ເຈົ້າແຂວງຈຳປາສັກ ຮ່ວມປູກຕົ້ນໄມ້ ໃນພິທີ ປູກຕົ້ນໄມ້ ທີ່ສໍານັກງານປົກຄອງແຂວງຈຳປາສັກ ຈັດຂຶ້ນ

374

ໃນຕ້ອນເຊົ້າ ວັນທີ 7 ກໍລະກົດ 2021. ທີ່ເດີ່ນ ບໍລິເວນສຳນັກງານແຂວງຈຳປາສັກ. ພະນັກງານ-ລັດຖະກອນ ຂອງ ຫ້ອງວ່າການແຂວງ, ພະແນກການ ແລະຫ້ອງການ ພາຍໃນ ສໍານັກງານແຂວງຈຳປາສັກ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ , ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ. ມີບັນດາທ່ານ ຄະນະປະຈຳພັກແຂວງ, ຫົວໜ້າພະແນກ, ຫົວໜ້າຫ້ອງການ ພ້ອມດ້ວຍ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.


ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າຫ້ອງວ່າການແຂວງ ໄດ້ກ່າວໃນພິທີຄັ້ງນີ້ວ່າ: ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ VIIl ຂອງອົງຄະນະພັກແຂວງ, ໜຶ່ງໃນເປົ້າໝາຍສຳຄັນ ລັດຖະບານເຮົາໄດ້ຖືເອົາການປົກປັກຮັກສາ ຕິດພັນກັບການບູລະນະພື້ນຟູສີ່ງແວດລ້ອມໃຫ້ໝັ້ນຄົງ ແລະ ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ໂດຍໄດ້ກຳນົດນະໂຍບາຍຄຸ້ມຄອງ, ປົກປັກຮັກສາປ່າໄມ້ແບບຍືນຍົງ ແລະ ມີສ່ວນຮ່ວມຂອງປະຊາຊົນ. ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້, ແມ່ນປະເພດ ໄມ້ດູ່ ຈໍານວນ 20 ຕົ້ນ. ເພື່ອເປັນການປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ເພື່ອສ້າງໃຫ້ແຂວງຈຳປາສັກ ໃຫ້ເປັນສີຂຽວ, ສະອາດ ແລະ ສວຍງາມ ເພື່ອຮັບປະກັນການພັດທະນາມີຄວາມຍືນຍົງຕະຫຼອດໄປ.
ເຈົ້າແຂວງຈຳປາສັກ ຮ່ວມປູກຕົ້ນໄມ້ ໃນພິທີ ປູກຕົ້ນໄມ້ ທີ່ສໍານັກງານປົກຄອງແຂວງຈຳປາສັກ ຈັດຂຶ້ນ