ເມືອງຫົງສາຈັດກອງປະຊຸມວຽກງານກວດກາທົ່ວເມືອງປະຈໍາປີ 2020 ແລະ ທິດທາງປີ 2021

257

ໃນຕອນເຊົ້າຂອງວັນທີ 06 ກໍລະກົດ 2021 ຢູ່ທີ່ເດີ່ນກິລາຮົ່ມ ເມືອງຫົງສາ ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມ ສະຫຼຸບວຽກງານກວດກາທົ່ວເມືອງ ປະຈໍາປີ 2020 ແລະ 5 ປີ (2016-2020), ທິດທາງແຜນການປີ 2021, ໂດຍການເປັນປະທານຂອງ ສະຫາຍ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດ ເມືອງ, ປະທານອົງການຕ້ານການສໍ້ລາດບັງຫລວງຂັ້ນເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດ ແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນແຂວງ, ສະຫາຍ ຄຳຫລ້າ ຜີວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ອົງການ, ກົມກອງ, ປະທານກວດກາໜ່ວຍພັກ ແລະ ເລຂາໜ່ວຍພັກບ້ານອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ: 113 ສະຫາຍ, ຍິງ 19 ສະ ຫາຍ.

ໃນກອງປະຊຸມ ສະຫາຍ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງ, ປະທານອົງການຕ້ານການສໍ້ລາດບັງຫລວງຂັ້ນເມືອງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2020 ແລະ 5 ປີ (2016-2020) ຜ່ານທິດທາງແຜນການປີ 2021 ຂອງຄະນະກວດກາພັກເມືອງຫົງສາ, ໄລຍະຜ່ານມາ ຄະນະກວດກາພັກເມືອງຫົງສາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຊື່ອມຊຶມ ບັນດາແນວທາງ, ນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ແລະ ນິຕິກໍາອື່ນໆ ເປັນຕົ້ນແມ່ນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ມະຕິກອງຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກເມືອງ, ກົດລະບຽບຂອງພັກສະໄໝທີ XI(ສະບັບປັບປຸງ), ກົດໝາຍວ່າດ້ວຍການກວດກາລັດ ( ສະບັບປັບປຸງ ), ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ( ສະບັບປັບປຸງ ), ດໍາລັດວ່າດ້ວຍ ການແຈ້ງຊັບສິນ ສະ ບັບເລກທີ 159/ລບ, ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 146/ນຍ, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດຖະບານ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ, ມີຄວາມຕື່ນຕົວ ເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໜ່ທີ່ມີຫຼັກການຂອງພັກ ແລະ ນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ໃຫ້ສອດຄ່ອງຕາມພາລະບົດບາດ ຂອງແຕ່ລະຂະແໜງການ, ວຽກງານກວດກາພັກ ທົ່ວເມືອງມີ 95 ຮາກຖານພັກ, ໄດ້ຮັບການກວດກາແລ້ວ 85 ໜ່ວຍພັກ ແລະ ໄດ້ກວດກາພົບເຫັນກໍລະນີສະມາ ຊິກພັກເຮັດຜິດຕໍ່ລະບຽບກົດໝາຍເຊັ່ນ: ສະມາຊິກພັກພົວພັນຢາເສບຕິດ 5 ໜ່ວຍພັກ, ສະມາຊິກພັກກະທຳຄວາມຜິດຕໍ່ກົດໜາຍອາຍາມີອາວຸດລ່າເນື້ອໄວ້ຄອບຄອງເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ 1 ໜ່ວຍພັກ, ສະມາຊິກພັກຂາດຄວາມຮັບຜິດຊອບ ປະໝາດເລີນເລີ້ ເຮັດໃຫ້ຜູ້ອື່ນໄດ້ຮັບຜົນເສຍຫາຍ 3 ໜ່ວຍພັກ, ສະມາຊິກພັກບໍ່ເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ສໍ້ໂກງຊັບສິນຂອງລັດ 4 ໜ່ວຍພັກ, ສະມາຊິກພັກທຳມິດສະຈານ ແລະ ທຳສຳເລົາເດັກອາຍຸຕ່ຳກວ່າ 15 ປີ 2 ໜ່ວຍພັກ, ສະມາຊິກພັກກະທຳຄວາມຜິດຕໍ່ກົດໜາຍປ່າໄມ້ 2 ໜ່ວຍພັກ, ໜ່ວຍພັກບໍ່ເຄື່ອນໄຫວເຮັດໜ້າທີ່ວຽກງານ-ບໍ່ຮູ້ນຳພາ ເຮັດວຽກເກີນສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ 2 ໜ່ວຍພັກ, ສະມາຊິກພັກທຳຜິດລະບຽບຂອງພັກ ລັກຊັບຂອງພົນລະເມືອງ 2 ໜ່ວຍພັກ, ໜ່ວຍພັກບໍ່ສົ່ງເງິນສະຕິພັກໃຫ້ຂັ້ນເທິງ 2 ໜ່ວຍພັກ, ສະມາຊິກພັກຫຼິ້ນການພະນັນ 2 ໜ່ວຍພັກ. ຕໍ່ກັບການກະທຳຄວາມຜິດຂອງບັນດາສະມາຊິກ, ຄະນະກວດກາພັກ ແຕ່ລະໜ່ວຍພັກໄດ້ແກ້ໄຂ ແລະ ລົງວິໄນຄື: ໃຫ້ຂຽນໃບສຳຫລວດ 11 ສະຫາຍ, ຍິງ 3 ສະຫາຍ, ໂຈະຮ່ວມຊີວິດພັກໄລຍະ 6 ເດືອນ 5 ສະຫາຍ, ຍິງ 2 ສະຫາຍ, ປົດຕໍ່າແໜ່ງພາຍໃນພັກ 9 ສະຫາຍ, ຍິງ 1 ສະຫາຍ, ລຶບຊື່ອອກຈາກພັກ 4 ສະຫາຍ ແລະ ເອົາອອກຈາກພັກ 10 ສະຫາຍ.

ສະເພາະ ຕົ້ນປີ 2021 ໄດ້ ຕິດຕາມ, ກວດກາ ການດໍາເນີນຊີວິດການເມືອງ, ຕິດພັນກັບການດໍາເນີນກອງປະ ຊຸມໃຫຍ່ 3 ຂັ້ນ, ເຊິ່ງໄດ້ພົບເຫັນການກະທຳຜິດຂອງໜ່ວຍພັກ, ສະມາຊິກພັກ ມີ 4 ໜ່ວຍພັກ; ມີ 4 ກໍລະນີ (ຫລີ້ນການພະນັນ 1 ໜ່ວຍພັກ, ສັງຄົມຊູ້ສາວ 1 ໜ່ວຍພັກ, ສໍ້ກົງຊັບຂອງລັດ 1 ໜ່ວຍພັກ ແລະ ບໍ່ຮ່ວມຊີວີດພັກ, ບໍ່ເສຍເງິນສະຖິຕິພັກ), ມີ 10 ສະຫາຍ, ຍິງ 3 ສະຫາຍ. ໃນກອງປະຊຸມຍັງໄດ້ຮັບຝັງການຜ່ານບົດສະຫຼຸບຫຍໍ້ການເຄື່ອນ ໄຫວວຽກງານກວດກາ ປະຈຳປີ 2020 ແລະ 5 ປີ(2016-2020) ທິດທາງແຜນການປີ 2021 ຂອງຄະນະກວດກາພັກແຂວງ, ບົດໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ຜ່ານມະຕິ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ຜ່ານມະຕິເລກທີ 25/ກມສພ ວ່າດ້ວຍການເພີ້ມທະວີການນໍາພາຂອງພັກຕໍ່ວຽກງານວັດ ທະນະທຳໃນໄລຍະໃໝ່. ພ້ອມດຽວກັນນີ້ໃນກອງປະຊຸມ ກໍ່ໄດ້ມີການປະກອບຄຳຄິດຄຳເຫັນກ່ຽວກັບວຽກງານກວດກາພັກ-ລັດ ຈາກບັນດາສະຫາຍເລຂາໜ່ວຍພັກ, ຄະນະກວດກາໜ່ວຍພັກ.

ຕອນທ້າຍກອງປະຊຸມ ຄະນະປະທານກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອື່ນຄະນະປະທານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນລຍະຜ່ານມາ, ການຕິດຕາມ-ກວດກາແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ, ບໍ່ມີການກວດກາ ກໍ່ໝາຍຄວາມວ່າບໍ່ມີການນຳພາ. ວຽກງານຕິດຕາມ-ກວດກາ ແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ;ການຈັດຕັ້ງພັກ-ລັດທຸກຂັ້ນ, ສະມາຊິກພັກ, ພະນັກງານທຸກຄົນ ຕ້ອງຢູ່ພາຍໃຕ້ການຕິດຕາມ-ກວດກາຂອງພັກ, ຄະນະພັກແຕ່ລະຂັ້ນ ເປັນຜູ້ຊີ້ນໍາໂດຍກົງ ທັງເປັນຜູ້ຕິດຕາມ-ກວດກາທຸກການ ເຄື່ອນໄຫວ ຂອງການຈັດຕັ້ງ ແລະ ພະນັກງານ, ສະມາຊິກພັກ ທີ່ຢູ່ໃຕ້ການນຳພາ-ຄຸ້ມຄອງຂອງຕົນ,ເປັນຜູ້ພິຈາລະນາແກ້ໄຂຜົນຂອງການກວດກາແຕ່ລະຄັ້ງ, ແຕ່ລະເປົ້າໝາຍ, ມີຄວາມຮັບຜິດຊອບຊີ້ນຳ-ນຳພາຄະນະກວດກາ ແລະ ພະ ນັກງານກວດກາ ຢູ່ໃນຂັ້ນຂອງຕົນໃຫ້ປະຕິບັດໜ້າທີ່ໃນການຕິດຕາມ-ກວດກາຕາມພາລະບົດບາດ, ໜ້າທີ່, ສິດທີ່ກຳ ນົດໄວ້ໃນກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະ ຖືສໍາຄັນຕໍ່ການຄົ້ນຄວ້າ, ແກ້ໄຂຄຳຮ້ອງ-ຄຳສະເໜີຂອງສະມາຊິກພັກ, ພະນັກ ງານ ແລະ ປະຊາຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ຄໍາຮ້ອງ-ຄໍາສະເໜີ ທີ່ມີລາຍເຊັນ ຫຼື ບໍ່ມີລາຍເຊັນ ກໍ່ໃຫ້ຖືສໍາຄັນ ແລະ ນໍາມາຄົ້ນຄວ້າແກ້ໄຂ; ການຄົ້ນຄວ້າພິຈາລະນາຕ້ອງມີການປະສານສົມທົບ, ມີຄວາມເປັນເອ ກະພາບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ຮັບປະກັນຂໍ້ມູນຫຼັກຖານໃຫ້ຊັດເຈນ, ຖືກຕ້ອງຕາມຄວາມເປັນຈິງ, ພິຈາລະນາແກ້ໄຂໃຫ້ມີຄວາມຍຸດຕິທຳ ແລະ ທັນເວລາ, ປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງສ້າງພະນັກງານກວດ ກາແຕ່ລະຂັ້ນ ແລະ ປະກອບພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດ, ສົມຄູ່ກັບຄວາມຮຽກຕ້ອງການຂອງວຽກງານກວດກາ; ເປັນຜູ້ທີ່ມີທັດສະນະຖືກຕ້ອງ ເບິ່ງ ແລະ ພິຈາລະນາບັນຫາຕ່າງໆຢ່າງຮອບຄອບ, ຖີ່ຖ້ວນ ພາວະວິໃສ, ຊັດເຈນ, ເພີ່ມທະວີການນຳພາຂອງຄະນະພັກ ແລະ ອົງການປົກຄອງ ຕໍ່ວຽກງານກວດກາພັກ, ວຽກງານກວດກາລັດ,ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງດ້ວຍຫຼາຍວິທີ ໂດຍຖືເອົາການຕິດຕາມ-ກວດກາປົກກະຕິແຕ່ຫົວທີເປັນວິທີການຕົ້ນຕໍຂອງການກວດກາ, ເມື່ອກວດກາແລ້ວຕ້ອງແກ້ໄຂຜົນຂອງການກວດກາຢ່າງເດັດຂາດ-ເຂັ້ມງວດ ແລະ ທັນເວລາ; ຄະນະພັກ ແລະ ຄະ ນະນຳແຕ່ລະຂັ້ນ, ແຕ່ລະຂະແໜງການຕ້ອງຕິດຕາມ-ກວດກາ ແລະ ຊີ້ນຳຄະນະກວດກາພັກກໍ່ຄືອົງການກວດກາລັດຢ່າງໃກ້ຊິດ ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ເຂົາເຈົ້າສາມາດເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.
ຂ່າວຈາກ: ແສງເພັດ