ໂບ ວັນວິສາ ສາວນ້ອຍສາຍຫວານ ຢາກເປັນດວງດາວແຫ່ງຍຸກສະໄຫມ ຝາກແນ່ເດີ້ MTL03

1087

ການໄດ້ຄອບຄອບມຸງກຸດ ດວງດາວແຫ່ງຍຸກສະໄຫມ ຄືຄວາມໄຝ່ຝັນຂອງສາວໄວໃສທຸກຄົນ ນ້ອງຄົນນີ້ກໍເຊັ່ນດຽວກັນ ວັນວິສາ ນາມເສນາ ຫລື ໂບ MTL03 ຜູ້ຜ່ານເຂົ້າຮອບ 25ຄົນ ຈາກເວທີ Miss Teen Laos 2021 ປັດຈຸບັນ ອາຍຸ 15ປີ ແລະ ຕອນນີ້ແມ່ນຢູ່ສັງກັດທີ່ Naga Studio.

ມາທໍາຄວາມຮູ້ຈັກກັບນ້ອງໃຫ້ຫລາຍຂຶ້ນ ໂບເລີ່ມເຂົ້າວົງການການປະກວດຕັ້ງແຕ່ອາຍຸ 11ປີເທົ່ານັ້ນ ໂດຍເວທີທຳອິດແມ່ນ Laos Supermodel 2017 ໄດ້ຜ່ານຮອບ 50ຄົນ ຈົນມາຮອດ ປີ2019 ໂບໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳທີ່ເຮັດໃຫ້ໂບໄດ້ເຂົ້າຮອບເລິກເຖິງຮອບ 10ຄົນສຸດທ້າຍ ແລະ ໃນປີ2020 ການກັບມາປະກວດອີກຄັ້ງໃນເວທີ TKK Supermodel Contest 2020 ຈົນເຮັດໃຫ້ໂບໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ.

ຢ່າງໃດກໍ່ຕາມ ມຸງກຸດຂອງມິສທິນຍັງແມ່ນຄວາມຫວັງ ແລະຄວາມຝັນທີ່ນ້ອງຢາກຄອບຄອງປັດຈຸບັນໂບໄດ້ກັບມາປະກວດເທິງເວທີ Miss Teen Laos ອີກຄັ້ງ ເພາະຍັງເຊື່ອໝັ້ນໃນຄວາມຝັນ ແລະ ຄວາມພະຍາຍາມຂອງຕົນເອງ ຫວັງທີ່ຈະກັບມາແກ້ມື ພັດທະນາໂຕເອງອີກຄັ້ງ ເພື່ອຈະພິສູດໃຫ້ທຸກຄົນໄດ້ເຫັນວ່າ ‘’ສາວນ້ອຍທຳມະດາໆຄົນນີ້ ກໍ່ສາມາດທີ່ຈະຂ້າມຜ່ານຄວາມຢ້ານກົວນັ້ນມາໄດ້ເຊັ່ນດຽວກັນ’’

ສໍາລັບຄະຕິປະຈຳໃຈຄື: ‘’ຢ່າຢ້ານທີ່ຈະລົ້ມເຫລວ ແຕ່ຈົງຢ້ານຖ້າບໍ່ໄດ້ລົງມືເຮັດ’’ ແລະ ການກັບມາເທື່ອນີ້ສິ່ງ ທີ່ຢາກຈະໂຊອອກສູ່ສາຍຕາທຸກຄົນແມ່ນ ການເຕັ້ນ, ຮ້ອງ, ຟ້ອນ ແລະ ເດີນແບບ ຄິດວ່າຕົນເອງມີຈຸດເດັ່ນໃນເລື່ອງການເປັນໂຕຂອງຕົນເອງ ບໍ່ຢຸດທີ່ຈະພັດທະນາໂຕເອງ ໝັ້ນໃຈເຮັດທຸກຢ່າງໃຫ້ເຕັມທີ່ກັບມັນຊັດເຈນກັບທຸກສິ່ງ ນ້ອງໄດ້ຕັ້ງເປົ້າໝາຍທີ່ຊັດເຈນໄວ້ແລ້ວຈະສ້າງຝັນຂອງຕົນເອງໃຫ້ເປັນຈິງນີ້ແລຄືສິ່ງທີ່ຈະເຮັດໃຫ້ນ້ອງຊະນະໃຈຄະນະກຳມະການ ແລະ ໄດ້ຕຳແໜ່ງ.

ກ່ອນເຂົ້າຮ່ວມປະກວດໄດ້ມີການກຽມຕົວໃນຫລາຍຢ່າງເຊັ່ນ ການຍ່າງ, ຕອບຄຳຖາມ, ຝຶກຍິ້ມ, ຝຶກສ້າງອາລົມຄວາມຮູ້ສຶກໃນເວລາຍ່າງ ໃຫ້ຄົນທີ່ເຫັນເຊື່ອໃນສິ່ງທີ່ເຮົາຕ້ອງການຈະສື່ສານອອກໄປ ນອກນັ້ນແລ້ວນ້ອງຍັງດູແລ ເລື່ອງຂອງຜິວພັນ ຫນ້າຕາຢູ່ສະໝໍ່າສະເໝີ ນ້ອງເອງມັກທີ່ຈະຊ່ວຍເຫລືອສັງຄົມຢູ່ຕະຫລອດເທົ່າທີ່ຈະສາມາດເຮັດໄດ້ຄື ໄດ້ໄປບໍລິຈາກອາຫານການກິນຕ່າງໆ ໃຫ້ເອື້ອຍໆອ້າຍໆນ້ອງໆຜູ້ທີ່ດ້ອຍໂອກາດ ເພາະໃນຊ່ວງວິກິດແບບນີ້ ຜູ້ໃດກະຕ້ອງການທັງອາຫານ ແລະ ກຳລັງໃຈ ນ້ອງເອງໃນນາມທີ່ເປັນໄວໝຸ່ມຄົນຫນຶ່ງ ກໍຢາກເປັນຜູ້ທີ່ໃຫ້ກຳລັງໃຈ ແລະຮູ້ສຶກດີໃຈທີ່ໄດ້ເຫັນອ້າຍໆເອື້ອຍໆນ້ອງໆມີຄວາມສຸກໃນຂອງທີ່ເຮົານຳມາມອບໃຫ້ນຳ.

ກິດຈະກຳທີ່ມັກເຮັດເວລາວ່າງແມ່ນໂບເປັນຄົນທີ່ມັກຢູ່ກັບຄອບຄົວຫຼາຍໆ ແລະ ການຫລີ້ນກິລາຕີດອກປີກໄກ່ ເຮັດອາຫານແບ່ງໃຫ້ຄົນໃນຊຸມຊົນດຽວກັນ ແລະ ຝຶກເຕັ້ນ ສ່ວນຮູບແບບການແຕ່ງໂຕຂອງນ້ອງມັກແນວຫວານໆ ຜົນງານຜ່ານມາແມ່ນຮ່ວມເດີນແບບໃຫ້ງານ better together charity ແລະ ໄດ້ຖ່າຍແບບຕ່າງໆ ຖ່າຍໂຄສະນາໃຫ້ທົ່ງຂັນຄຳມໍນຳອີກດ້ວຍ ສຸດທ້າຍກໍຢາກໃຫ້ທຸກຄົນໆຕິດຕາມຜົນງານຕ່າງໆເພາະຍັງຈະມີຜົນງານຕ່າງໆໃນທຸກຄົນອອກມາໄດ້ຊົມກັນ ແລະ ຝາກເຊຍເປັນກຳລັງໃຈໃຫ້ໂບMTL03 ແນ່ເດີ ບອກເລີຍວ່າປີນີ້ແມ່ນປີຂອງການກັບມາແກ້ມືອີກຄັ້ງ ບອກເລີຍປີນີ້ມີ surpriseທຸກຄົນແນ່ນອນ ເຟສບຸກ:Bobey Vanvisa