ແຈ້ງເຕືອນໄພຝົນຕົກໜັກ ປະຈໍາວັນທີ 8 ກໍລະກົດ 2021

1138

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພຝົນຕົກໜັກ ປະຈໍາວັນທີ 8 ກໍລະກົດ 2021ວ່າ: ຮ່ອງຄວາມກົດດັນຕ່ຳຂອງອາກາດຮ້ອນ ໄດ້ພາດຜ່ານພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ ຍັງມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊຸ ເກີດຂື້ນໄດ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ລາຍງານສະພາບອາກາດຕົວຈິງ ປະຈໍາວັນທີ 08 ກໍ​ລະ​ກົດ 2021ມີດັ່ງນີ້

.

.

.