ປະເທດກຳລັງພັດທະນາໃນອາຊີ ໂດຍລວມຈະຂະຫຍາຍຕົວ 7,3% ໃນປີ 2021 ເຖິງແມ່ນວ່າພະຍາດໂຄວິດ – 19 ຍັງຄົງສືບຕໍ່

350

ການເຕີບໂຕທາງດ້ານເສດຖະກິດໃນປະເທດທີ່ກຳລັງພັດທະນາໃນອາຊີ ຄາດວ່າຈະເພີ່ມຂຶ້ນເປັນ 7,3% ໃນປີນີ້ ເຊິ່ງໄດ້ຮັບການສະໜັບສະໜູນຈາກການຟື້ນຕົວຂອງເສດຖະກິດໂລກທີ່ດີຂຶ້ນ ແລະ ມີ ຄວາມຄືບໜ້າໃນເບື້ອງຕົ້ນ ກ່ຽວກັບວັກແຊັງຕ້ານພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ ຫຼື ພະຍາດໂຄວິດ – 19 ອີງຕາມການລາຍງານໃໝ່ຂອງທະນາຄານພັດທະນາອາຊີ ( ADB ).

ການຟື້ນຕົວທີ່ຄາດຄະເນໄວ້ ແມ່ນຕໍ່ເນື່ອງມາຈາກການຫົດຕົວ 0,2% ໃນປີທີ່ຜ່ານມາ, ອີງຕາມບົດລາຍງານເສດຖະກິດຂອງ ADB ທີ່ມີຊື່ວ່າ ການຄາດຄະເນການພັດທະນາຂອງອາຊີ ປະຈໍາປີ 2021, ການເຕີບໂຕຂອງພາກພື້ນແມ່ນຄາດວ່າຈະຢູ່ໃນລະດັບ 5,3% ໃນປີ 2022 ບໍ່ລວມເອົາເສດຖະກິດອຸດສາຫະກໍາໃໝ່ຂອງຮົງກົງ, ສປ ຈີນ, ສາທາລະນະລັດເກົາຫຼີ, ສິງກະໂປ, ໄຕ້ຫວັນ ການພັດທະນາກິດຈະກໍາດ້ານເສດຖະກິດຂອງອາຊີ ຄາດວ່າຈະເຕີບໂຕໃນລະດັບ 7,7% ໃນປີນີ້ ແລະ 5,6% ໃນປີ 2022.

อาจเป็นรูปภาพของ 2 คน, ผู้คนกำลังยืน, สถานที่ในร่ม และสำนักงาน

ທ່ານ ຢະສຸຍຸກິ ສະວາດະ ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ: “ ການເຕີບໂຕແມ່ນພວມໄດ້ຮັບແຮງພັກດັນຈາກບັນດາປະເທດທີ່ກຳລັງພັດທະນາໃນອາຊີ, ແຕ່ວ່າການລະບາດຂອງພະຍາດໂຄວິດ – 19 ໄດ້ຂົ່ມຂູ່ຕໍ່ການຟື້ນຕົວ ” ທ່ານຍັງໃຫ້ຮູ້ຕື່ມອີກວ່າ: “ ເສດຖະກິດຂອງປະເທດຕ່າງໆໃນພາກພື້ນແມ່ນດຳເນີນໄປໃນເສັ້ນທາງທີ່ແຕກຕ່າງກັນ, ເສັ້ນໂຄຈອນເສດຖະກິດຂອງປະເທດເຫຼົ່ານີ້ ແມ່ນຂຶ້ນກັບຂະໜາດຂອງການລະບາດພາຍໃນປະເທດ, ບາດກ້າວໃນການດຳເນີນການສັກວັກແຊັງຂອງແຕ່ລະປະເທດ ແລະ ໄດ້ຮັບຜົນປະໂຫຍດຫຼາຍເທົ່າໃດຈາກການຟື້ນຕົວຂອງໂລກ ”.

ການເພີ່ມຂຶ້ນຂອງການສົ່ງອອກ ແມ່ນຈະຊຸກຍູ້ເສດຖະກິດຂອງບາງປະເທດທີ່ກຳລັງພັດທະນາໃນອາຊີຈຳນວນໜຶ່ງ ທ່າມກາງການເພີ່ມທະວີກິດຈະກຳທາງເສດຖະກິດຂອງໂລກ, ລວມທັງການຟື້ນຄືນຂອງການຜະລິດຂອງໂຮງ ຈັກ – ໂຮງງານ, ຄວາມຄືບໜ້າຂອງການຜະລິດ ແລະ ການຈັດສົ່ງວັກແຊັງຕ້ານພະຍາດໂຄວິດ – 19 ໄດ້ປະກອບສ່ວນໃຫ້ແກ່ແຮງພັກດັນດັ່ງກ່າວ, ແຕ່ວ່າການແຜ່ລະບາດຂອງພະຍາດຍັງຄົງເປັນຄວາມສ່ຽງໃຫຍ່ທີ່ສຸດສຳລັບພາກພື້ນ ເນື່ອງຈາກມີທ່າອ່ຽງຊັກຊ້າໃນການດຳເນີນການສັກວັກແຊັງ ຫຼື ການລະບາດຮອບໃໝ່ສາມາດບັ່ນທອນການເຕີບໂຕ, ຄວາມສ່ຽງອັນອື່ນໆລວມທັງ ຄວາມເຄັ່ງຕຶງຂົງເຂດທາງພູມສາດການເມືອງທີ່ມີເພີ່ມຂຶ້ນ, ການຜະລິດຮອດຂີດຈໍາກັດ, ຄວາມສັບສົນທາງການເງິນຈາກການຫັດກຸມເງື່ອນໄຂທາງການເງິນ ເຊັ່ນ: ຄວາມຢ້ານກົວໃນໄລຍະຍາວ ເນື່ອງຈາກເສຍໂອກາດໃນການຮໍ່າຮຽນຈາກການປິດໂຮງຮຽນ.

ເສດຖະກິດສ່ວນໃຫຍ່ຂອງປະເທດທີ່ກຳລັງພັດທະນາໃນອາຊີ ຈະເຫັນໄດ້ການເຕີບໂຕທີ່ແຂງແຮງໃນປີນີ້ ແລະ ໃນປີ 2022. ເສດຖະກິດຂອງປະເທດໃນແຖບອາຊີກາງ ຄາດວ່າຈະເຕີບໂຕໃນອັດຕາສະເລ່ຍທີ່ 3,4% ໃນປີນີ້ ແລະ 4,0% ໃນປີໜ້າ, ເສດຖະກິດຂອງປະເທດທີ່ອີງໃສ່ການຄ້າໃນແຖບອາຊີຕາເວັນອອກສ່ຽງໃຕ້ ກໍຈະກັບມາຟື້ນຕົວອີກ ໂດຍການຄາດຄະເນຂອງອະນຸພາກພື້ນດັ່ງກ່າວ ຈະຂະຫຍາຍຕົວລວມໃນອັດຕາ 4,4% ໃນປີນີ້ ແລະ 5,1% ໃນປີ 2022 ພາຍຫຼັງທີ່ຫົດຕົວ 4,0% ໃນປີ 2020; ເສດຖະກິດຂອງປະເທດໃນແຖບປາຊີຟິກ ທີ່ຍັງຄົງໄດ້ຮັບຜົນກະທົບຈາກຂໍ້ຈຳກັດດ້ານການທ່ອງທ່ຽວທົ່ວໂລກ ແລະ ການຫຼຸດລົງຂອງການທ່ອງທ່ຽວ ຈະຂະຫຍາຍຕົວເລັກໜ້ອຍໃນປີນີ້ໃນອັດຕາ 1,4% ກ່ອນທີ່ອັດຕາການຂະຫຍາຍຕົວຈະເພີ່ມຂຶ້ນເປັນ 3,8% ໃນປີໜ້າ.

ການສົ່ງອອກທີ່ແຂງແຮງ ແລະ ການຟື້ນຕົວຂອງການບໍລິໂພກໃນຄົວເຮືອນເທື່ອລະກ້າວ ຈະຊ່ວຍເພີ່ມກິດຈະກຳທາງເສດຖະກິດ ສປ ຈີນ ໃນປີນີ້. ຄາດວ່າລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ຂອງປະເທດຈະຂະຫຍາຍຕົວໃນອັດຕາ 8,1% ໃນປີ 2021 ແລະ 5,5% ໃນປີ 2022. ຈີດີພີ ຂອງບັນດາປະເທດແຖບອາຊີຕາເວັນອອກ ໂດຍລວມຄາດວ່າຈະຂະຫຍາຍຕົວໃນອັດ ຕາ 7,4% ໃນປີ 2021 ແລະ 5,1% ໃນປີ 2022.

ອັດຕາເງິນເຟີ້ໃນປະເທດທີ່ກຳລັງພັດທະນາໃນອາຊີ ໂດຍລວມຄາດວ່າຈະຫຼຸດລົງຈາກ 2,8% ມາເປັນ 2,3% ໃນປີນີ້, ຍ້ອນວ່າຄວາມກົດດັນດ້ານລາຄາອາຫານໄດ້ຮັບການແກ້ໄຂໃນອິນເດຍ ແລະ ສປ ຈີນ, ອັດຕາເງິນເຟີ້ໃນພາກພື້ນ ຄາດວ່າຈະເພີ່ມສູງຂຶ້ນເປັນ 2,7% ໃນປີ 2022.

อาจเป็นรูปภาพของ กลางแจ้ง

ບົດລາຍງານຍັງໄດ້ກວດກາຄ່າໃຊ້ຈ່າຍຂອງການປິດໂຮງຮຽນທີ່ເກີດຈາກການແຜ່ລະບາດພະຍາດໃນທົ່ວປະເທດທີ່ກຳລັງພັດທະນາໃນອາຊີ, ບັນດາປະເທດທີ່ພວມນຳໃຊ້ການຮຽນທາງໄກ, ແຕ່ການຮຽນແບບນີ້ມີປະສິດທິພາບບາງສ່ວນ ເນື່ອງຈາກນັກຮຽນຈຳນວນຫຼາຍຂາດການເຂົ້າເຖິງເຄື່ອງຄອມພິວເຕີ ແລະ ອິນເຕີເນັດ, ສິ່ງຫຍໍ້ທໍ້ເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ທັກສະທີ່ນັກຮຽນໄດ້ຮັບ ແລະ ໃນທີ່ສຸດຕໍ່ຜະລິດຕະພາບ ແລະ ລາຍໄດ້ຂອງພວກເຂົາ ເຊິ່ງພວກເຂົາຈະເປັນແຮງງານໃນອະນາຄົດ, ການສູນເສຍການຮຽນຮູ້ແມ່ນຢູ່ໃນລະດັບຕັ້ງແຕ່ 8,0% ຂອງປີການຮຽນຮູ້ໃນແຖບປາຊີຟິກ ເຊິ່ງໂຮງຮຽນສ່ວນໃຫຍ່ແມ່ນເປີດ ຢູ່; ເຖິງ 55% ໃນແຖບອາຊີໃຕ້ ເຊິ່ງເປັນແຖບທີ່ມີການປິດໂຮງຮຽນດົນທີ່ສຸດ, ມູນຄ່າໃນປັດຈຸບັນຂອງການຫຼຸດລົງລາຍຮັບໃນອະນາຄົດຂອງນັກຮຽນແມ່ນປະມານ 1,25 ພັນຕື້ໂດລາ ສຳລັບປະເທດທີ່ກຳລັງພັດທະນາໃນອາຊີໂດຍລວມ ເຊິ່ງເທົ່າກັບ 5,4% ຂອງ ຈີດີພີ ຂອງພາກພື້ນໃນປີ 2020.