ປັບຂຶ້ນອີກລາຄາຂາຍຍ່ອຍນໍ້າມັນໃນທົ່ວປະເທດ ເລີ່ມ 6 ໂມງເຊົ້າມື້ອື່ນ

663

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 0563 /ອຄ.ລົງວັນທີ 7 ກໍລະກົດ 2021, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາໃໝ່ເລີ່ມມື້ອື່ນເປັນຕົ້ນໄປ.
ໃນການແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດຄັ້ງນີ້ ນໍ້າມັນແອັດຊັງພິເສດ ປັບຂຶ້ນ 410 ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາປັບຂຶ້ນ 160 ກີບຕໍ່ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 70 ກີບຕໍ່ລິດ. ລາຄາໃໝ່ເລີ່ມປະຕິບັດວັນທີ 8 ກໍລະກົດ 2021.


ແຕ່ໃນນັ້ນໄດ້ຫຼຸດຄັງແຮນໍ້າມັນແອັດຊັງທໍາມະດາລົງ 175 ກີບຕໍ່ລິດ ແລະ ຫຼຸດຄັງແຮນໍ້າມັນກາຊວນລົງ 70 ກີບຕໍ່ລິດຕໍ່ຊະນິດ ແລະ ປັບລາຄານໍ້າມັນເຊື້ອໄຟທຸກຊະນິດຂຶ້ນ.
ພາຍຫຼັງການປັບຂຶ້ນລາຄາ ເຮັດໃຫ້ນະຄອນຫຼວງວຽງຈັນ ແອັດຊັງພິເສດໄດ້ຂາຍທີ່ 12.210 ກີບຕໍ່ລິດ, ແອັດຊັງທຳມະດາ 10.510 ກີບ, ກາຊວນ 8.940 ກີບຕໍ່ລິດ, ແຂວງອຸດົມໄຊ ແອັດຊັງພິເສດ 12.690 ກີບຕໍ່ລິດ, ແອັດຊັງທຳມະດາ 10.990 ກີບ, ກາຊວນ 9.420 ກີບ; ແຂວງຫຼວງພະບາງ ແອັດຊັງພິເສດ 12.580 ກີບ, ແອັດຊັງທຳມະດາ 10.880 ກີບ ແລະກາຊວນ 9.310 ກີບຕໍ່ລິດ.


ແຂວງສະຫວັນນະເຂດ ແອັດຊັງພິເສດລິດລະ 12.240 ກີບ, ແອັດຊັງທຳມະດາ 10.590 ກີບ, ກາຊວນ 8.970 ກີບ, ແຂວງຈຳປາສັກ ແອັດຊັງພິເສດ 12.270 ກີບຕໍ່ລິດ, ແອັດຊັງທຳມະດາ 10.570 ກີບ ແລະກາຊວນລິດລະ 9.000 ກີບ.

ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0450 /ກຄພນ.ຄສລ, ລົງວັນທີ 7 ມິຖຸນາ 2021 ຈົນກວ່າຈະມີການປ່ຽນແປງ; ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0500/ອຄ.ກຄພນ, ລົງວັນທີ 24 ມິຖຸນາ 2021

ຂ່າວ: ພຸດຕີ້