ສປປລາວ ພ້ອມສົ່ງນັກກີລາລາວ 5 ຄົນຮ່ວມຊີງໄຊ ໂອແລມປິກເກມ ແລະ ພາລາແລມປີກເກມ 2020 ທີ່ປະເທດຍີ່ປຸ່ນ

598

ສປປ ລາວ ພ້ອມສົ່ງທັບນັກກີລາລາວ 5 ຄົນແບ່ງເປັນ 4 ຄົນເຂົ້າຮ່ວມ ໂອແລມປິກ 2020 ແລະ 1 ຄົນ ເຂົ້າຮ່ວມພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໂດຍຈະອອກເດີນທາງໄປໃນອາທິດໜ້າ ເຊິ່ງມີບໍລິສັດໃຫ້ການອຸປະຖຳຫຼັກ ເຊັ່ນ: ບໍລິສັດ ເບຍລາວ ຈຳກັດ 23 ລ້ານກີບ ແລະ ໂຮງງານຟຸດບອນໄທ ສະປອດດິ້ງກູດ ຫຼື ເອັຟບີທີ ເຄື່ອງນຸ່ງນັກກີລາ ລວມມູນຄ່າ 78 ລ້ານກວ່າກີບ.

ພິທີຖະແຫຼງຂ່າວ ການກະກຽມຄວາມພ້ອມຂອງທັບນັກກີລາລາວ ເຂົ້າຮ່ວມງານມະຫະກຳກີລາໂອແລມປິກ ຄັ້ງທີ 32 ແລະ ງານມະຫະກຳກີລາພາຣາແລມປິກ ຄັ້ງທີ 16 ທີ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 8 ກໍລະກົດ 2021 ທີ່ສະໂມສອນ ຄອລ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ແລະ ປະທານຄະນະກຳມະການພາຣາແລມປີກແຫ່ງຊາດລາວ (ຄພລ), ທ່ານ ເຄໂຊ ທາເກວະກະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສປປ ລາວ ແລະ ທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ.

ໂອກາດດັ່ງກ່າວ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ລາຍງານໃຫ້ຮູ້ວ່າ: ງານກີລາໂອແລມປິກສາກົນ ທີ່ນະຄອນຫຼວງ ໂຕກຽວ ມີ 206 ປະເທດ ຈາກ 5 ທະວີບເຂົ້າຮ່ວມ, ໃນນັ້ນ ທັບນັກກີລາລາວ ສົ່ງກີລາຢູໂດ 1 ຄົນ ທ້າວສຸພະໄຊ ສິດທິສານ ໃນຮຸ່ນ 60 ກິໂລ, ນັກກີລາລອຍນໍ້າ 2 ຄົນ ນາງ ສິຣິອາລົມ ບຸດຈະເລີນ 50 ແມັດ ຟຣີສະໄຕລ ແລະ ທ້າວ ສັນຕິສຸກ ອິນທະວົງ 50 ແມັດ ຟຣີສະໄຕລ ແລະ ນັກກີລາແລ່ນ-ລານ 1 ຄົນ ນາງ ສິຣິນາ ພະອໍາໄພ ແລ່ນ 110 ແມັດ. ນອກຈາກນັ້ນ ຍັງຈະມີ ຄູຝຶກ ແລະ ຄະນະນໍາ ຈາກຄະນະກໍາມາທິການໂອລິມປິກແຫ່ງຊາດລາວ ເຂົ້າຮ່ວມ ສຳລັບວັນເວລາເດີນທາງແມ່ນວັນທີ 15 ກໍລະກົດນີ້ ແລະ ຈະໄດ້ເດີນທາງກັບວັນທີ 29 ກໍລະກົດ 2021 ພ້ອມທັງເຂົ້າກັກຕົວທີ່ໂຮງແຮມແລນມາກ ສ່ວນກີລາຄົນພິການແມ່ນ ທ້າວ ແກ່ນ ເທບທິດາ ນັກກີລາແລ່ນ 100 ແມັດຊາຍ (ລະດັບຄົນພິການ T13).

ທ່ານ ສົມພູ ພົງສາ ກ່າວເຖິງເປົ້າໝາຍວ່າ: ສຳລັບເປົ້າໝາຍໃນການເຂົ້າຮ່ວມມີ ສູ້ຊົນຍົກລະດັບສະຖິຕິນັກກີລາລາວໃຫ້ສູງກວ່າໃນຄັ້ງທີ່ຜ່ານມາ ໂດຍສະເພາະແມ່ນນັກກີລາຢູໂດ ກໍຈະຕ້ອງສູ້ຊົນໃຫ້ເຂົ້າຮອບເລີກໆ, ເພີ່ມທະວີການສ້າງຄວາມສາມັກຄີຊາດເພື່ອນມິດ ກັບການຈັດຕັ້ງອົງກອນສາກົນ, ສ້າງປະສົບການ, ຊອກຫາສິ່ງທີ່ຄົງຄ້າງທ້າທາຍ ເພື່ອມາປັບປຸງມາແກ້ໄຂກະກຽມເຂົ້າຮ່ວມການແຂ່ງຂັນໃນລະດັບອາຊຽນໃນຕໍ່ໜ້າ ໂດຍສະເພາະແມ່ນກີລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ຮັບກຽດເປັນເຈົ້າພາບໃນທ້າຍປີນີ້ ຫຼື ອາດເຄື່ອນເວລາ ແລະ ຈະຮຽນຮູ້ໃນສິ່ງຕ່າງໆ ກໍຄື ທາງດ້ານວັດທະນະທຳສັງຄົມ ແລະ ທາງດ້ານການບໍລິຫານກີລາໃຫ້ໄດ້ຮັບໝາກຜົນ.