8 ກໍລະກົດ ລາວ ພົບຜູ້ຕິດເຊື້ອ 69 ຄົນ ຂໍໃຫ້ຜູ້ຮັບວັກຊີນເຂັມທີ 1 ໃຫ້ຮີບໄປຮັບ ເຂັມທີ 2 ໃຫ້ຄົບ

480

ໃນວັນທີ 8 ກໍລະກົດ ປີ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ວັນທີ 7 ກໍລະກົດ ໄດ້ກວດວິເຄາະທັງໝົດ 1.610 ຄົນ ກວດພົບກໍລະນີຕິດເຊື້ອໃໝ່69 ຄົນຄື:ຈາກ ແຂວງຫຼວງນ້ໍາທາ 1 ກໍລະນີ, ສະຫວັນນະເຂດ 30 ກໍລະນີ, ຈໍາປາສັກ 35 ກໍລະນີ ແລະ ຄໍາມ່ວນ 3 ກໍລະນີ (ກໍລະນີນາເຂົ້າ ມີ 68ຄົນຄື: ສະຫວັນນະເຂດ 30 ກໍລະນີ, ຈໍາປາສັກ 35ກໍລະນີ ແລະ ຄໍາມ່ວນ 3 ກໍລະນີ), ສ່ວນຕິດເຊື້ອໃນຊຸມຊົນ 1 ກໍລະນີແມ່ນແຂວງຫຼວງນ້ໍາທາ. ເຮັດໃຫ້ມາຮອດປັດຈຸບັນມີກໍລະນີຕິດເຊື້ອສະສົມ2.469 ຄົນ, ເສຍຊີວິດສະສົມ 3 ກໍລະນີ (ໃຫມ່ 0), ກໍາລັງປິ່ນປົວ 390 ກໍລະນີ.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:  ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ; ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ); ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳຜັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່.

ສຳລັບບ້ານແດງໃນນະຄອນຫຼວງວຽງຈັນມາຮອດປະຈຸບັນແມ່ນຍັງມີ 5 ບ້ານ ໃນ 4 ເມືອງ ຄື: ເມືອງໄຊທານີ, ເມືອງໄຊເສດຖາ, ເມືອງຈັນທະບູລີ ແລະ ເມືອງນາຊາຍທອງ.

ຂໍຮຽກຮ້ອງມາຍັງ ປະຊາຊົນຊາວລາວທຸກຄົນ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານຫາກຈະກັບຄືນປະເທດກໍ່ຂໍໃຫ້ ດຳເນີນຂັ້ນຕອນເຂົ້າມາຕາມລະບຽບຫຼັກການ ເຂົ້າມາຕາມຊ່ອງທາງທີ່ຖືກຕ້ອງເພື່ອຈະໄດ້ ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ໂຄວິດ -19 ແລະຈຳກັດບໍລິເວນຕາມຂັ້ນຕອນຂອງ ມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອເປັນການປ້ອງກັນ ແລະ ຮັບປະກັນວ່າການທີ່ທ່ານກັບມາບ້ານເກີດເມືອງນອນ ເພື່ອມາຫາ ພໍ່ແມ່ ອ້າຍເອື້ອຍນ້ອງ ແລະ ທຸກຄົນທີ່ມີການພົວພັນກັບທ່ານນັ້ນ ຈະບໍ່ເປັນການນຳເຊື້ອພະຍາດມາຕິດຕໍ່ໃສ່ຄອບຄົວ ແລະຄົນທີ່ທ່ານຮັກ.

ນອກຈາກສະພາບການຕິດເຊື້ອໃນແຮງງານ ເດີນທາງເຂົ້າມາ ແລ້ວ ປະເທດເຮົາ ກໍ່ຍັງມີການຕິດເຊື້ອໃນຊຸມຊົນ ຄືຢູ່ ແຂວງວຽງຈັນ ຍັງສືບຕໍ່ມີລາຍງານ ຕົວເລກການຕິດເຊື້ອໃນຊຸມຊົນ ໃນກຸ່ມເກົາ ທີ່ມີການຕິດເຊື້ອຈາກນະຄອນຫຼວງ ເລີ້ມແຕ່ທີ ທ້າຍເດືອນ ມີຖຸນາ ຮອດປະຈຸບັນ ມີຈຳນວນຕິດເຊື້ອໃນຊຸມຊົນສະເພາະແຂວງວຽງຈັນ 37 ຄົນ.