ໂອເປັກ ພລັສ ເລື່ອນປະຊຸມຢ່າງບໍ່ມີກຳນົດ

247

ກຸ່ມຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ( ໂອເປັກ ) ແລະ ຊາດພັນທະມິດ ( ໂອເປັກ ພລັສ ) ໄດ້ຕັດສິນໃຈເລື່ອນການປະຊຸມອອກໄປແບບບໍ່ມີກຳນົດ ຫຼັງຈາກທີ່ຊາອຸດິດອາຣັບບີ ແລະ ສະຫະລັດອາຣັບເອເມເຣັດ ( ຢູເອອີ ) ຍັງບໍ່ສາມາດຕົກລົງກັນໄດ້ ກ່ຽວກັບນະໂຍບາຍການຜະລິດນ້ຳມັນ.

ລາຍງານລະບຸວ່າ: ຊາອຸດິດອາຣັບບີ ແລະ ຊາດພັນທະມິດໂອເປັກ ພລັສ ໄດ້ສະເໜີໃຫ້ປັບເພີ່ມກຳລັງການຜະລິດນ້ຳມັນ ລວມ 2 ລ້ານບາເຣລ/ວັນ ນັບແຕ່ເດືອນສິງຫາ – ເດືອນທັນວາ 2021 ໂດຍໃຫ້ປັບເພີ່ມຂຶ້ນສະເລ່ຍເດືອນລະ 4 ແສນບາເຣລ/ວັນ ແລະ ຂະຫຍາຍເວລາການຫຼຸດກຳລັງການຜະລິດທີ່ເຫຼືອໄປຈົນເຖິງທ້າຍປີ 2022.

ດ້ານ UAE ໄດ້ຍອມຮັບຂໍ້ສະເໜີການເພີ່ມກຳລັງການຜະລິດ 2 ລ້ານບາເຣລ/ວັນ ຕັ້ງແຕ່ເດືອນສິງຫາ – ເດືອນທັນວາປີນີ້ ແຕ່ບໍ່ເຫັນດີໃຫ້ຂະຫຍາຍເວລາຫຼຸດກຳລັງການຜະລິດທີ່ເຫຼືອລົງຈົນຮອດທ້າຍປີ 2022, ນອກຈາກນີ້ ຢູເອອີ ຍັງຮຽກຮ້ອງໃຫ້ມີການປ່ຽນແປງກົດເກນໃນການກຳນົດການຜະລິດຂັ້ນຕ່ຳ ໂດຍຫວັງວ່າຈະເຮັດໃຫ້ໂກຕາການຜະລິດນ້ຳມັນຂອງ ຢູເອອີ ເພີ່ມຂຶ້ນ.

ທ່ານ ໂມຮາມັດ ບາຄິນໂດ ເລຂາທິການ ໂອເປັກ ໄດ້ເປີດເຜີຍເມື່ອວັນທີ 5 ກໍລະກົດຜ່ານມາວ່າ ຄວາມຂັດແຍ່ງທີ່ເກີດຂຶ້ນເຮັດໃຫ້ໂອເປັກ ພລັສ ຕັດສິນໃຈເລື່ອນການປະຊຸມອອກໄປ ແລະ ຍັງບໍ່ມີກຳນົດການວ່າຈະຈັດກອງປະຊຸມຂຶ້ນອີກເມື່ອໃດ.