ກວດເບິ່ງດວງວຽກງານ ແລະ ການເງິນ ປະຈໍາເດືອນກໍລະກົດ 2021

855

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ຄໍລໍາທໍານາຍດວງຊາຕາ ຂໍນໍາພາທຸກທ່ານມາກວດເບິ່ງດວງຊາຕາປະຈໍາເດືອນກໍລະກົດນໍາກັນ ເພາະກ້າວສູ່ເດືອນໃໝ່ ດວງຊາຕາກໍຈະປ່ຽນແປງໄປນໍາ ໂດຍສະເພາະເລື່ອງວຽກງານ ແລະ ເລື່ອງເງິນ ມາເບິ່ງນໍາກັນວ່າຈະເປັນແນວໃດ ແຕ່ມື້ນີ້ຜູ້ຂຽນຈະຍົກຂຶ້ນມາໃຫ້ຮູ້ພຽງ 6 ລາສີກ່ອນ ສ່ວນອີກ 6 ລາສີນັ້ນ ຕິດຕາມອ່ານໄດ້ອີກໃນອາທິດໜ້າ.

May be an image of text that says 'Capricorn'

ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 14 ມັງກອນ ຫາ 12 ກຸມພາ ) ເລື່ອງວຽກງານທ່ານຈະເມື່ອຍກັບມັນຫຼາຍຂຶ້ນ ເພາະທ່ານຕ້ອງເຮັດວຽກຫຼາຍຢ່າງໃນເວລາດຽວກັນ, ນອກຈາກນີ້ທ່ານຍັງຈະຕ້ອງຈັບວຽກທີ່ບໍ່ຢາກຈັບ ເຮັດໃຫ້ມີຄວາມກົດດັນຢູ່ເລັກໜ້ອຍ ແຕ່ທ່ານອາດໄດ້ວຽກພິເສດ ຫຼື ວຽກເສີມເຂົ້າມາ ເຖິງບໍ່ຢາກຮັບແຕ່ກໍຕ້ອງຮັບ ເພາະທ່ານໄດ້ເງິນເພີ່ມນັ້ນເອງ. ສ່ວນເລື່ອງເງິນທ່ານຈະມີຄ່າໃຊ້ຈ່າຍກະທັນຫັນເຂົ້າມາ ແລະ ຫຼີກລ່ຽງຄ່າໃຊ້ຈ່າຍນັ້ນບໍ່ໄດ້ເລີຍ ຕ້ອງລະວັງເລື່ອງໄດ້ຮັບເງິນຈ້າງຊ້າຈາກວຽກທີ່ທ່ານຮັບມາ ເດືອນນີ້ລາຍຮັບບໍ່ຄ່ອຍສໍາພັນກັບລາຍຈ່າຍ ເຮັດໃຫ້ທ່ານຍັງມີຄວາມຄຽດຢູ່.

May be an image of text that says 'Aquarius'

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ກຸມພາ ຫາ 13 ມີນາ ) ທ່ານອາດເປັນຄົນທີ່ຕ້ອງແບກວຽກ ຫຼື ຕ້ອງແກ້ບັນຫາທີ່ມາຈາກຄົນອື່ນ ເຮັດໃຫ້ໃນເດືອນນີ້ທ່ານຂ້ອນຂ້າງເມື່ອຍກັບວຽກຫຼາຍ ແຕ່ກໍເຮັດຫຍັງບໍ່ໄດ້ນອກຈາກທໍາໃຈຍອມຮັບ, ນອກຈາກນີ້ທ່ານຕ້ອງລະວັງຄົນອື່ນໂຍນຄວາມຜິດໃຫ້. ສ່ວນເລື່ອງເງິນ ລາຍຮັບຂອງທ່ານບໍ່ຫຼາຍເທົ່າເກົ່າ ຫຼື ທ່ານມີລາຍຈ່າຍຫຼາຍຈົນເບິ່ງບໍ່ເຫັນຈຸດສິ້ນສຸດ ເຮັດໃຫ້ເດືອນນີ້ມີຄວາມຄຽດເລື່ອງເງິນຢູ່ຫຼາຍ, ນອກຈາກນີ້ຕ້ອງລະວັງເລື່ອງບິນຄ່າໃຊ້ຈ່າຍຕ່າງໆ ເຂົາມາທວງຖາມ.

May be an image of text that says 'Pisces'

ລາສີມີນ ( ຜູ້ທີ່ເກີດລະ ຫວ່າງວັນທີ 14 ມິນາ ຫາ 12 ເມສາ ) ວຽກງານທ່ານອາດໄດ້ຮັບວຽກ ຫຼື ໜ້າທີ່ທີ່ບໍ່ຖະໜັດ ຫຼື ບໍ່ຢາກເຮັດເຂົ້າມາ ແລະ ທ່ານເອງກໍບໍ່ສາມາດປະຕິເສດໄດ້ ແຕ່ຈະມີຄົນມາຊ່ວຍທ່ານແບ່ງເບົາພາລະໃນໄລຍະນີ້ໄປໄດ້ຢູ່. ນອກຈາກນີ້, ອາດມີຄົນເຂົ້າມາປຶກສາວຽກທ່ານຫຼາຍຂຶ້ນ ແຕ່ວຽກນັ້ນອາດບໍ່ໄດ້ເງິນ ແຕ່ເປັນການຊ່ວຍເຫຼືອເພື່ອສ້າງເຄືອຂ່າຍໄວ້. ສ່ວນເລື່ອງເງິນ ທ່ານຍັງມີລາຍຮັບຢູ່ ແຕ່ກໍຕ້ອງຖືກນໍາມາໃຊ້ຈ່າຍກັບຄອບຄົວ ຫຼື ກິນລ້ຽງ ນໍາໄປໃຊ້ເພື່ອຄາຍຄຽດ ເຮັດໃຫ້ໃນເດືອນນີ້ທ່ານໃຊ້ງານໄປຫຼາຍກວ່າທີ່ຄາດເອົາໄວ້ ສ່ວນລາຍຮັບຍັງມີເຂົ້າມາບໍ່ຂາດມື.

May be an image of text

ລາສີເມກ ( ຜູ້ທີ່ເກີດລະຫວ່າງວັນທີ 13 ເມສາ ຫາ 13 ພຶດສະພາ ) ທ່ານເລີ່ມເບື່ອໜ່າຍກັບວຽກ ຫຼື ສະຖານະການທີ່ພົບຢູ່ຫຼາຍໆຢ່າງມັນເລີ່ມໜັກໄປໝົດ ໂດຍທີ່ທ່ານເອງຮູ້ສຶກວ່າຕ້ອງອົດທົນກັບມັນຫຼາຍຈົນເກີນໄປ ແລະ ທ່ານຈະມີເລື່ອງໃຫຍ່ໃຫ້ເຂົ້າມາຕັດສິນໃຈ. ສ່ວນເລື່ອງເງິນ ທ່ານມີເກນໄດ້ໃຊ້ເງິນກ້ອນ ຫຼື ຕ້ອງໄປກູ້ຢືມເງິນເພື່ອມາໃຊ້ຈ່າຍບິນທີ່ຄ້າງໄວ້ ຫາກຕ້ອງການໄປໂອ້ລົມກັບທະນາຄານເພື່ອຫຼຸດດອກເບ້ຍ ອາດບໍ່ເປັນຜົນປານໃດ ທ່ານມີເກນຕ້ອງຝ່າຟັນເລື່ອງເງິນຫຼາຍກວ່າທີ່ຜ່ານມາ.

May be an image of text that says 'Taurus'

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 14 ພຶດສະພາ ຫາ 14 ມິຖຸນາ ) ໃນເດືອນນີ້ທ່ານຕ້ອງເຮັດວຽກຫຼາຍຢ່າງພ້ອມກັນ ຈົນອາດເຮັດໃຫ້ບໍ່ມີວຽກໃດທີ່ທ່ານເຮັດໄດ້ດີເລີຍ ເພາະທ່ານບໍ່ໄດ້ມີເວລາໃຫ້ມັນເຕັມທີ່. ນອກຈາກນີ້, ດວງວຽກງານເດືອນນີ້ຂອງທ່ານຍັງມີເກນເກີດການປ່ຽນແປງໃຫ້ກຽມຮັບມືໃຫ້ດີ. ສ່ວນເລື່ອງເງິນ ທ່ານຈະມີບິນຄ່າໃຊ້ຈ່າຍເຂົ້າມາ ເຮັດໃຫ້ການເງິນໃນເດືອນນີ້ຂ້ອນຂ້າງຕຶງມືຢູ່ ແຕ່ທ່ານເອງກໍພະຍາຍາມຫາວິທີໃນການຫາເງິນຢູ່ສະເໝີ.

May be an image of one or more people and text that says 'Gemini'

ລາສີເມຖຸນ ( ຜູ້ທີ່ເກີດລະຫວ່າງວັນທີ 14 ມິຖຸນາ ຫາ 14 ກໍລະກົດ ) ຈະມີຄົນທີ່ເຮັດວຽກຕາມອາລົມ ຫຼື ຄົນທີ່ຄວບຄຸມບໍ່ຄ່ອຍໄດ້ເຂົ້າມາຊ່ວຍວຽກ ເຮັດໃຫ້ວຽກຂອງທ່ານໄດ້ຄຸນນະພາບ ແຕ່ບໍ່ຄ່ອຍເປັນລະບຽບປານໃດ ຫຼື ຕ້ອງລະວັງການປະກາດບາງຢ່າງຈາກບ່ອນເຮັດວຽກ ເຊິ່ງປະກາດນັ້ນບໍ່ຄ່ອຍມີຜົນດີກັບທ່ານປານໃດ. ສ່ວນເລື່ອງເງິນ ຕ້ອງລະວັງແຜນການໃຊ້ເງິນຂອງທ່ານຜິດພາດ ທ່ານອາດໄດ້ເງິນຊ້າ ກວ່າກໍານົດ ຫຼື ເງິນທີ່ເຂົ້າມາຈະໜ້ອຍກວ່າລາຍຈ່າຍ ເຮັດໃຫ້ທ່ານຕ້ອງໃຊ້ເງິນແບບຕ້ອງຄິດໜັກ.

ທີ່ມາ: https://www.sanook.com/horoscope/209541/