໄປດ້ວຍກົດອະມິໂນ ແລະ ເອັນໄຊທີ່ສຳຄັນ ຊ່ວຍຫຼຸດການອັກເສບໄດ້ເປັນຢ່າງດີ ແລະ ຂີງຍັງຊ່ວຍຜ່ອນຄາຍຈິດໃຈ ແລະ ບັນເທົາຄວາມຄຽດ ຈຶ່ງສາມາດໃຊ້ຂີງເປັນໜຶ່ງໃນສ່ວນປະສົມຂອງຊາຍາມບ່າຍ ເພື່ອດື່ມໃຫ້ຮູ້ສຶກຜ່ອນຄາຍລະຫວ່າງມື້ໄດ້ງ່າຍໆ.

No photo description available.

3 ຜັກໃບຂຽວ

ຜັກໃບຂຽວປະກອບດ້ວຍໃຍອາຫານຈຳນວນຫຼາຍ ວິຕາມິນຊີ ,ໂປຣວິຕາມິນເອ ແຄໂຣທີນອຍ, ໂຟເລດ, ແມງການາສ ແລະ ທີ່ສຳຄັນທີ່ສຸດຄືວິຕາມິນເຄ ສານອາຫານເຫຼົ່ານີ້ຈະຊ່ວຍເພີ່ມການເຜົາຜານພະລັງງານ ແລະ ເຮັດໃຫ້ຮູ້ສຶກເມື່ອຍໜ້ອຍລົງ, ຜັກໃບຂຽວຈຶ່ງເປັນອາຫານເສີມທີ່ດີທີ່ສຸດໃນການເລັ່ງບຳລຸງສຸຂະພາບຫຼັງສັກວັກແຊັງ.

May be an image of food

4 ອາຫານທີ່ມີປະລິມານນ້ຳສູງ

ຫາກໄດ້ກິນອາຫານ ຫຼື ຜັກ – ໝາກໄມ້ ທີ່ມີປະລິມານນ້ຳສູງ ຮ່າງກາຍທ່ານຈະໄດ້ຮັບນ້ຳພໍຕໍ່ຄວາມຕ້ອງການຂອງຮ່າງກາຍຫຼັງສັກວັກແຊັງ ການທີ່ຮ່າງກາຍໄດ້ຮັບນ້ຳຫຼາຍພໍຊ່ວຍໃຫ້ທ່ານຮັກສາອຸນຫະພູມຮ່າງກາຍ ແລະ ສະພາບຈິດໃຈໂດຍລວມໄດ້ເຊັ່ນກັນ, ນອກຈາກນີ້ການໄດ້ຮັບສານອາຫານທີ່ມີສ່ວນປະກອບເປັນນໍ້າຂ້ອນຂ້າງຫຼາຍຈະເຮັດໃຫ້ທ່ານຮູ້ສຶກສົດຊື່ນ ແລະ ສະຫງົບ, ອາຫານທີ່ມີນ້ຳເປັນສ່ວນປະກອບຫຼາຍທີ່ຢາກແນະນຳ ໄດ້ແກ່: ໝາກກ້ຽງ, ໝາກແຕງສຸກ, ໝາກແຕງ ແລະ ໝາກພີດເປັນຕົ້ນ.

May be an image of fruit

5 ທັນຍາພືດຕ່າງໆ

ການຮັກສາສຸຂະພາບລຳໄສ້ ແລະ ລະບົບຍ່ອຍອາຫານຢູ່ຕະຫຼອດເວລາມີຄວາມສຳຄັນຕໍ່ສຸຂະພາບຢູ່ສະເໝີ ຫາກລຳໄສ້ ແລະ ຮ່າງກາຍມີລະບົບຍ່ອຍອາຫານທີ່ດີຂຶ້ນ ຈະສົ່ງຜົນໃຫ້ມີສຸຂະພາບທີ່ດີຂຶ້ນໂດຍອັດຕະໂນມັດ, ດັ່ງນັ້ນເພື່ອເພີ່ມລະດັບພະລັງງານໃຫ້ກັບຮ່າງກາຍຫຼັງເກີດອາການອ່ອນເພຍຫຼັງສັກວັກແຊັງ ຈຶ່ງແນະນຳໃຫ້ກິນທັນຍາພືດທີ່ອຸດົມໄປດ້ວຍໄຟເບີຫຼາຍຊະນິດ ເຊິ່ງຈະຊ່ວຍໃຫ້ການດູດຊຶມສານອາຫານໃນລຳໄສ້ເຮັດວຽກໄດ້ດີຂຶ້ນ ແລະ ການຊ່ວຍແປງທັນຍາພືດທີ່ກິນເຂົ້າໄປເປັນພະລັງງານໄດ້ພ້ອມ.

May be an image of food

ທີ່ມາ: https://www.sanook.com/health/29345/?utm_source=fb