ຊຽງຮ່ອນ ຈັດກອງປະຊຸມວຽກງານກວດກາທົ່ວເມືອງ ປະຈຳປີ 2020 ແລະ ທິດທາງປີ 2021

424

ກອງປະຊຸມວຽກງານ ກວດກາທົ່ວເມືອງຊຽງຮ່ອນ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ໄດ້ຈັດຂື້ນໃນວັນທີ 7 ກໍລະກົດ 2021 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງໄຊຍະບູລີ ມີ ທ່ານ ກົງທອງ ສິດທິໄຊ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ ມີບັນດາສະຫາຍ ເລຂາ ແລະ ຮອງເລຂາໜ່ວຍພັກສຳນັກງານ ຫ້ອງການ ກົມກອງ ເລຂາໜ່ວຍພັກບ້ານເທດສະບ້ານເຂົ້າຮ່ວມ

ໃນກອງປະຊຸມ ຍັງໄດ້ຍົກໃຫ້ເຫັນວຽກງງານກວດກາໃນໄລຍະ 1 ປີຜ່ານມາ ແລະ ກຳນົດທິດ ທາງແຜນການໃນຕໍ່ໜ້າການເຄື່ອນໄຫວວຽກງານກວດກາແຕ່ລະດ້ານຄື: ວຽກງານຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ,ຄຳສັ່ງຕ່າງໆ ໄດ້ເອົາໃຈໃສ່ໃນຫຼາຍຮູບການ ເປັນຕົ້ນແມ່ນຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ແຕ່ລະຂັ້ນ, ລະບຽບຂອງພັກ ກົດໝາຍຂອງລັດ ໃຫ້ສະມາຊິກພັກພະນັກງານໄດ້ຮັບຮູ້ ແລະ ເຊື່ອມຊຶມ ເພື່ອໃຫ້ມີຄວາມຕື່ນຕົວເປັນເອກກະພາບສູງຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ວຽກງານ ຕິດຕາມກວດກາພັກໄດ້ເອົາໃຈໃສ່ຕິດຕາມກວດກາພັກຢ່າງເປັນປະຈຳ ທົ່ວເມືອງມີ 6 ຄະ ນະພັກ ຮາກຖານ ມີ 102 ໜ່ວຍ, ສໍານັກງານຫ້ອງການ 28 ໜ່ວຍ, ຮາກຖານບ້ານ 43 ໜ່ວຍ ໂຮງຮຽນໂຮງໝໍ 19 ໜ່ວຍ ປກສ ປກຊ 9 ໜ່ວຍ ແລະ ລັດວິສາຫະກິດ 4 ໜ່ວຍ ໄດ້ກວດກາ ຕີລາຄາແບ່ງປະເພດ ໜ່ວຍພັກແຂງ 87 ໜ່ວຍ ປະເພດກາງ 9 ໜ່ວຍ ບໍ່ແບ່ງ 6 ໜ່ວຍ. ທົ່ວເມືອງມີ ສະມາຊິກພັກ 1.420 ສະຫາຍ,ເພດຍິງ 406 ສະຫາຍ ສຳຮອງ 74 ສະຫາຍ ແບ່ງປະເພດສະມາ ຊິກພັກ ປະເພດແຂງ 1.329 ສະຫາຍ ປະເພດກາງ 28 ສະຫາຍ ບໍ່ແບງ 39 ສະຫາຍ; ວຽກງານກວດກາລັດ ໄດ້ຕິດຕາມກວດກາການລົງທຶນຂອງລັດທັງໝົດ 57 ໂຄງການ ມູນຄ່າ 36 ຕື້ກີບ ໄດ້ຕິດຕາມກວດກາການລັກລອບຖາງປ່ານອກເຂດກຳນົດ ພົບເຫັນເນື້ອທີ່ເສຍຫາຍ 110,47 ເຮັກຕາ ມີຈຳນວນ 301 ຄອບຄົວ ວຽກງານການຕ້ານການສໍ້ລາດບັງຫຼວງ ໄດ້ຕິດຕາມກວດກາ ແກ້ໄຂ ຕໍ່ສະມາຊິກພັກພະນັກງານ ທີ່ມີພຶດຕິກຳສໍ້ລາດບັງຫຼວງ 1 ເປົ້າໝາຍ ໄດ້ພົບເຫັນເງິນຕົກເຮ່ຍ ເສຍຫາຍ 24 ລ້ານກວ່າກີບ ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ໃນ 1 ປີຜ່ານມາໄດ້ຮັບຄຳຮ້ອງ-ຄຳສະເໜີ 56 ເລື່ອງ ແລະ ຍັງໄດ້ກຳນົດທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ ພ້ອມກັນປະກອບຄຳຄິດຄຳເຫັນ ຕໍ່ກັບວຽກງານກວດກາ ເພື່ອເປັນທິດໃນການຈັດຕັ້ງປະຕິບັດ ວຽກ ງານກວດກາໃນຕໍ່ໜ້າໃຫ້ມີຄວາມ ເຂັ້ມແຂງຂື້ນເປັນກ້າວໆ.

ຕອນທ້າຍຍັງໄດ້ຮັບຟັງການໂອລົມຂອງ ທ່ານ ສົມຫວັງ ແກ້ວວິໄລສັກ ປະທານກວດກາພັກ ປະທານ ອົງການກວດກາລັດ ແຂວງໄຊຍະບູລີ ທ່ານໄດ້ເໜັ້ນໜັກໃຫ້ຄະນະພັກ ແລະ ຄະນະກວດກາຂັ້ນເມືອງຈົ່ງໄດ້ພ້ອມກັນເອົາໃຈໃສ່ ວຽກງານຕິດຕາມກວດກາພັກ-ລັດ ກໍຄືການ ກວດກາການປະຕິບັດກົດລະບຽບຂອງສະມາຊິກພັກພະນັກງານແລະຕິດຕາມກວດກາບັດດາໂຄງການຕ່າງໆພາຍໃນເມືອງເພື່ອເຮັດໃຫ້ມີຄວາມໂປ່ງໃສ,ຖືກຕ້ອງຕາມລະບຽບການ ເພື່ອບໍ່ໃຫ້ມີຜົນກະທົບ ແລະ ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງປະຊາຊົນແລະຜົນປະໂຫຍດລວມຂອງຊາດ.
ຂ່າວຈາກ: ແສງເພັດ