ກອງປະຊຸມລັດຖະບານເປີດກວ້າງ ໄດ້ເນັ້ນໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ 

768

ກອງປະຊຸມລັດຖະບານເປີດກວ້າງ ໄດ້ເນັ້ນໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ ບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະບາດ ທຸກຮູບແບບ ຢ່າງແທດເໝາະ.

ກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ໄດ້ດຳເນີນ ໃນວັນທີ 6-8 ກໍລະກົດ 2021 ທີ່ ຫໍປະຊຸມແຫ່ງຊາດ, ໂດຍຜ່ານລະບົບກອງປະຊຸມທາງໄກ ເຊື່ອມຕໍ່ກັບ ອົງການຈັດ ຕັ້ງອ້ອມຂ້າງສູນກາງ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າ ອົງການຈັດຕັ້ງອ້ອມຂ້າງສູນກາງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນຕອນແລງວັນທີ 8 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຜົນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IXວ່າ: ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ໃສ່ 3 ຫົວຂໍ້ທີ່ສຳຄັນ.

ສຳລັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ 2021 ກອງປະຊຸມເຫັນດີດ້ານຫຼັກການຮັບຮອງບົດລາຍງານດັ່ງກ່າວ, ພ້ອມທັງ ຊົມເຊີຍ ທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມ ໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດທິພາບ ແລະ ປະສິດທິຜົນດີສົມຄວນ, ລວມທັງ ການປະກອບສ່ວນຊ່ວຍເຫຼືອຊຸກຍູ້ ເປັນເງິນ ແລະ ວັດຖຸ ໃຫ້ແກ່ພາກລັດ ແລະ ສັງຄົມ ໃນການແກ້ໄຂ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.


ອີງຕາມການປະເມີນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ເຖິງແມ່ນວ່າ ຕົວເລກການລະບາດ ຢູ່ພາຍໃນປະເທດ ໄດ້ສືບຕໍ່ຫຼຸດລົງ, ແຕ່ກໍ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດ ຢູ່ປະເທດໃກ້ຄຽງ ຍັງສືບຕໍ່ເພີ່ມຂື້ນ. ນອກນັ້ນ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າ ຊຶ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ. ພ້ອມນີ້ ແຮງງານລາວ ທີ່ຢູ່ປະເທດໃກ້ຄຽງ ມີຄວາມຕ້ອງການກັບຄືນມາ ສປປ ລາວ ເພີ່ມຂຶ້ນ, ສະນັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການລາດຕະເວນຕາມຊາຍແດນ ບໍ່ໃຫ້ມີການລັກລອບເຂົ້າປະເທດ, ແນໃສ່ໃຫ້ມີການກັບຄືນປະເທດ ຕາມດ່ານທາງການ. ສຳລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021, ກອງປະຊຸມ ໄດ້ຊີ້ນຳ ໃຫ້ສືບຕໍ່ເອົາໃຈໃສ່ບາງຈຸດ ຄື:


– ໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ; ຈັດຕັ້ງຜັນຂະຫຍາຍມາດຕະການຂອງລັດຖະບານ ແລະ ຄະນະສະເພາະກິດ ເຂົ້າສູ່ຂົງເຂດວຽກງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະບາດ ທຸກຮູບແບບ ຢ່າງແທດເໝາະ.
– ສືບຕໍ່ເກັບຕົວຢ່າງ ເພື່ອຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ທັງໝົດ ເພື່ອເຂົ້າຮັບການປິ່ນປົວໂດຍໄວ; ສືບຕໍ່ສຸມໃສ່ ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ມີຜູ້ເສຍຊີວິດໜ້ອຍທີ່ສຸດ.


– ສືບຕໍ່ສັກວັກຊິນປ້ອງກັນໃຫ້ປະຊາຊົນ ຕາມແຜນທີ່ວາງໄວ້.
– ສືບຕໍ່ເພີ່ມທະວີວຽກງານໂຄສະນາ ຖະແຫຼງຂ່າວ ເຜີຍແຜ່ ຂໍ້ມູນຂ່າວ ຄຽງຄູ່ກັບການເພີ່ມທະວີສຶກສາອົບຮົມ ປຸກລະດົມ ໃຫ້ສັງຄົມ ໄດ້ຮັບຮູ້ ເຂົ້າໃຈ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມ ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ.