ຫວັ່ນ ເຊື້ອສາຍພັນໃໝ່ ອາດເຂົ້າມາລະບາດໃນ ລາວ ຈົ່ງເປັນເຈົ້າການຊ່ວຍກັນ ປະຕິບັດມາດຕະການປ້ອງກັນ

507

ໃນວັນທີ 7 ກໍລະກົດ ປີ 2021 ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມກັບທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການຕິດເຊື້ອຢູ່ໃນໂລກ-ພາກພື້ນ ແລະ ປະເທດໃກ້ຄຽງຂອງລາວ ຍັງມີການລະບາດຢູ່ ແລະ ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິເຊິ່ງມີລາຍງານຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ. ສະເພາະ ສປປ ລາວເຮົາ ສະພາບການລະບາດກໍ່ເຫັນວ່າ ຍັງມີການລະບາດຢູ່ໃນຊຸມຊົນ ໃນບາງແຂວງຢູ່ ເຊິ່ງຍັງມີຄວາມສ່ຽງສູງ ທີ່ຈະລະບາດໄປໃນວົງກວ້າງ, ຖ້າເຮົາ ບໍ່ປະຕິບັດມາດຕະການຢ່າງເຂັ້ມງວດ ເປັນຕົ້ນ ການເຝົ້າລະວັງ ຕາມຈຸດຊາຍແດນ ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ. ສຳລັບມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ວາງອອກ ເຫັນວ່າ ພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບດີສົມຄວນເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນປະເທດ ຫຼຸດລົງ ໂດຍສະເພາະ ໃນນະຄອນຫຼວງວຽງຈັນ, ແຕ່ເຖິງຢ່າງໃດກໍ່ຕາມ, ບາງແຂວງກໍ່ຍັງມີລາຍງານຜູ້ຕິດເຊື້ອເລິ່ມຂຶ້ນໃນຊຸມຊົນ ແລະ ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ, ພ້ອມກັນນັ້ນ ບັນດາປະເທດອ້ອມຂ້າງ ກໍ່ຍັງປະເຊີນໜ້າກັບການລະບາດຮອບໃໝ່, ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເພີ່ມຂຶ້ນໃນແຕ່ລະວັນ, ຍິ່ງໄປກວ່ານັ້ນ ຍັງພົບເຫັນຜູ້ຕິດເຊື້ອສາຍພັນເດວຕ້າ ເຊິ່ງເປັນສາຍພັນໃໝ່ ທີ່ສາມາດແຜ່ເຊື້ອເຊື້ອໄດ້ໄວ ໃນ ສປປ ລາວ; ຕໍ່ສະພາບການດັ່ງກ່າວ, ຄະນະສະເພາະກິດ ແລະ ກະຊວງສາທາລະນະສຸກ ໄດ້ວາງມາດຕະການອອກມາເປັນແຕ່ລະໄລຍະ ເພື່ອກັ່ນກອງ ແລະ ຄວບຄຸມແຮງງານລາວທີ່ເດີນທາງເຂົ້າມາຢ່າງເຄັ່ງຄັດ ໃນຈຸດຜ່ານແດນ ແລະ ສູນຈໍາກັດບໍລິເວນຕ່າງໆ.

ທ່ານກ່າວຕື່ມວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງວຽກງານປ້ອງກັນ ແລະ ຄວບຄຸມ ຢູ່ໃນບາງແຂວງທີ່ມີລາຍງານການຕິດເຊື້ອເລິ່ມຂຶ້ນ ລວມທັງ ການພົບເຊື້ອສາຍພັນເດວຕ້າ, ດັ່ງນັ້ນ, ກະຊວງສາທາລະນະສຸກ ແມ່ນໄດ້ກະກຽມທີມງານ ເພື່ອລົງໃຫ້ການສະໜັບສະໜູນໃຫ້ຄໍາປຶກສາ ກ່ຽວກັບວຽກການດັ່ງກ່າວ ໃນເວລາໃກ້ໆນີ້ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ແຂວງ ໃນການກັ່ນກອງ, ຈໍາກັດບໍລິເວນ, ເຝົ້າລະວັງ ແລະ ປິ່ນປົວ; ວຽກງານສັກວັກຊີນ ດັ່ງນີ້: ປະຈຸບັນ ພັກ ແລະ ລັດຖະບານ ໄດ້ສຸມໃສ່ ປົກປ້ອງ ປະຊາຊົນດ້ວຍການສັກວັກຊີນ ເຊິ່ງມີເປົ້າໝາຍໃນທ້າຍປີ ໃຫ້ໄດ້ 50%, ປະຈຸບັນ ປະຊາຊົນ ມີຄວາມຕື່ນຕົວສູງ ໃນການສັກວັກຊີນປ້ອງກັນ ເຊິ່ງເປັນສັນຍານທີ່ດີ ທີ່ເຮັດໃຫ້ເຮົາ ສາມາດຫຼຸດພົ້ນຈາກການລະບາດໄດ້ໂດຍໄວ. ພ້ອມກັນນັ້ນ ເພື່ອໃຫ້ທຸກຄົນເຂົ້າເຖິງການຮັບສັກວັກຊິນຕາມຄາດໝາຍ ມັກ ແລະ ລັດຖະບານ ຈະໄດ້ຈັດຫາ ແລະ ຕອບສະໜອງວັກຊີນ ເພື່ອໃຫ້ປະຊາຊົນໄດ້ຮັບການສັກວັກຊີນ ຢ່າງຕໍ່ເນື່ອງ, ຖ້າມີຂໍ້ຂ້ອງໃຈຂອງສັງຄົມ ຄະນະສະເພາະກິດ ຈະເຊີນຂະແໜງການທີ່ກ່ຽວຂ້ອງ ມາໃຫ້ຂໍ້ມູນແກ່ບັນດາທ່ານ, ພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຕາມແຕ່ລະໄລຍະ. ພ້ອມກັນນັ້ນ ກໍ່ໃຫ້ທຸກພາກສ່ວນໃນສັງຄົມ ພ້ອມກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ.