ເສດຖະກິດຂອງ ສ.ເກົາຫຼີ ຈະຂະຫຍາຍຕົວ 4,2% ໃນປີນີ້

241

ສຳນັກຂ່າວບລູມເບີກລາຍງານວ່າ: ລັດຖະບານສາທາລະນະລັດເກົາຫຼີ ໄດ້ຄາດການວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ ( ຈີດີພີ ) ຂອງ ສ.ເກົາຫຼີ ໃນປີ 2021 ຈະຢູ່ທີ່ລະດັບ 4,2% ເຊິ່ງເພີ່ມຂຶ້ນຈາກ 3,2% ທີ່ເຄີຍຄາດການໄວ້ກ່ອນໜ້ານີ້ ໂດຍໄດ້ແຮງຍູ້ຈາກພາກການຜະລິດ ແລະ ການສົ່ງອອກ.

ນອກຈາກນີ້, ລັດຖະບານສາທາລະນະລັດເກົາຫຼີ ຍັງເລັ່ງສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ປະຊາຊົນ ໂດຍຂະນະນີ້ປະຊາກອນ ປະມານ 30% ໄດ້ສັກວັກແຊັງໄປແລ້ວ ແລະ ຄາດວ່າຮອດເດືອນກັນຍາ 70% ຂອງປະຊາກອນທັງໝົດຈະໄດ້ຮັບການສັກວັກແຊັງ ເພື່ອສ້າງພູມຄຸ້ມກັນໝູ່ໃນເດືອນພະຈິກ ແລະ ຄາດວ່າໃນ 6 ເດືອນທ້າຍປີນີ້ ເສດຖະກິດຂອງ ສ.ເກົາຫຼີ ຈະຟື້ນຄືນຢ່າງເຕັມຮູບແບບ.

ລາຍງານລະບຸວ່າ: ການສົ່ງອອກຂອງ ສ.ເກົາຫຼີ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍເດືອນພຶດສະພາຜ່ານມາການສົ່ງອອກຂອງ ສ.ເກົາຫຼີ ເພີ່ມຂຶ້ນສູງສຸດໃນຮອບ 32 ປີ ເນື່ອງຈາກຫຼາຍປະເທດມີຄວາມຕ້ອງການອຸປະກອນເອເລັກໂຕຣນິກ, ເຄື່ອງໃຊ້ໄຟຟ້າ, ອາໄຫຼ່ລົດຍົນ, ນ້ຳມັນດິບ ແລະ ສິນຄ້າປະເພດອື່ນໆຈາກ ສ.ເກົາຫຼີ ເພີ່ມຂຶ້ນ ໂດຍສະເພາະແມ່ນສະຫະລັດອາເມຣິກາ ແລະ ສປ ຈີນ ເຊິ່ງຄາດວ່າ ຄວາມຕ້ອງການຍັງຈະເພີ່ມຂຶ້ນຕໍ່ເນື່ອງ ເຮັດໃຫ້ລັດຖະບານຄາດການວ່າການສົ່ງອອກປີນີ້ ຈະມີມູນຄ່າສູງເຖິງ 608 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 18,5% ເມື່ອທຽບກັບປີຜ່ານມາ.

ໃນຂະນະດຽວກັນລັດຖະບານສາທາລະນະລັດເກົາຫຼີ ໄດ້ອອກມາດຕະການກະຕຸ້ນເສດຖະກິດເພີ່ມຕື່ມອີກ ມູນຄ່າ 26,5 ຕື້ໂດລາສະຫະລັດ ເພື່ອກະຕຸ້ນການບໍລິໂພກພາຍໃນ, ໂຄງການສ້າງ 150.000 ອາຊີບ, ການເພີ່ມສິດທິປະໂຫຍດຕ່າງໆສຳລັບລູກຈ້າງ ລວມທັງຊ່ວຍເຫຼືອພາກການທ່ອງທ່ຽວ ແລະ ການບໍລິການ.

ທ່ານ ລີ ອໍ ເວີນ ຮອງລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນຂອງ ສ.ເກົາຫຼີ ກ່າວວ່າ: ລັດຖະບານໄດ້ພະຍາຍາມເຮັດໃຫ້ກຳລັງຊື້ຂອງຜູ້ບໍລິໂພກ ຖືກນຳມາໃຊ້ຈ່າຍໄປກັບອຸດສາຫະກຳທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ໃຫ້ຫຼາຍທີ່ສຸດ. ນອກຈາກນີ້ ສ.ເກົາຫຼີ ຍັງໄດ້ປຶກສາຫາລືກັບສິງກະໂປ ແລະ ໄຕ້ຫວັນ ເພື່ອສ້າງໂຄງການ “ Travel Bubble ” ຫຼື ການເດີນທາງໂດຍບໍ່ຈຳເປັນຕ້ອງຈຳກັດບໍລິເວນ ເພື່ອຟື້ນຟູການທ່ອງທ່ຽວ.

ທ່ານ ຮົງ ນາມ ຄີ ລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນ ຂອງສາທາລະນະລັດເກົາຫຼີ ກ່າວວ່າ: ຫາກການສັກວັກແຊັງປ້ອງກັນໂຄວິດ – 19 ດຳເນີນໄປຕາມແຜນ ຄາດວ່າຈະສ້າງພູມຄຸ້ມກັນໝູ່ກ່ອນເດືອນພະຈິກ ເຊິ່ງເຖິງເວລານັ້ນຈະສາມາດຄວບຄຸມການລະບາດໄດ້, ໃນຂະນະທີ່ມາດຕະການຟື້ນຟູ ແລະ ກະຕຸ້ນເສດຖະກິດຂອງລັດຖະບານຈະດຳເນີນໄປຢ່າງເຕັມຮູບແບບຕັ້ງແຕ່ເດືອນກໍລະກົດນີ້ເປັນຕົ້ນໄປ.