ເຕັມ 10 ບໍ່ຫັກ ສໍາລັບໜຸ່ມ ມາລູຊ່າ ດວງມະນີ ໜຶ່ງໃນ 20 ຂອງ Mister International Laos 2021

586

ໜຸ່ມຫຼໍ່ມີສະເໜ່ສຸດໆຕ້ອງມາທໍາຄວາມຮູ້ຈັກກັນແລ້ວ ມາລູຊ່າ ດວງມະນີ ຫຼື ມາກ ໝາຍເລກ 09 ເຂົ້າຮອບ 20 ຄົນ ເປັນທີ່ຮຽບຮ້ອຍແລ້ວ ຕ້ອງຂໍສະແດງຄວາມຍິນດີນໍາດ້ວຍ.

May be an image of 1 person, standing and outdoors

ປັດຈຸບັນອາຍຸ 26 ປີ ຈົບການສຶກສາຈາກວິທະຍາໄລ ສຸກສະຫວັດ ບໍລິຫານທຸລະກິດ ເອີ້ນໄດ້ວ່າຄວາມຫຼໍ່ ແລະ ຄວາມສາມາດທີ່ມີບໍ່ເປັນສອງຮອງໃຜເລີຍ ຈົນມີແຟນໆຊາຍງາມຫຼາຍຄົນເຊຍໃຫ້ໄດ້ຕໍາແໜ່ງ Mister International Laos 2021 ໃນປີ້ນີ້.
ມາກ ເຄີຍຜ່ານການປະກວດມາແລ້ວໃນເວທີ Mister Supranational Laos 2021 ແລະ ໃນຕອນນັ້ນກໍໄດ້ເຂົ້າເຖິງຮອບ 10 ຄົນສຸດທ້າຍ ແຕ່ຄວາມຝັນບໍ່ພຽງແຕ່ເທົ່ານັ້ນ ທີ່ຢາກມາປະກວດຍ້ອນຢາກເຮັດຕາມຄວາມຝັນຂອງຕົນມາແຕ່ນ້ອຍ ເພາະມັກຮັກເລື່ອງການສະແດງ ແລະ ການເດີນແບບ ພ້ອມທັງຢາກເປັນຕົວແທນຂອງຄົນລາວໃນເວທີສາກົນ, ດັ່ງນັ້ນຈຶ່ງກັບມາປະກວດອີກຄັ້ງ ເພື່ອຕາມຫາຄວາມຝັນ ແລະ ເປົ້າໝາຍທີ່ຕັ້ງໄວ້ ຈະເຮັດມັນໃຫ້ເປັນຈິງ.

May be an image of 1 person

ສໍາລັບ ມາກ ສິ່ງທີ່ຄິດວ່າເປັນຄວາມສາມາດຂອງຕົນເອງ ແລະ ຈະສະແດງໃຫ້ທຸກຄົນໄດ້ເຫັນກໍຄື ການສະແດງ, ເດີນແບບ ແລະ ການເຕັ້ນນັ້ນເອງ ມາກ ຈະສະແດງສັກກະຍະພາບທີ່ມີເພື່ອໃຫ້ທຸກຄົນໄດ້ເຫັນ ແລະ ປະທັບໃຈຢ່າງແນ່ນອນ. ມາກເອງກໍໄດ້ມີຄະຕິປະຈໍາໃຈຢູ່ວ່າ “ ເອົາຊະນະຄົນອື່ນໄດ້ ກໍຕ້ອງເອົາຊະນະໃຈຕົວເອງໃຫ້ໄດ້ ” ຖ້າເຮົາສາມາດເອົາຊະນະໃຈຕົນເອງໄດ້ນັ້ນແລະ ຄືເຮົາປະສົບຜົນສໍາເລັດໄປແລ້ວ.

May be an image of 1 person and sky

ການເປັນຄົນທີ່ກ້າສະແດງອອກ, ມີບຸກຄະລິກຕ່າງໆທີ່ດີ ແລະ ສາມາດເຂົ້າຫາຜູ້ຄົນໄດ້ງ່າຍ ເປັນສິ່ງທີ່ມາກຄິດວ່າຈະເປັນສະເໜ່ອີກຢ່າງໜຶ່ງທີ່ຈະເຮັດໃຫ້ໄດ້ໃຈແຟນໆທີ່ເຊຍ ຢູ່. ສ່ວນການກຽມຕົວກ່ອນເຂົ້າປະກວດຫຼັກໆກໍແມ່ນການເບິ່ງແຍງໜ້າຕາ, ຫຸ່ນ, ຊອກຫາຄວາມຮູ້ຫຼາຍຢ່າງເພີ່ມ ແລະ ໄຫວພິບໃນການຕອບຄໍາຖາມ.

May be an image of 1 person

ໃນເລື່ອງຂອງການຊ່ວຍເຫຼືອສັງຄົມ ມາກ ກໍມັກໄປຊ່ວຍຄົນພິການ, ຄົນທີ່ດ້ອຍໂອກາດ ແລະ ສົມທົບທຶນຕ່າງໆໃນການສ້າງສາສິ່ງທີ່ຈຳເປັນ ສໍາລັບກິດຈະກຳຍາມວ່າງແມ່ນມັກອອກກຳລັງກາຍເພື່ອໃຫ້ມີຫຸ່ນ ແລະ ສຸຂະພາບທີ່ດີ, ສ່ວນຮູບແບບການແຕ່ງຕົວແມ່ນເກືອບທຸກໆແນວເລີຍ ສຸດທ້າຍກໍຂໍຝາກທຸກຄົນຊ່ວຍຕິດຕາມ ແລະ ເປັນກໍາລັງໃຈແດ່ເດີ ຕິດຕາມການເຄື່ອນໄຫວຕ່າງໆຂອງມາກໄດ້ ຜ່ານທາງ Fb: Mark Malouxa Duangmany IG: malouxa_mark ແລະ ເຊຍເປັນກໍາລັງໃຈໃຫ້ມາກໄດ້ທາງເພຈ໌ Mister Laos Mister International Laos 2021.

May be an image of 1 person, pool and outdoors

ຮູບ: Mark Malouxa Duangmany