ເຕັກນິກສ້າງລາຍຮັບຕໍ່ເນື່ອງ ຄືການປູກຜັກປະສົມປະສານ

1173

ຜັກກະລໍ່າປີ ເປັນພືດອີກຊະນິດໜຶ່ງທີ່ສັງຄົມນິຍົມບໍລິໂພກ ສາມາດນຳເອົາມາປຸງແຕ່ງເປັນອາຫານໄດ້ຫຼາຍຢ່າງ ເຊິ່ງປັດຈຸບັນປະຊາຊົນລາວບັນດາເຜົ່າແຕ່ເໜືອຕະຫຼອດໃຕ້ ກໍໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະ ຕະຫຼາດ ກໍມີ ຄວາມຕ້ອງການຢ່າງກວ້າງ ຂວາງ. ດັ່ງຄອບຄົວຂອງ ທ່ານ ບົກວ່າງ, ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກຜັກກະລໍ່າປີເປັນສິນຄ້າ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເປັນຢ່າງດີ.

อาจเป็นรูปภาพของ กลางแจ้ง

ທ່ານ ບົກວ່າງ ໃຫ້ສຳພາດກັບນັກຂ່າວທ້ອງຖິ່ນວ່າ: ການປູກຜັກກະລໍ່າປີ ແມ່ນໄດ້ລິເລີ່ມໃນໄລຍະປີ 2019 ເປັນຕົ້ນມາ ແລະ ການປູກຜັກແບບປະສົມປະສານ ເປັນຕົ້ນ: ຫອມບົ່ວ, ຫອມປ້ອມ, ຜັກກາດ, ໝາກແຕງ, ໝາກຖົ່ວ ແລະ ໝາກຊູ ແມ່ນເລີ່ມຕົ້ນປູກນັບແຕ່ປີ 1989 ເປັນຕົ້ນມາ, ໃນເວລານັ້ນການປູກແມ່ນເນັ້ນໃສ່ການບໍລິໂພກພາຍໃນຄອບຄົວເປັນສ່ວນ ໃຫຍ່ ເຊິ່ງຍັງບໍ່ທັນມີທ່າແຮງເພື່ອຜະລິດເປັນສິນຄ້າໄດ້ເທື່ອ, ການປູກແມ່ນ ທ່ານ ບົກວ່າງ ປະຕິບັດຕາມມີຕາມເກີດ, ປູກແບບພື້ນບ້ານ ແລະ ປະຖົມປະຖານ ໂດຍອາໄສທຳມະຊາດເປັນຕົ້ນຕໍ, ແຕ່ມາຮອດໄລຍະການສ້າງຕັ້ງແຂວງ ໄຊສົມບູນ ໄດ້ມີເງື່ອນໄຂຫຼາຍຢ່າງທີ່ອຳນວຍຄວາມສະດວກ. ດັ່ງນັ້ນ, ຈຶ່ງໄດ້ຕັດສິນໃຈເລີ່ມຕົ້ນປູກຢ່າງຈິງຈັງ ໂດຍສຸມໃສ່ການປູກຜັກກະລໍ່າປີເປັນຕົ້ນຕໍ, ສໍາລັບໝາກຊູ, ໝາກແຕງ, ຫອມບົ່ວ ແລະ ຫອມປ້ອມ ເປັນການປູກແບບສຳຮອງ ເພື່ອໃຫ້ຜູ້ຊື້ມີຫຼາຍທາງເລືອກ ແລະ ຕົນກໍມີລາຍຮັບຕໍ່ເນື່ອງຈາກໜ້າວຽກທີ່ເຮັດທຸກວັນ.

อาจเป็นรูปภาพของ กลางแจ้ง

ສຳລັບຜັກກະລໍ່າປີ ແມ່ນສາມາດຂາຍສ້າງລາຍຮັບໄດ້ 10 – 20 ລ້ານກີບຕໍ່ງວດ ແລະ ພືດຜັກແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 5 – 6 ລ້ານກີບຕໍ່ເດືອນ ເຖິງວ່າຈະເປັນຈໍານວນເງິນທີ່ຍັງບໍ່ທັນຫຼວງຫຼາຍ ແລະ ບໍ່ສາມາດເປັນຄອບຄົວຕົວແບບໄດ້ກໍຕາມ ແຕ່ມັນກໍສາມາດແກ້ໄຂຄວາມຫຍຸ້ງຍາກພາຍໃນຄອບຄົວໄດ້ເປັນຢ່າງດີ ທັງສະແດງໃຫ້ເຫັນເຖິງຄວາມດຸໝັ່ນຂະຫຍັນພຽນ ແລະ ມີຄວາມຕັດສິນໃຈສູງເຂົ້າໃນການພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຖານະດີຂຶ້ນ ໂດຍປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເທື່ອລະກ້າວ ເຊິ່ງເປັນມູນເຊື້ອທີ່ຫຼາຍຄອບຄົວຄວນເອົາເປັນແບບຢ່າງ.

อาจเป็นรูปภาพของ กลางแจ้ง

ທ່ານ ບົກວ່າງ ໃຫ້ຮູ້ຕື່ມອີກວ່າ: ສຳລັບການຂາຍແມ່ນຂາຍຕາມການສັ່ງຊື້ຂອງພໍ່ ຄ້າ – ແມ່ຄ້າຢູ່ທ້ອງຕະຫຼາດພາຍໃນແຂວງ ແລະ ສົ່ງຂາຍໃຫ້ ບໍລິສັດ ພູເບ້ຍມາຍນິງ ໃນຈຳນວນ 500 ກິໂລ ໃນທຸກໆອາທິດຕໍ່ໜຶ່ງຄັ້ງ ເຊິ່ງລາຄາຂາຍທີ່ສົ່ງໃຫ້ພໍ່ຄ້າ – ແມ່ຄ້າ ໃນຕະຫຼາດແມ່ນ 3.000 ກີບຕໍ່ກິໂລ ແລະ ສົ່ງໃຫ້ບໍລິສັດ ພູເບ້ຍ ມາຍນິງ ແມ່ນ 8.000 ກີບຕໍ່ກິໂລ. ນອກນີ້, ຍັງໄດ້ສົ່ງຂາຍໃຫ້ບັນດາເມືອງພາຍໃນແຂວງ ແລະ ສົ່ງໄປຂາຍຢູ່ແຂວງວຽງຈັນ ຕື່ມອີກ. ອາດເວົ້າໄດ້ວ່າຜັກກະລໍ່າປີ ແລະ ພືດຜັກແບບປະສົມປະສານຂອງ ທ່ານ ບົກວ່າງ ໄດ້ເຮັດໃຫ້ຕະຫຼາດທັງພາຍໃນ ແລະ ຕ່າງແຂວງໃຫ້ຄວາມຍອມຮັບ ພ້ອມທັງສັ່ງຊື້ຢ່າງເປັນຂະບວນການກວ້າງຂວາງພໍສົມຄວນ ເຊິ່ງຄາດວ່າອີກບໍ່ດົນ ທ່ານ ບົກວ່າງ ຈະກາຍເປັນບຸກຄົນ ແລະ ຄອບຄົວຕົວແບບໃນການປູກພືດຜັກຜະລິດເປັນສິນຄ້າຢ່າງແນ່ນອນ.

ສຳລັບການບົວລະບັດຮັກສາ ແມ່ນສຸມໃສ່ການຖາງຫຍ້າອອກຈາກບໍລິເວນລຳຕົ້ນຂອງຜັກເປັນບັນຫາສຳຄັນ ໄປພ້ອມກັບການກຳຈັດບັນດາສັດຕູພືດທີ່ເຂົ້າມາທຳລາຍຜັກກະລໍ່າປີ ແລະ ພືດຜັກຊະນິດອື່ນໆ ພ້ອມທັງໃສ່ຝຸ່ນ ແລະ ຫົດນໍ້າໃຫ້ເປັນປົກກະຕິ ພຽງທໍ່ນີ້ຜັກກໍຈະງອກງາມ ແລະ ຂາຍໄດ້ຕາມຄວາມຕ້ອງການ, ສຳລັບແຮງງານທີ່ໝູນໃຊ້ເຂົ້າໃນການບົວລະບັດຮັກສາ ແມ່ນນໍາໃຊ້ແຮງງານຂອງລູກໆພາຍໃນຄອບຄົວເປັນແຮງງານຕົ້ນຕໍທີ່ໄດ້ພ້ອມກັນຄຸກຄີ ແລະ ຫ້າວຫັນບົວລະບັດຮັກສາໃນແຕ່ລະມື້ຢ່າງສະໝໍ່າສະເໝີ.

อาจเป็นรูปภาพของ อาหาร

ຜ່ານການຢຶດຖືການປູກຜັກກະລໍ່າປີ ແລະ ພືດຜັກແບບປະສົມປະສານຊະນິດຕ່າງໆເປັນສິນຄ້າຂອງ ທ່ານ ບົກວ່າງ ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ເສດຖະກິດຄອບຄົວຂອງເພິ່ນມີຖານະດີຂຶ້ນເປັນກ້າວໆ ຈາກຄອບຄົວທີ່ເຄີຍຫຍຸ້ງຍາກໃນເມື່ອກ່ອນ ມາຮອດປັດຈຸບັນໄດ້ຄ່ອຍໆມີທ່າອ່ຽງຫຼຸດພົ້ນອອກຈາກຄວາມທຸກຍາກເປັນລຳດັບ ແລະ ຮັບປະກັນຄວາມສະດວກສະບາຍທາງດ້ານການເງິນພາຍໃນຄອບຄົວເທື່ອລະກ້າວ, ຍ້ອນຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະ ອົດທົນ ບວກກັບຄວາມມີຫົວຄິດປະດິດສ້າງໃນການທຳມາຫາກິນທີ່ບໍ່ຂັດກັບລະບຽບກົດໝາຍຂອງບ້ານເມືອງ, ກ້າຄິດ, ກ້າເຮັດ ແລະ ຕັດສິນໃຈ ຈຶ່ງເຮັດໃຫ້ເສດຖະກິດຄອບຄົວຂອງ ທ່ານ ບົກວ່າງ ໄດ້ຮັບການພັດການດີຂຶ້ນ ແລະ ອີ່ມໜຳສໍາລານ.

[ ໂດຍ: ຈິນລະວອນ ວໍລະສົມບູນ ]