ຈີນ ຮຽກຮ້ອງໃຫ້ປະຊາຄົມໂລກ ຕໍ່ຕ້ານການກີດກັ້ນດ້ານເຕັກໂນໂລຊີ

430

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ກ່າວຕໍ່ກອງປະຊຸມພັກການເມືອງທົ່ວໂລກ ເຊິ່ງມີຕົວແທນຈາກພັກການເມືອງ 160 ປະເທດເຂົ້າຮ່ວມ ຈັດຂຶ້ນແບບທາງໄກ ເມື່ອວັນທີ 6 ກໍລະກົດຜ່ານມາ ທີ່ນະຄອນຫຼວງປັກກິ່ງ ໂດຍຜູ້ນຳຈີນໄດ້ກ່າວເນັ້ນຢ້ຳເຖິງການຮ່ວມມືແບບພະຫຸພາຄີ ເພື່ອຕ້ານທານການໃຊ້ອິດທິພົນ ແລະ ການໃຊ້ອຳນາດພຽງຝ່າຍດຽວເພື່ອກົດຂີ່ຜູ້ອື່ນ.

ທ່ານ ສີຈິ້ນຜິງ ກ່າວອີກວ່າ: ການບໍລິຫານປະເທດດ້ວຍຫຼັກການທີ່ລັດຖະບານຂອງປະເທດນັ້ນໆ “ ຕ້ອງໄດ້ກ່ອນ ” ເປັນການເບິ່ງໂລກໃນມູມແຄບ, ຍັດຍຽດ ແລະ ເປັນສະນວນແຫ່ງການແຂ່ງຂັນແບບໂຫດຫ້ຽມ ແລະ ບໍ່ເປັນທຳ. ພ້ອມທັງຮຽກຮ້ອງນານາຊາດຕ້ອງຮ່ວມມືກັນພັງທະລາຍກຳແພງກີດກັ້ນດ້ານເຕັກໂນໂລຊີ ແລະ ຢຸດຕິແນວຄິດການພັດທະນາແບບແຍກຕົວ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນສ້າງປະຊາຄົມໂລກທີ່ມີອະນາຄົດສົດໃສຮ່ວມກັນ.