ຊາວກະສິກອນໃນທົ່ວເມືອງເມິງ ໄດ້ເອົາໃຈໃສ່ຂຸ້ນຂ້ຽວປັກດໍາເຂົ້ານາປີສໍາເລັດແລ້ວ 75%

827

ຕາມການລາຍງານ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເມິງ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຊາວກະສິກອນໃນທົ່ວເມືອງເມິງ ໄດ້ເລີ່ມຕົ້ນລົງມືປັກດໍາເຂົ້ານາປີມາແຕ່ທ້າຍເດືອນ ພືດສະພາ 2021 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ ຊາວກະສິກອນໃນທົ່ວເມືອງເມິງ ແມ່ນໄດ້ເອົາໃຈໃສ່ຂຸ້ນຂ້ຽວປັກດໍາເຂົ້ານາປີສໍາເລັດໄປແລ້ວ 75% ຂອງເນື້ອທີ່ນາທັງໝົດ 1.500 ກວ່າເຮັກຕາ ໃນທົ່ວເມືອງມີ 5 ກຸ່ມບ້ານຄື: ກຸ່ມບ້ານນໍ້າເມິງ ມີ 339 ກວ່າເຮັກຕາ, ກຸ່ມບ້ານຊຽງດາວ ມີ 192 ກວ່າເຮັກຕາ, ກຸ່ມບ້ານຜາດໍາ ມີ 298 ກວ່າເຮັກຕາ, ກຸ່ມບ້ານຫົວນໍ້າຄາ ມີ 283 ກວ່າເຮັກຕາ ແລະ ກຸ່ມບ້ານນໍ້າຍູ້ ມີ 389 ກວ່າເຮັກຕາ ຄາດວ່າໃນທ້າຍເດືອນ ກໍລະກົດ 2021 ນີ້ ການປັກດໍາເຂົ້ານາປີຂອງຊາວກະສິກອນໃນປີນີ້ແມ່ນຈະໄດ້ສໍາເລັດ 100%.

ນອກນີ້ ການປັກດໍາເຂົ້ານາປີແລ້ວ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໄດ້ລົງຊຸກຍູ້ພໍ່ແມ່ປະຊາຊົນບັນດາເຜົ່າປູກພືດເປັນສີນຄ້າ ແລະ ພືດສະບຽງອາຫານ ຕາມລະຝົນ ໃນເນື້ອ ທີ່ທັງໝົດ 204 ກວ່າເຮັກຕາ ເປັນຕົ້ນແມ່ນ: ປູກມັນຕົ້ນ, ໝາກນໍ້າມັນ, ໝາກແໜ່ງ, ໝາກເດືອຍ, ໝາກງາ, ສາລີແຂງ, ຖົ່ວດິນ, ສາລີຫວານ, ຖົ່ວຍາວ, ຫົວຂ່າ, ໝາກເພັດ, ໝາກເຂືອ, ຂີງ, ໝາກນັດ, ໝາກແຕງ, ເຜືອກມັນ ແລະ ພືດຜັກອື່ນໆຕື່ມອີກ ເພື່ອເປັນສິນຄ້າສົ່ງອອກຂອງເມືອງ ໃຫ້ນັບມື້ນັບເພີ່ມຂຶ້ນເລື້ອຍໆ.