ອາກຊັງຕິນ ໄປຕາມນັດຫວຸດຫວິດດວນຈຸດໂທດດັບ ໂຄລົມບີ ເຂົ້າຮອບຊີງໂຄປາ ໄປພົບກັບແຊັມເກົ່າ

734
Argentina's goalkeeper Emiliano Martinez blocks a penalty shot by Colombia's Davinson Sanchez in a penalty shootout during a Copa America semifinal soccer match at the National stadium in Brasilia, Brazil, Wednesday, July 7, 2021. (AP Photo/Eraldo Peres)

ການແຂ່ງຂັນບານເຕະ ໂຄປາ ອາເມຣິກາ 2021 ຮອບຮອງຊະນະເລີດ ຕັດສິນກັນໄດ້ຫວຸດຫວຸດ ໂດຍສະເພາະຄູ່ທີ 2 ທີມຊາດອາກຊັງຕິນ ຕ້ອງຕັດສິນກັນດ້ວຍການດວນຈຸດໂທດກັບ ໂຄລົມບີ ຫຼັງສະເໝີກັນໃນ 90 ນາທີໆ 1-1 ( ບໍ່ມີຕໍ່ເວລາພິເສດ ) ກ່ອນທີ່ຜູ້ຮັກສາປະຕູທີມຊາດອາກຊັງຕິນ ຈະກາຍເປັນພະເອກປ້ອງກັນໄດ້ເຖິງ 3 ຈຸດໂທດ ພາທີມເຂົ້າສູ່ຮອບຊີງຊະນະເລີດເປັນທີມທີ 2.

ກ່ອນໜ້ານີ້ ທີມຊາດບຣາຊິນ ແຊັມເກົ່າ ບຽດເອົາຊະນະ ເປຣູ 1-0 ຜ່ານເຂົ້າຮອບຊີງຊະນະເລີດເປັນທີມທໍາອິດ, ຫຼ້າສຸດໃນຕອນເຊົ້າຂອງວັນທີ 7 ກໍລະກົດ 2021 ເວລາໃນບ້ານເຮົາ ທີມຊາດອາກຊັງຕິນ ພົບກັບ ໂຄລົມບີ ປາກົດວ່າ: Lautaro Martinez ຍິງໃຫ້ກັບ ອາກຊັງຕິນ ຂຶ້ນນໍາໄປກ່ອນ 1-0 ນາທີໆ 7 ກ່ອນທີ່ ໂຄລົມບີ ຈະໄດ້ປະຕູຕີສະເໝີ 1-1 ນາທີໆ 61 ຈາກການຍິງຂອງ Luis Diaz, ສ່ວນໄລຍະເວລາທີເຫຼືອສະເໝີກັນ 1-1 ເຮັດໃຫ້ຕ້ອງໄປຕັດສິນກັນໃນການດວນຈຸດໂທດທັນທີ ເພາະຮອບຮອງບໍ່ມີການຕໍ່ເວລາພິເສດ.

ການຕັດສິນໃນການດວນຈຸດໂທດປາກົດວ່າ: ອາກຊັງຕິນ ເອົາຊະນະໄປ 3-2 ໂດຍຝັ່ງ ອາກຊັງຕິນ Rodrigo De Paul ຍິງບໍ່ເຂົ້າພຽງຄົນດຽວຈາກການຍິງທັງໝົດ 4 ຄົນ ແລະ Emiliano Martinez ຜູ້ຮັກສາປະຕູທີມຊາດອາກຊັງຕິນ ເປັນພະເອກປ້ອງກັນໄດ້ເຖິງ 3 ຈຸດໂທດໄດ້ແກ່ Davinson Sanchez ຍິງຄົນທີ 2, Yerry Mina ຍິງຄົນທີ 3 ແລະ Edwin Cardona ຍິງຄົນສຸດທ້າຍຄົນທີ 5 ຍິງບໍ່ເຂົ້າ.

ສໍາລັບ ອາກຊັງຕິນ ຜ່ານເຂົ້າຮອບຊີງຊະນະເລີດພົບກັບແຊັມເກົ່າ ບຣາຊິນ ຈະແຂ່ງຂັນໃນວັນທີ 10 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 7:00 ໂມງຂອງວັນທີ 11 ກໍລະກົດ 2021 ), ສ່ວນນັດຊີງອັນດັບ 3 ຈະມີຂຶ້ນໃນວັນທີ 9 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 7:00 ໂມງຂອງວັນທີ 10 ກໍລະກົດ 2021 ) ໂຄລົມບີ ພົບ ເປຣູ.
ຮູບຈາກ: AP