ສະໝັກເລີຍ! ຂະແໜງອຸດສາຫະກໍາຕັດຫຍິບ ຕ້ອງການແຮງງານຫລາຍກວ່າ 10.000 ຄົນ

1267

ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ປັດຈຸບັນ ຂະແໜງອຸດສາຫະກໍາຕັດຫຍິບຂອງລາວ ມີຄວາມຕ້ອງການແຮງງານປະມານ 10.000 ຫາ 15.000 ຄົນ ໂດຍເປີດຮັບທັງຜູ້ທີ່ມີປະສົບ ການ ແລະ ບໍ່ທັນມີປະສົບການໃນດ້ານການຕັດຫຍິບມາກ່ອນ.


ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໃຫ້ສໍາພາດວ່າ: ຈຳນວນແຮງງານທີ່ຕ້ອງການທັງໝົດນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຢູ່ເຂດເສດຖະກິດພິເສດຫລາຍກວ່າໝູ່ ເພາະເປັນໂຮງງານຂະໜາດໃຫຍ່ທີ່ມີຄວາມຕ້ອງການແຮງງານເປັນຈໍານວນຫລາຍ, ນອກຈາກນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຕ່າງໆ ໃນນະ ຄອນຫລວງວຽງຈັນ ຕາມຄວາມຕ້ອງການຕົວຈິງ ໂດຍເປີດຮັບທັງຜູ້ມີປະສົບການ ແລະ ບໍ່ມີປະສົບການໃນການຕັດຫຍິບມາກ່ອນ ເພາະມີຫລາຍຕໍາແໜ່ງງານ, ແຕ່ມີເງື່ອນໄຂວ່າທຸກຄົນຕ້ອງໄດ້ຜ່ານການກວດກາສຸຂະ ພາບ ໂດຍສະເພາະກວດຫາເຊື້ອພະຍາດໂຄວິດ-19 ແລະ ຕ້ອງສັກວັກຊີນປ້ອງກັນພະຍາດດັ່ງກ່າວຄົບກ່ອນ.

ຜູ້ທີ່ມີຄວາມສົນໃຈສະໝັກງານ ສາ ມາດຕິດຕໍ່ຫາຫ້ອງການແຮງງານ ແລະ ສະຫວັດດີການເມືອງ ຫລື ພະ ແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງທີ່ຕົນອາໃສຢູ່ ເພື່ອເປັນໃຈກາງປະສານງານຕ່າງໆ ກັບພາກສ່ວນກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ຫລື ສາມາດຕິດຕໍ່ຫາສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ໂດຍກົງ.


ທ່ານ ໄຊບັນດິດ ຣາຊະພົນ ໃຫ້ຮູ້ຕື່ມວ່າ: ສະມາຄົມອຸດສາຫະກຳຕັດຫຍິບລາວ ຈະຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງວຽງ ຈັນ ເພື່ອຈັດບ່ອນພັກເຊົາໃຫ້ບັນດາແຮງງານຈາກຕ່າງແຂວງທີ່ເດີນທາງເຂົ້າມາສະໝັກງານຢູ່ຈຸດໃດໜຶ່ງ, ຫລັງຈາກນັ້ນ ຈະໃຫ້ຜູ້ປະກອບການໂຮງ ງານຕັດຫຍິບໄປສໍາພາດເອົາແຮງງານດ້ວຍຕົນເອງຕາມຄວາມຕ້ອງການຕົວຈິງໃນແຕ່ລະຕໍາແໜ່ງງານທີ່ຕ້ອງການ, ທັ້ງນີ້ ເພື່ອແນໃສ່ເຮັດໃຫ້ບັນ ດາຜູ້ປະກອບການຕັດຫຍິບສາມາດດໍາເນີນກິດຈະການໄດ້ຕໍ່ໄປ ພາຍໃຕ້ມາດຕະການປ້ອງກັນພະຍາດໂຄວິດ-19 ໃນໂຮງງານຂອງຕົນຕາມທີ່ລັດ ຖະບານວາງອອກຢ່າງເຂັ້ມງວດ.

ໂດຍ: ບຸນຕຽງ ຈັນທະວົງ