ພິກຟອດ ຈະທໍາລາຍສະຖິຕິບໍ່ເສຍປະຕູຫຼາຍນັດທີ່ສຸດໃນຢູໂຣ ຫາກບໍ່ເສຍປະຕູຄືນນີ້ວັດ ດານມາກ

480

ຈໍແດນ ພິກຟອດ ຜູ້ຮັກສາປະຕູມື 1 ທີມຊາດອັງກິດ ຈະສ້າງສະຖິຕິບໍ່ເສຍປະຕູຫຼາຍນັດທີ່ສຸດແຊງໜ້າ ອີເກ ກາຊິຢາສ ຕໍານານຜູ້ຮັກສາປະຕູທີມຊາດແອັດສະປາຍ ໃນປະຫວັດສາດການແຂ່ງຂັນບານເຕະ ຢູໂຣ ຮອບສຸດທ້າຍ ຫ້າຫາກວ່າຄືນນີ້ວັນທີ 7 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາເວລາ 2:00 ໂມງຂອງວັນທີ 8 ກໍລະກົດ 2021 ) ບໍ່ເສຍປະຕູໃນນັດທີ່ພົບກັບ ທີມຊາດດານມາກ ຮອບຮອງຊະນະເລີດ.

ທີມຊາດອັງກິດ ຜົນງານໂດດເດັ່ນທີ່ສຸດໃນຢູໂຣ 2020 ຮອບສຸດທ້າຍ ເຊິ່ງຜ່ານມາ 5 ນັດບໍ່ເສຍຈັກປະຕູໄດ້ແກ່ ຮອບແບ່ງກຸ່ມຊະນະ ໂຄຣອາຊີ 1-0, ສະເໝີ ສະກ໊ອດແລນ 0-0 ແລະ ຊະນະ ສາທາລະນະລັດເຊັກ 1-0, ສ່ວນຮອບ 16 ທີມສຸດທ້າຍຊະນະ ເຢຍລະມັນ 2-0 ແລະ ຮອບ 8 ທີມສຸດທ້າຍຊະນະ ອູແກຣນ 4-0 ເຊິ່ງໃນ 5 ນັດດັ່ງກ່າວ ພິກຟອດ ໄດ້ຮັບໂອກາດລົງສະໜາມທັງໝົດ ແລະ ພາທີມບໍ່ເສຍປະຕູຈັກໜ່ວຍເທົ່າກັບ ກາຊິຢາສ ອະດີດຜູ້ຮັກສາປະຕູທີມຊາດແອັດສະປາຍ ທີ່ສ້າງສະຖິຕິໄວ້ບໍ່ເສຍປະຕູ 5 ນັດຊ້ອນ.

ຖ້າຫາກວ່າ ພິກຟອດ ບໍ່ເສຍປະຕູໃນຄືນນີ້ທີ່ຈະພົບກັບ ດານມາກ ໃນຮອບຮອງຊະນະເລີດ ກໍຈະເຮັດໃຫ້ລາວກາຍເປັນຜູ້ຮັກສາປະຕູຄົນທໍາອິດທີ່ບໍ່ເສຍປະຕູໄດ້ 6 ນັດຊ້ອນໃນປະຫວັດສາດ 61 ປີຂອງຢູໂຣ ໂດຍນັດນີ້ ພິກຟອດ ມີຄວາມໝັ້ນໃຈ ແລະ ໄດ້ປຽບສຸດໆ ເພາະໄດ້ແຂ່ງຂັນໃນປະເທດຕົວເອງທີ່ສະໜາມເວມບຣີ ສະເຕດ້ຽມ ໃນນະຄອນຫຼວງລອນດອນ ປະເທດອັງກິດ.

ຢ່າງໃດກໍຕາມ, ທີມຊາດດານມາກ ກາຍເປັນມ້າມືດໃນຢູໂຣ 2020 ຫຼັງຈາກທີ່ທະລຸເຂົ້າຮອບຮອງຊະນະເລີດ ໂດຍມີສະຖິຕິການຍິງປະຕູທີີໂດດເດັ່ນຍິງໄດ້ 4 ນັດທັງໝົດ 5 ນັດຄື: ຮອບແບ່ງກຸ່ມ ເສຍໃຫ້ ແຟງລັງ 0-1, ເສຍໃຫ້ ແບນຊິກ 1-2 ແລະ ຊະນະ ຣັດເຊຍ 4-1; ຮອບ 16 ທີມສຸດທ້າຍຊະນະ ເວລ 4-0 ແລະ ຮອບ 8 ທີມສຸດທ້າຍຊະນະ ສາທາລະນະລັດເຊັກ 2-1.

ນັກເຕະທີ່ຄາດວ່າຈະໄດ້ໂອກາດຍິງປະຕູສູງສຸດຂອງທັງສອງທີມໄດ້ແກ່ ແຮຣີ ເຄນ ກັບ ຣາຮີມ ສະເຕີລິງ 2 ກອງໜ້າທີມຊາດອັງກິດ ທີ່ຍິງໄປແລ້ວຜູ້ລະ 3 ປະຕູ, ສ່ວນ ທີມຊາດດານມາກ ມີ ຄາສເປີ ດອລເບີກ ຍິງໄປແລ້ວ 3 ປະຕູ ແລະ ຢູສຊຸບ ໂພລຊັນ ຍິງໄປແລ້ວ 2 ປະຕູ.

ສະຖິຕິການພົບກັນມາຂອງທັງສອງທີມໃນ 6 ນັດຫຼັງສຸດປະກົດວ່າ: ບານໂລກ 2002 ຮອບ 8 ທີມ ອັງກິດ ຊະນະ 3-0; ບານເຕະອຸ່ນເຄື່ອງປີ 2003 ດານມາກ ຊະນະ 3-2, 2005 ດານມາກ ຊະນະ 4-1, ປີ2011 ອັງກິດ ຊະນະ 2-1 ແລະ 2014 ອັງກິດ ຊະນະ 1-0; ລາຍການຢູຟາ ເນຊັນລີກ 2020 ນັດທໍາອິດ ສະເໝີກັນ 1-1 ແລະ ນັດທີ 2 ດານມາກ ຊະນະ 1-0.
ສໍາລັບ ທີມທີ່ຊະນະ ຈະເຂົ້າຮອບຊີງຊະນະເລີດທີ່ຈະແຂ່ງຂັນໃນວັນທີ 11 ກໍລະກົດ 2021 ( ກົງກັບເວລາ 2:00 ໂມງຂອງວັນທີ 8 ກໍລະກົດ 2021 ຕາມເວລາໃນບ້ານເຮົາ ) ທີ່ສະໜາມເວມບຣີ ນະຄອນຫຼວງລອນດອນ ປະເທດອັງກິດ ໄປພົບກັບ ທີມຊາດອິຕາລີ

ຮູບຈາກ: AP