ສະຖິຕິຫຼັງເກມ ຊົມເຊີຍ ອິຕາລີ ແກ້ທາງໄດ້ດີກ່ອນດັບຝັນ ແອັດສະປາຍ ເຂົ້າຊີງຢູໂຣ 2020 ທີມທໍາອິດ

532
Italy players celebrate after Jorginho scored the decisive shootout penalty, during the Euro 2020 soccer semifinal match between Italy and Spain at Wembley stadium in London, Tuesday, July 6, 2021. (Laurence Griffiths, Pool via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ຮອບຮອງຊະນະເລີດຄູ່ທໍາອິດທີ່ທີມຊາດອິຕາລີ ດວນຈຸດໂທດດັບຝັນ ທີມຊາດແອັດສະປາຍ 4-2 ຫຼັງສະເໝີກັນໃນເວລາປົກກະຕິ 1-1 ເຊິ່ງດໍາເນີນໄປຢ່າງສຸດມັນ ແລະ ສົມກັບທີມລະດັບທ໊ອບຂອງໂລກ ເຊິ່ງມີການແກ້ເກມໃຫ້ເຫັນກັນຕະຫຼອດທັງເກມ ແລະ ເປັນ ອິຕາລີ ທີ່ສາມາດແກ້ທາງຂອງ ແອັດສະປາຍ ທີ່ຄຸມເກມໄດ້ເໜືອກວ່າ ຈົນໄປຕັດສິນກັນດ້ວຍການດວນຈຸດໂທດ.

ນັດດັ່ງກ່າວມ່ວນກັນຕັ້ງແຕ່ເລີ່ມເກມ ເຊິ່ງເປັນທີມຊາດແອັດສະປາຍ ທີ່ຄອງເກມໄດ້ເໜືອກວ່າ ແລະ ໄລ່ບີບ ອິຕາລີ ຈົນບໍ່ສາມາດຂຶ້ນເກມໄດ້ເລີຍ ຈົນມີຈັງຫວະຜິດພາດຫຼາຍຄັ້ງ, ແຕ່ ແອັດສະປາຍ ຍັງບໍ່ຄົມພໍຈົບເຄິ່ງເວລາທໍາອິດສະເໝີກັນ 0-0, ສ່ວນເຄິ່ງເວລາທີ 2 ໂຣແບໂຕ ມັນຊິນີ ຜູ້ຈັດການທີມຂອງ ອິຕາລີ ແກ້ທາງຂອງ ແອັດສະປາຍ ໄດ້ກ່ອນສາມາດຄືນສູ່ເກມ ແລະ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງສຸດງາມຂອງ ເຟເດີຣິໂກ ເຄຍຊາ ນາທີໆ 60.

ຫຼັງຈາກນັ້ນ ອິຕາລີ ປັບເກມ ແລະ ເນັ້ນການຕັ້ງຮັບສວນກັບຈົນເຮັດໃຫ້ ແອັດສະປາຍ ຂຶ້ນເກມລໍາບາກພໍສົມຄວນ.

ຫຼັງຈາກເສຍປະຕູ ຫຼຸຍ ເອັນຣິເກ ຜູ້ຈັດການທີມຂອງແອັດສະປາຍ ປ່ຽນຜູ້ຫຼິ້ນສໍາຮອງທັນທີ ໂດຍສົ່ງ ອັນວາໂຣ ໂມຣາຕ້າ ກອງໜ້າຕົວເປົ້າລົງໄປແທນ ເຟີຣານ ຕໍເຣສ ໃຊ້ເວລາໄລຍະໜຶ່ງກ່ອນຈະສາມາດສ້າງໂອກາດໃຫ້ກັບທີມໄດ້ ແລະ ນາທີໆ 80 ໂມຣາຕ້າ ກາຍເປັນຣີໂຣຍິງປະຕູຕີສະເໝີ 1-1 ໃຫ້ກັບ ແອັດສະປາຍ ດ້ວຍການດຸດດ່ຽວເຂົ້າໄປຍິງຈໍ່ໆ, ສ່ວນໄລຍະເວລາທີ່ເຫຼືອສະເໝີກັນ 1-1, ເຊັ່ນດຽວກັນການຕໍ່ເວລາພິເສດກໍຍັງສະເໝີກັນ 1-1.

ສໍາລັບ ສະຖິຕິຫຼັງເກມປາກົດວ່າອິຕາລີ ໄດ້ໂອກາດຍິງ 6 ຄັ້ງ ( ຍິງເຂົ້າເປົ້າ 4 ເປັນປະຕູ 1 ), ຄອງບານໄດ້ພຽງ 35% ແລະ ເຕະມູມພຽງ 1 ຄັ້ງ, ສ່ວນ ແອັດສະປາຍ ໄດ້ໂອກາດຍິງ 12 ຄັ້ງ ( ຍິງເຂົ້າເປົ້າ 5 ເປັນປະຕູ 1 ), ຄອງເກມໄດ້ເຖິງ 65% ແລະ ເຕະມູມ 6 ຄັ້ງ. ສະຕິເຫັນວ່າ ອິຕາລີ ມີຄວາມເດັດຂາດກວ່າ, ສ່ວນ ແອັດສະປາຍ ຍັງເປັນບັນຫາເກົ່າໃນການຈົບປະຕູ ເພາະໃນຮອບນ໊ອກເອົ້າ ( ຮອບ 16 ທີມ, ຮອບ 8 ທີມ ແລະ ຮອບ 4 ທີມ ) ບໍ່ສາມາດເອົາຊະນະຄູ່ແຂ່ງໃນໄລຍະປົກກະຕິ 90 ນາທີໄດ້ແມ່ນແຕ່ນັດດຽວຄື ຊະນະ ໂຄຣອາຊີ 5-3 ໃນການຕໍ່ເວລາພິເສດ, ຊະນະ ສະວິດ ໃນການດວນຈຸດໂທດ ແລະ ເສຍໃຫ້ ອິຕາລີ ໃນການດວນຈຸດໂທດ ທັງເປັນທີ່ທີມທີ່ມີສະຖິຕິການຄອງເກມ ແລະ ສ້າງໂອກາດຍິງສູງສຸດໃນຢູໂຣ 2020.

ສ່ວນການດ່ວນຈຸດໂທດປາກົດວ່າ  ຄົນທໍາອິດຂອງທັງສອງທີມແມ່ນຍິງບໍ່ເຂົ້າທັງໝົດ; ຄົນທີ 2 ແລະ ທີ 3 ຂອງທັງສອງທີມແມ່ນຍິງເຂົ້າທັງໝົດ. ຂະນະທີ່ ຄົນທີ 4 ຂອງອິຕາລີ ຍິງເຂົ້າ, ສ່ວນຄົນທີ 4 ຂອງ ແອັດສະປາຍ ຍິງພາດເຊິ່ງບໍ່ແມ່ນຄົນອື່ນໄກນັ້ນແມ່ນ ໂມຣາຕາ ຜູ້ຍິງປະຕູສໍາຄັນຕໍ່ຊີວິດໃຫ້ກັບທີມ ກ່ອນທີ່ ຈໍຈິນໂຢ ກອງກາງຕົວເກັ່ງຂອງ ອິຕາລີ ຈະຍິງເຂົ້າໄປເປັນຄົນສຸດທ້າຍເຮັດໃຫ້ ອິຕາລີ ເອົາຊະນະ ແອັດສະປາຍ 4-2.

ການແຂ່ງຂັນບານເຕະ ຢູໂຣ 2020 ຈະບໍ່ມີການຊີງອັນດັບ 3 ເຊິ່ງ ທີມຊາດອິຕາລີ ເຂົ້າຮອບຊີງຊະນະເລີດເປັນທີມທໍາອິດໄປລໍຖ້າພົບທີມຊະນະລະຫວ່າງ ທີມຊາດອັງກິດ ຫຼື ດານມາກ ໂດຍຮອບຊີງຊະນະເລີດຈະແຂ່ງຂັນທີ່ສະໜາມເວມບຣີ ນະຄອນຫຼວງລອນດອນ ປະເທດອັງກິດ ໃນວັນທີ 11 ກໍລະກົດ 2021 ( ກົງກັບເວລາ 2:00 ໂມງຂອງວັນທີ 12 ກໍລະກົດ 2021 ເວລາໃນບ້ານເຮົາ ).