ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍເຈົ້າແຂວງໆຄຳມ່ວນລົງເຄື່ອນໄຫວຢ້ຽມຢາມບໍລິສັດເຫີໜານ ຊັງຈິວ ແລະ ບໍລິສັດ ວີລາໂກ້ ລາວ-ຫວຽດ

440

ໃນຕອນບ່າຍ ວັນທີ 5 ກໍລະກົດ 2021 ນີ້້ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ບຸນມີ ພິມສອນ ປະ ທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ

ໄດ້ລົງເຄື່ອນໄຫວຢ້ຽມຢາມບໍລິສັດເຫີໜານ ຊັງຈິວ, ບໍລິສັດ ວີລາໂກ້ ລາວ-ຫວຽດ ຢູ່ເມືອງເຊບັ້ງໄຟ ເຊິ່ງໃຫ້ກຽດຕ້ອນຮັບ ຂອງທ່ານ ນາງ ດາວພະສຸກ ທຳມະນີວົງ ຮອງເລຂາພັກເມືອງ, ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ ພ້ອມດ້ວຍ ຄະນະນຳຂອງເມືອງ.


ໂອກາດລົງມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ທ່ານ ງໍ ໄຊຍະວົງ ຕາງໜ້າບໍລິສັດເຫີໜານ ຊັງຈິວ ກໍ່ໄດ້ກ່າວລາຍງານກ່ຽວກັບການຈັດຕັ້ງປະຕິບັດຂອງບໍລິສັດດັ່ງກ່າວ ແມ່ນໄດ້ເລີ່ມບຸກເບີກເນື້ອທີ່ໃນການເພາະປູກແຕ່ປີ 2016 ໃນເນື້ອທີ່ 165 ເຮັກຕາ ປະກອບມີໝາກມ່ວງ 8 ສາຍພັນຈາກປະເທດຈີນ ຜົນຜະລິດສາມາດເກັບກ່ຽວໄດ້ 600 ໂຕ່ນ/ປີ.

ແຕ່ເນື່ອງຈາກຖືກໃນຊ່ວງຂອງການລະບາດຂອງພະຍາດໂຄວິດ 19 ແລະ ຊ່ວງໝາກມ່ວງອອກຕາມລະດູການ ຈິ່ງບໍສາມາດສົ່ງອອກຕ່າງປະເທດໄດ້ຕາມເປົ້າ ແລະ ບໍສາມາດຂາຍຕາມທ້ອງຕະຫຼາດພາຍໃນ.

ຕໍ່ກັບສະພາບດັ່ງກ່າວ ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ບໍລິສັດດັ່ງກ່າວກໍ່ໄດ້ປຶກສາຫາລືວາງແຜນຊອກຫາວິທີສົ່ງອອກພາຍໃນ ແລະ ຕ່າງປະເທດ ເຮັດໝາກມ່ວງອົບແຫ້ງ, ຕອນກິ່ງຫ່ງາເຮັດໃຫ້ໝາກມ່ວງອອກນອກລະດູການຄາດຄະເນຈະໃຫ້ອອກໝາກໃນປະມານເດືອນຕຸລາ 2021 ແລະ ຈະເກັບຜົນຜະລິດ ເດືອນມັງກອນ 2022 ເຮັດໃຫ້ໝາກມ່ວງໄດ້ລາຄາດີ.

ຈາກນັ້ນ, ທາງຄະນະສະພາແຫ່ງຊາດ, ຄະນະນຳຂອງແຂວງກໍ່ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດວີລາໂກລາວ-ຫວຽດເຊິ່ງໄດ້ໄປເບິ່ງຢູ່ບໍ່ຂຸດຄົ້ນ ແລະ ບ່ອນຜະລິດແປຮູບ ເຊິ່ງທ່ານຕາງໜ້າບໍລິສັດກໍ່ໄດ້ລາຍງານຕໍ່ສະພາບການຈັດຕັ້ງປະຕິບັດການຂຸດຄົ້ນ, ການແປຮູບ, ຫີນກາວ ແລະ ການສົ່ງອອກ ທ່ານໄດ້ກ່າວມີຄຳເຫັນ ແລະ ຮຽກຮ້ອງມາຍັງຄະນະນຳຂອງແຂວງ, ຄະນະເມືອງ ອຳ ນວຍຄວາມສະດວກໃຫ້ບໍລິ ສັດກໍ່ຄືນັກລົງທຶນຈາກຕ່າງປະເທດຕ້ອງໄດ້ຄົ້ນຄ້ວາຫາຕະຫຼາດສົ່ງອອກ ໂດຍສົມທົບກັບຂະແໝງການທີ່ກ່ຽວຂ້ອງຕ້ອງຮັບປະກັນຄວາມຍືນຍົງ, ສຶກສາຄວາມເປັນໄປໄດ້ກັບບັນດາສະມະຄົມນັກລົງທຶນຂອງຕ່າງປະເທດ.