ຜູ້ຊ່ຽວຊານເຕືອນ! ສາຍພັນ ແລມດ້າ ລະບາດໄວກວ່າ ເດວຕ້າ

507

ບັນດານັກວິທະຍາສາດ ແລະ ຜູ້ຊ່ຽວຊານດ້ານລະບາດວິທະຍາຂອງຫຼາຍປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ກາຍພັນຊະນິດໃໝ່ທີ່ມີຊື່ວ່າ “ ແລມດ້າ ( Lambda variant )” ຫຼື C.37 ຫຼັງຈາກກວດພົບວ່າຈຸດທີ່ເກີດການກາຍພັນຂອງ ແລມດ້ານັ້ນມີຄວາມເປັນໄປໄດ້ທີ່ຈະຕ້ານທານກັບວັກແຊັງປ້ອງກັນທຸກຊະນິດທີ່ໃຊ້ໃນຂະນະນີ້.
ທັງນີ້, ເມື່ອວັນທີ 5 ກໍລະກົດຜ່ານມາ ກະຊວງສາທາລະນະສຸກມາເລເຊຍ ໄດ້ເປີດເຜີຍວ່າ: ເຊື້ອກາຍພັນແລມດ້າ ເປັນອັນຕະລາຍກວ່າສາຍພັນ ເດວຕ້າ ເຊິ່ງຂະນະນີ້ໄດ້ສ້າງບັນຫາໃຫ້ແກ່ລະບົບສາທາລະນະສຸກຂອງຫຼາຍປະເທດໃນອາຊີ ໂດຍພຽງແຕ່ 4 ອາທິດຜ່ານມາ ໄດ້ກວດພົບສາຍພັນດັ່ງກ່າວແລ້ວກວ່າ 30 ປະເທດ.

ລາຍງານລະບຸວ່າ: ສາຍພັນແລມດ້າ ຖືກກວດພົບຄັ້ງທຳອິດໃນປະເທດເປຣູ ເຊິ່ງເປັນປະເທດທີ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ – 19 ຫຼາຍທີ່ສຸດໃນໂລກ ເມື່ອທຽບໃສ່ຈຳນວນປະຊາກອນ.

ແນວໃດກໍຕາມ, ອົງການອະນາໄມໂລກ ( WHO ) ອອກມາລະບຸວ່າ: ຂະນະນີ້ຍັງບໍ່ມີຂໍ້ມູນພຽງພໍທີ່ຢືນຢັນວ່າ ສາຍພັນແລມດ້າ ຈະສາມາດແຜ່ເຊື້ອໄດ້ໄວກວ່າສາຍພັນອື່ນໆ ຫຼື ບໍ່? ແຕ່ນັກລະບາດວິທະຍາຂອງອົງການອະນາໄມໂລກຍອມຮັບວ່າມີຄວາມເປັນໄປໄດ້ທີ່ສາຍພັນແລມດ້າ ຈະສາມາດແຜ່ລະບາດໄວກວ່າເດີມ ຫຼື ມີຄວາມເປັນໄປໄດ້ທີ່ເພີ່ມຂີດ ຄວາມສາມາດໃນການຕໍ່ຕ້ານ ແອນຕີບໍດີ ໄດ້ຫຼາຍຂຶ້ນກວ່າເກົ່າ, ແນວໃດກໍຕາມຈົນເຖິງຂະນະນີ້ຍັງບໍ່ມີຂໍ້ມູນທາງວິຊາການຢັ້ງຢືນວ່າ ສາຍພັນແລມດ້າ ແຜ່ລະບາດໄວກວ່າ ເດວຕ້າ.

ທ່ານ ເຈຟ ບາເຣດ ຜູ້ອຳນວຍການດ້ານພັນທຸກຳຂອງສະຖາບັນເວລຄັມຊົງເງີ ຂອງອັງກິດ ເປີດເຜີຍວ່າ: ຄວາມກັງວົນຕໍ່ໄພຄຸກຄາມຈາກສາຍພັນແລມດ້າ ນັ້ນມີຢູ່ໃນຕົວ ເພາະວ່າຈາກການທົດລອງໃນຫ້ອງປະຕິບັດການພົບວ່າ ແລມດ້າ ມີຊຸດຂອງການກາຍພັນທີ່ຜິດປົກະຕິ ເມື່ອທຽບກັບການກາຍພັນຊະນິດອື່ນໆ.