ປະກາດພະນັກງານຂັ້ນສູງພັກອອກຮັບອຸດໜູນບຳນານ

584

ພະນັກງານຂັ້ນສູງຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ອຸທິດຕົນຮັບໃຊ້ປະເທດຊາດມາຍາວນານອອກພັກການຮັບອຸດໜູນບຳນານອີກແລ້ວ ເຊິ່ງວັນທີ 07 ກໍລະກົດ 2021, ຫ້ອງວ່າການສູນກາງພັກ ຈັດພິທີປະກາດ ມີ 3 ທ່ານ ແລະ ໄດ້ແຕ່ງຕັ້ງຕຳແໜ່ງພະນັກງານບໍລິຫານຂັ້ນກົມ.”

ພິທີດັ່ງກ່າວໄດ້ຈັດຂື້ນຢູ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າສູນກາງພັກ, ມີບັນດາຄະນະພັກ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງຫ້ອງການດັ່ງກ່າວເຂົ້າຮ່ວມ;


ໃນພິທີ, ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນພັກ ວ່າດ້ວຍການອະນຸມັດໃຫ້:
1. ສະຫາຍ ນາມ ວິຍະເກດ ກໍາມະການສູນກາງພັກ ສະໄໝທີ X, ຮອງປະທານທິດສະດີສູນກາງພັກ, ຫ້ອງວ່າການສູນກາງພັກ ອອກພັກການ-ຮັບອຸດໜູນບໍານານ,
2. ສະຫາຍ ຫລີ ບຸນຄໍ້າ ຜູ້ຊ່ວຍວຽກສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຫ້ອງວ່າການສູນກາງພັກ ອອກພັກການ-ຮັບອຸດໜູນບໍານານ,
3. ສະຫາຍ ບົວໄລ ບຸນເຕີມ ກໍາມະການຄະນະພັກ, ຫົວໜ້າກົມກໍ່ສ້າງຮາກຖານການເມືອງ, ຫ້ອງວ່າການສູນກາງພັກອອກພັກການ-ຮັບອຸດໜູນບໍານານ.


ພ້ອມນີ້, ກໍໄດ້ປະກາດການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນກົມພາຍໃນຫ້ອງວ່າການສູນກາງພັກ ຈາກຮັກສາການຫົວໜ້າກົມ ຂຶ້ນເປັນຫົວໜ້າກົມຈຳນວນ 03 ສະຫາຍ ຄື:
1. ສະຫາຍ ນາງ ລາພອນ ເພັດສະວົງ ຮັກສາການຫົວໜ້າກົມສຳເນົາເອກະສານ ຂຶ້ນເປັນຫົວໜ້າກົມສຳເນົາເອກະສານ,
2. ສະຫາຍ ນາງ ບົວເງິນ ດາລາແສນ ຮັກສາການຫົວໜ້າກົມການເງິນ ຂຶ້ນເປັນຫົວໜ້າກົມການເງິນ,
3. ສະຫາຍ ກິຫລຽນທອງ ແກ້ວນໍລະສິງ ຮັກສາການຫົວໜ້າກົມເລຂານຸການ-ການນຳ ຂຶ້ນເປັນຫົວໜ້າກົມເລຂານຸການ-ການນຳ; ພ້ອມດຽວກັນນີ້, ຍັງໄດ້ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ຂັ້ນຫ້ອງວ່າການສູນກາງພັກຄຸ້ມຄອງຈຳນວນ 02 ສະຫາຍ ຄື: ສະຫາຍ ສີທອນ ຈັນທະວົງ ແລະ ສະຫາຍ ແພງສີ ນໍລະສິງ.


ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ໂອ້ລົມຕໍ່ພິທີວ່າ: ບັນດາສະຫາຍທີ່ໄດ້ຮັບນະໂຍບາຍອອກພັກການ-ອອກອຸດໜູນບໍານານຄັ້ງນີ້, ລ້ວນແຕ່ແມ່ນຜູ້ທີ່ໄດ້ປະກອບສ່ວນ ແລະ ເສຍສະຫລະທາງດ້ານເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ມີຜົນງານຢ່າງໃຫຍ່ຫລວງ, ແຕ່ການຮັບນະໂຍບາຍນີ້ ແມ່ນໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບ ແຜນການນໍາພາຂອງພັກເຮົາ.


ສ່ວນການປັບປຸງກົງຈັກພະນັກງານ ແມ່ນວຽກງານປົກກະຕິ ແລະ ແມ່ນຍຸດທະສາດຂອງພັກ ແລະ ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງວິສາມັນ ກໍໄດ້ຄົ້ນຄວ້າປຶກສາຫາລື ແລະ ໃຫ້ທິດຊີ້ນໍາວຽກພັກ -ພະນັກງານ ພາຍໃຕ້ຫົວຂໍ້ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງໃນທຸກຂອດວຽກງານພະນັກງານ.


ກອງປະຊຸມໄດ້ໃຫ້ທັດສະນະວ່າ: “ການຫັນປ່ຽນໃນວຽກງານພະນັກງານ ແມ່ນບັນຫາສໍາຄັນທີ່ສຸດ ທີ່ພົວພັນເຖິງການກໍາອໍານາດຂອງພັກເຮົາ ກໍຄື ຜົນສໍາເລັດຂອງພະລາກິດປ່ຽນແປງໃໝ່, ທັງແມ່ນບັນຫາຮີບດ່ວນສະເພາະໜ້າ ແລະ ທັງແມ່ນບັນຫາພື້ນ ຖານຍາວນານ ເພື່ອສ້າງໃຫ້ກໍາລັງຖັນແຖວພະນັກງານມີຄວາມໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ ເພື່ອສືບຕໍ່ພະລາກິດປະຕິວັດຂອງພັກເຮົາ ໃຫ້ມີຜົນສໍາເລັດ”.