ແນ່ນອນແລ້ວວ່າ ຊີເກມ ທີ່ຫວຽດນາມ ຈະບໍ່ເກີດຂຶ້ນໃນປີ 2021

592

ກອງປະຊຸມທາງອອນລາຍຈັດຂຶ້ນໃນວັນທີ 8 ກໍລະກົດ 2021 ໂດຍມີຕົວແທນ 11 ຊາດສະມາຊິກອາຊຽນເຂົ້າຮ່ວມປະຊຸມ ເພື່ອພິຈາລະນາໃນການຈັດການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ຈະເລື່ອນແຂ່ງຂັນຈາກວັນທີ 21 ພະຈິກ – 2 ທັນວາ 2021 ອອກໄປຈັດໃນເດືອນເມສາ ຫຼື ເດືອນພຶດສະພາ 2022.

ປາກົດວ່າໃນທີ່ສຸດກອງປະຊຸມໄດ້ຂໍໃຫ້ທຸກຊາດລົງມະຕິດວ່າ ແລະ 10 ຊາດ ( ຫວຽດນາມ ງົດອອກສຽງ ) ໄດ້ລົງມະຕິຍົກເລີກຊີເກມ ຄັ້ງທີ 31 ທີ່ຫວຽດນາມ ທີ່ຈະຈັດຂຶ້ນໃນທ້າຍປີນີ້ຮຽບຮ້ອຍ

ຢ່າງໃດກໍຕາມ, ຫວຽດນາມ ໄດ້ສະເໜີຂໍເລື່ອນໄປຈັດໃນເດືອນເມສາ ຫຼື ເດືອນພຶດສະພາ 2022 ປີໜ້າ ເຊິ່ງເປັນໜ້າທີ່ຂອງ ຄະນະກໍາມະທິການໂອແລມປິກ ຫວຽດນາມ ຕ້ອງໄປເຈລະຈາກັບລັດຖະບານ ເພື່ອໃຫ້ໄດ້ຄໍາຕອບທີ່ຊັດເຈນ ກ່ອນມານໍາສະເໜີກັບ ສະຫະພັນກີລາຊີເກມ ອີກຄັ້ງໜຶ່ງ.