ແຂວງວຽງຈັນ ໜ້າຫ່ວງຕອນນີ້ສັ່ງປິດ 7 ບ້ານ, ວາງ 9 ມາດຕະການໃຫ້ສືບຕໍ່ປະຕິບັດ

377

ການລະບາດຂອງເຊື້ອພະຍາດໂຄວິດ-19 ໃນແຂວງວຽງຈັນຍັງໜ້າເປັນຫ່ວງ  ເພື່ອປ້ອງກັນບໍ່ໃຫ້ເຊື່ອພະຍາດແຜ່ລາມໄປຫຼາຍ ຄະນະກໍາມະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງວຽງຈັນ ໄດ້ອອກແຈ້ງການ ເລກທີ 017/ຄສກ,ວຈ, ລົງວັນທີ 6 ກໍລະກົດ 2021 ເຊິ່ງມີເນື້ອໃນໃຈຄວາມດັ່ງນີ້:


ມາດຕະການສືບຕໍ່ປະຕິບັດ 1. ໃຫ້ປິດ 7 ບ້ານ ຂອງເມືອງໂພນໂຮງ ເຊິ່ງນອນຢູ່ໃນ ເຂດໂພນສູງ, ເຂດນາເລົາ-ຫຼັກ 52 ແລະ ເຂດສະກ້າ.ຫ້າມປະຊາຊົນ ຫຼື ບຸກຄົນເດິນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດບ້ານແດງ) ຄື: ບ້ານໃໝ່, ບ້ານນາເລົາ, ບ້ານໂພນທັນ, ໂພນຄໍາໃຕ້, ບ້ານໜອງປຸງ, ບ້ານ ສີວິໄລ, ບ້ານນາບອນ ແລະ ບ້ານທີ່ມີຄວາມສ່ຽງ (ບ້ານເຫຼືອງ) ເຊັ່ນ: ບ້ານຫຼັກ 52, ບ້ານໂພນເງິນ ແລະ ບ້ານອື່ນໆ ທີ່ມີຊາຍແດນຕິດກັບບ້ານທີ່ມີຜູ້ຕິດເຊື້ອ (ບ້ານແດງ, ຂອງເມືອງໂພນໂຮງ. ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງແຕ່ລະຂັ້ນດ້ວຍເງື່ອນໄຂ ແລະ ເຫດຜົນຈໍາເປັນທີ່ສຸດ.


2. ໃຫ້ອົງການປົກຄອງເມືອງໂພນໂຮງ ຄົ້ນຄວ້າກໍານົດສູນກັກຕົວ ໃຫ້ກຸ່ມເປົ້າໝາຍ ທີ່ເປັນກຸ່ມສ່ຽງສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ໂດຍໃຫ້ກໍານົດເອົາສະຖານທີ່ຂອງບ້ານ ຫຼື ເມືອງ ທີ່ມີເງື່ອນໄຂ ແລະ ມີຄວາມພ້ອມເພື່ອປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ ບໍ່ໃຫ້ລະບາດເປັນບໍລິເວນກວ້າງ.
3. ສືບຕໍ່ຄົ້ນຫາຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ເພື່ອນໍາຕົວມາປິ່ນປົວໃຫ້ຫາຍດີໂດຍໄວ, ເພີ່ມການໂຄສະນາ, ສຸຂະສຶກສາ ແລະ ເປັນເຈົ້າການໃນການປະຕິບັດມາດຕະການບ້ອງກັນເຊື້ອ, ເພີ່ມການສັກຢາວັກຊິນປ້ອງກັນໂຄວິດ-19 ໃຫ້ເປົ້າໝາຍຕ່າງໆເທົ່າທີ່ຈະຫຼາຍໄດ້.


4. ສືບຕໍ່ປິດກິດຈະການຮ້ານບັນເທິງຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ-ສະປາ,ຮ້ານຮົມຢາພື້ນເມືອງ,ຮ້ານສະນຸກເກີ, ສັງວຽນຕີໄກ, ຮ້ານອິນເຕີເນັດຄາເຟ່, ຮ້ານເກມທຸກປະເພດ; 5. ຫ້າມບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາພັດກັນເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ.

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ໄດ້ເຂົ້າຊ່ວຍທີມແພດໝໍແຂວງວຽງຈັນ

6. ສືບຕໍ່ປີດການຮຽນ-ການສອນ ທຸກຊັ້ນຮຽນ ຢູ່ເຂດບ້ານແດງ ແລະ ບ້ານເຫຼືອງ ຂອງເມືອງໂພນໂຮງ ທີ່ຍັງມີການລະບາດຂອງພະຍາດໂຄວິດ; 7. ສືບຕໍ່ປິດບັນດາໂຮງງານປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ທີ່ຢູ່ໃນເຂດ ຫຼື ບ້ານທີ່ກໍານົດເປັນບ້ານແດງ ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ ແລະ ໄດ້ສັກຢາວັກຊີນປ້ອງກັນໂຄວິດ ຄົບ 2 ເຂັ້ມ. ໃນໄລຍະພັກວຽກຂອງໂຮງງານທີ່ຢູ່ເຂດດັ່ງກ່າວ ໃຫ້ຜູ້ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດມີລະບຽບການຄຸ້ມຄອງແຮງງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງຂອງລັດວາງອອກ.


8. ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມດື່ມແອວກໍຮໍ (ເຫຼົ້າ, ເບຍ) ທຸກຮູບແບບ ໃນທຸກສະຖານທີ່ໂດຍສະເພາະ ສະຖານທີ່ທ່ອງທ່ຽວ, ສວນອາຫານທີ່ໄດ້ເປີດບໍລິການແລ້ວ ຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ເປັນຕົ້ນແມ່ນ ຢູ່ເມືອງວັງວຽງ ທີ່ມີຮ້ານອາຫານໃຫ້ບໍລິການຢູ່ຕາມແຄມນໍ້າຊອງ, ເມືອງທຸລະຄົມ, ເມືອງແກ້ວອຸດົມ ແລະ ເມືອງອື່ນໆ ໂດຍມອບໃຫ້ຄະນະສະເພາະກິດເມືອງ ເປັນເຈົ້າການຄົ້ນຄວ້າກໍານົດ, ມາດຕະການປ້ອງກັນສະເພາະ ຢ່າງລະອຽດ, ຮັດກຸມ, ສ້າງບົດບັນທຶກ ພ້ອມທັງ ຕິດຕາມ, ກວດກາ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດຢ່າງເດັດຂາດ.
9. ສືບຕໍ່ເພີ່ມທະວີຢ່າງເຂັ້ມງວດ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພຸມ, ຮັກສາໄລຍະຫ່າງທາງສັງຄົມ 01 ແມັດຂຶ້ນໄປ, ໃສ່ຜ້າປິດປາກ-ດັ່ງ, ມີຈຸດລ້າງມື, ເຈວລ້າງມື ໄວ້ບໍລິການ ແລະ ປະຕິບັດມາດຕະການປ້ອງກັນອື່ນໆ ຢ່າງເຂັ້ມງວດ.