ເຄນ ສ້າງສະຖິຕິໃໝ່ຫຼັງຍິງປະຕູຊ່ວຍ ອັງກິດ ເຂົ້າຮອບຊີງຊະນະເລີດ ຢູໂຣ 2020 ພ້ອມລຸ້ນດາວຍິງສູງສຸດ

638
England's Harry Kane celebrates after winning the Euro 2020 soccer championship semifinal match against Denmark at Wembley stadium in London, Wednesday, July 7, 2021. (AP Photo/Frank Augstein, Pool)

ແຮຣີ ເຄນ ກອງໜ້າທີມຊາດອັງກິດ ສ້າງສະຖິຕິິໃໝ່່ໃຫ້ກັບ ທີມຊາດອັງກິດ ດ້ວຍການເປັນນັກເຕະທີ່ຍິງປະຕູໃນລາຍການໃຫຍ່ຫຼາຍທີ່ສຸດເທົ່າກັນ ແກຣີ ລິນິເກີ ດ້ວຍຈໍານວນ 10 ປະຕູ ຫຼັງຫຼ້າສຸຸດຍິງປະຕູໄຊຊ່ວຍໃຫ້ ທີມຊາດອັງກິດ ບຽດເອົາຊະນະ ດານມາກ 2-1 ໃນການຕໍ່ເວລາພິເສດຮອບຮອງຊະນະເລີດບານເຕະ ຢູໂຣ 2020 ເມື່ອວັນທີ 7 ກໍລະກົດ ທີ່ຜ່ານມາ.

ກ່ອນໜ້ານີ້ ເຄນ ຍິງປະຕູໃຫ້ກັບ ທີມຊາດອັງກິດ ໃນບານເຕະ ຢູໂຣ 3 ປະຕູ ເຮັດໃຫ້ລາວຍິງປະຕູໃນລາຍການໃຫຍ່ໆໄດ້ 9 ປະຕູຈາກ 15 ນັດເທົ່າກັບ ອະລັນ ເຊຍເຣີ ອະດີດກອງໜ້າທີມຊາດອັງກິດ ແລະ ຫຼ້າສຸດຍິງປະຕູໄຊຈາກຈຸດໂທດຊ່ວຍໃຫ້ກັບ ອັງກິດ ເອົາຊະນະ ດານມາກ 2-1 ໃນໄລຍະຕໍ່ເວລາພິເສດຂອງ ຢູໂຣ 2020 ຮອບຮອງຊະນະເລີດ.

ເຮັດໃຫ້ ເຄນ ຍິງປະຕູໃຫ້ກັບທີມຊາດອັງກິດ ໃນລາຍການໃຫຍ່ໆປະກອບດ້ວຍ ບານໂລກ ແລະ ຢູໂຣ ໄປແລ້ວ 10 ປະຕູທຽບເທົ່າກັບສະຖິຕິຂອງ ແກຣີ ລິນິເກີ ອະດີດນັກເຕະຂອງ ທ໊ອດແນມ ຮ໊ອດ ສະເປີ. ນອກນັ້ນ, ຖ້າຫາກວ່າ ເຄນ ສາມາດຍິງປະຕູໃນນັດຊີງຊະນະເລີດທີ່ຈະພົບກັບ ອິຕາລີ ໃນວັນທີ 11 ກໍລະກົດ 2021 ( ກົງກັບເວລາ 2:00 ໂມງຂອງວັນທີ 12 ກໍລະກົດ ເວລາໃນບ້ານເຮົາ ) ກໍຈະເຮັດໃຫ້ ເຄນ ທໍາລາຍສະຖິຕິການຍິງປະຕູໃນລາຍການໃຫຍ່ໆໃຫ້ກັບທີມຊາດອັງກິດ ສູງສຸດ ພ້ອມທັງມີລຸ້ນດາວຍິງສູງສຸດຢູໂຣ ອີກດ້ວຍ.

ສໍາລັບ ຕໍາແໜ່ງຜູ້ນໍາ ແລະ ນັກເຕະທີ່ຍັງມີໂອກາດລຸ້ນດາວຍິງສູງສຸດໃນ ຢູໂຣ 2020 ຫຼາຍທີ່ສຸດມີດັ່ງນີ້:
1.ພາທຣິກ ຊິກ ຈາກສາທາລະນະລັດເຊັກ ຍິງໄດ້ 5 ປະຕູ
2.ຄຣິສເຕຍໂນ ໂຣນັລໂດ ຈາກປ໊ອກຕຸຍການ ຍິງໄດ້ 5 ປະຕູ
3.ແຮຣີ ເຄນ ຈາກອັງກິດ ຍິງໄດ້ 4 ປະຕູ
4.ຣາຮີມ ສະເຕີລິງ ຈາກອັງກິດ ຍິງໄປ 3 ປະຕູ
ນອກນັ້ນ, ກໍຍັງມີ ເຟເດີຣິໂກ ເຄຍຊາ, ຊິໂຣ ອິມໂມບິເລ, ລໍເຣນໂຊ ອິນຊິເຢ, ມານູເອລ ໂລເຄເຕລລີ ແລະ ແມັດແທວ ປາສຊິນາ 5 ນັກເຕະຈາກທີມຊາດອິີຕາລີ ທີ່ຍິງໄດ້ 2 ປະຕູເທົ່າກັນທີ່ຍັງມີໂອກາດລົງແຂ່ງຂັນນັດສຸດທ້າຍກໍຄືນັດຊີງຊະນະເລີດກັບ ອັງກິດ.
ຮູບຈາກ: AP