2 ມື້ເກີດແຜ່ນດິນໄຫວ 16 ຄັ້ງ ແຮງສຸດ 4,9 ຣິກເຕີ ຈຸດສູນກາງທີ່ເມືອງເງິນ ແຂວງໄຊຍະບູລີ

615

ໃນລະຫວ່າງວັນທີ 7-8 ກໍລະກົດ ຜ່ານມາ ໄດ້ເກີດເຫດແຜ່ນດິນໄຫວຖີ່ຂຶ້ນເຖິງ 16 ຄັ້ງ ຈຸດສູນກາງທີ່ເມືອງເງິນ ແຂວງໄຊຍະບູລີ ໂດຍການສັ່ນໄຫວແຮງສຸດແທກໄດ້ 4,9 ຣິກເຕີ ແລະ ພາໃຫ້ເກີດແຜ່ນດິນໄຫວຂະໜາດໜ້ອຍຕາມມາຫຼາຍຄັ້ງ


ອີງຕາມບົດລາຍງານສະພາບແຜນດິນໄຫວໃນໄລຍະວັນທີ 7-8 ກໍລະກົດ 2021 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ວ່າ: ເລີ່ມແຕ່ເວລາ 8:00 ໂມງຂອງວັນທີ 7 ຫາ 8:00 ໂມງຂອງວັນທີ 8 ກໍລະກົດ 2021 ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ໄດ້ກວດພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈຳນວນ 16 ຄັ້ງ ບໍລິເວນແຂວງໄຊຍະບູລີ ລາຍລະອຽດດັ່ງນີ້.


ໃນເວລາ 13:43:49 ຂອງໂມງທ້ອງຖິ່ນຂອງວັນທີ 7 ກໍລະກົດ 2021 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.68°N ແລະ ເສັ້ນແວງທີ່ 101.15°C ຄວາມແຮງສັ່ນສະເທືອນວັດແທກໄດ້ 4,9 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 15 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບໍລິເວນ ບ້ານ ປຸ່ງຟາດ ເມືອງເງິນ ແຂວງ ໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງິນ ປະມານ 8 ກິໂລແມັດ ແລະ ໄດ້ມີເຫດການແຜ່ນດິນໄຫວຂະໜາດໜ້ອຍຕາມມາ (Aftershock) ຈຳນວນຫຼາຍຄັ້ງດັ່ງລຸ່ມນີ້:


ໃນເວລາ 13:54:44 ຂອງໂມງທ້ອງຖິ່ນວັນດຽວກັນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.621°N ແລະ ເສັ້ນແວງທີ່ 101.127°C ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ ເຊິ່ງມີຄວາມເລີກຈາກເທີງໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ນາງົວ ເມືອງເງິນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງິນ ປະມານ 2 ກິໂລແມັດ.
ໃນເວລາ 14:09:47 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.626°N ແລະ ເສັ້ນແວງທີ່ 101.217°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,2 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງເງິນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເງີນ ປະມານ 11 ກິໂລແມັດ.


ໃນເວລາ 14:12:18 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.638°N ແລະ ເສັ້ນແວງທີ່ 101.116°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງເງິນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເງີນ ປະມານ 3 ກິໂລແມັດ ແລະ ຕໍ່ມາກໍ່ໄດ້ມີການສັ່ນໄຫວອີກ 5 ຄັ້ງ ເຊິ່ງແຮງສັ່ນສະເທືອນແທກໄດ້ແຮງສຸດ 2,4 ຣິກເຕີ ຈຸດສູນກາງຢູ່ເມືອງເງິນ ແລະ ມາໃນວັນທີ 8 ກໍລະກົດ 2021 ມີການສັ່ນໄຫວ 4 ຄັັ້ງ ແລະ ແຮງສຸດວັດແທກໄດ້ 2,7 ຣິກເຕີ.


ທັງນີ້, ດ້ານການຈັດຂະໜາດ ແລະ ຜົນກະທົບຈາກແຜ່ນດິນໄຫວແບ່ງເປັນ 6 ຂະໜາດຄື: 1-2,9 ຣິກເຕີ ແຮງສັ່ນສະເທືອນເລັກໜ້ອຍ ບາງຄົນຮູ້ສຶກ; 3-3,9 ຣິກເຕີ ສັ່ນສະເທືອນເລັກໜ້ອຍ, ຮູ້ສຶກຄືກັບລົດແລ່ນຜ່ານ; 4-4,9 ຣິກເຕີ ຫຼາຍຄົນມີຄວາມຮູ້ສຶກສັ່ນໄຫວ, ວັດຖຸມີການເຄື່ອນເໜັງ; 5-5,9 ຣິກເຕີ ສັ່ນສະເທື່ອນປານກາງ, ວັດຖຸສິ່ງຂອງມີການເຄື່ອນຍ້າຍ; 6-6,9 ຣິກເຕີ ຮູ້ສຶກໄຫວແຮງ, ຕຶກອາຄານມີຄວາມເສຍຫາຍເລັກໜ້ອຍ ຫາ ປານກາງ ແລະ 7 ຣິກເຕີຂຶ້ນໄປ ຮູ້ສຶກສັ່ນໄຫວແຮງຫຼາຍ, ຕຶກອາຄານເລີ່ມແຕກຫັກ, ເສຍຫາຍຫຼາຍສຳລັບອາຄານທຳມະດາ ແລະ ຈະເສຍຫາຍປານກາງສຳລັບອາຄານທີ່ໄດ້ມາດຕະຖານ ເຊິ່ງກໍລະນີແຜ່ນດິນໄຫວໃນວັນທີ 7 ກໍລະກົດ ຜ່ານມາ ຈັດຢູ່ໃນແຜ່ນດິນໄຫວຂະໜາດນ້ອຍ ສາມາດສ້າງຄວາມເສຍຫາຍໄດ້ໜ້ອຍທີ່ສຸດ.