7 ກໍລະກົດ ລາວ ມີຜູ້ຕິດເຊື້ອ +44 ຄົນ ເປັນການຕິດເຊື້ອໃນຊຸມຊົນ 2 ຄົນ ຢູ່ແຂວງວຽງຈັນ

481

ໃນວັນທີ 7 ກໍລະກົດ ປີ 2021 ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມກັບທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ:  ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 2.400 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 3 ຄົນ, ຍັງມີຜູ້ນອນປິ່ນປົວ 316 ຄົນ. ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 50 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 4.032 ຄົນ. ມີຜູ້ເດີນທາງເຂົ້າລາວວັນທີ 6 ກໍລະກົດ ຈຳນວນ 2.373 ຄົນ; ຜ່ານໄດ້ກວດວິເຄາະທັງໝົດ 2.184 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 44 ຄົນ, ຈາກ ນະຄອນຫຼວງວຽງຈັນ 1 ຄົນ, ສະຫວັນນະເຂດ17 ຄົນ, ຈຳປາສັກ 21 ຄົນ, ແຂວງວຽງຈັນ 2 ຄົນ ແລະ ຄຳມ່ວນ 3 ຄົນ.  ໃນນັ້ນ ກໍລະນີນຳເຂົ້າມີ 42 ຄົນ ຈາກ​ ສະຫວັນນະເຂດ 17 ຄົນ, ຈຳປາສັກ 21 ຄົນ, ຄຳມ່ວນ 3 ຄົນ ແລະ ນະຄອນຫຼວງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ. ການຕິດເຊື້ອໃນຊຸມຊົນມີ 2 ຄົນ ຈາກ ແຂວງວຽງຈັນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:  ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ; ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ); ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳຜັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່.  ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 9 ບ້ານ ໃນ 5 ເມືອງ ຄື: ເມືອງຈັນທະບູລີ, ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ.