ໃນວັນທີ 6 ກໍລະກົດນີ້ ທີ່ຫ້ອງວ່າການແຂວງໄຊຍະບູລີ ຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງແຂວງ ຍັງສືບຕໍ່ມອບເຄື່ອງ ແລະ ເງິນສົດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີຢ່າງຕໍ່ເນື່ອງ ໃນນັ້ນ ພະແນກການເງິນແຂວງຫຼວງພະບາງ ມອບນໍ້າດື່ມ ແລະ ເງິນສົດ ລວມມູນຄ່າ 10,5 ລ້ານກີບ, ບໍລິສັດ ທໍ່ນໍ້າລາວ ມອບເງິນ 5 ລ້ານກີບ, ນັກທຸລະກິດ ບ້ານຊ້າງຄູ່ ນະຄອນຫຼວງວຽງຈັນ ມອບເຄື່ອງ ອຸປະໂພກ-ບໍລິໂພກ ມູນຄ່າ 20 ລ້ານກີບ.
ບໍລິສັດ PLG ການຄ້າ ມອບເຂົ້າສານ 1 ໂຕນ ມູນຄ່າ 7 ລ້ານກີບ, ຕາງໜ້າຈາກ ວັດຕົງຫົວ ມູນນິທິສັງຄົມສົງເຄາະກວາງຈິ ແຂວງກວາງຕຸ້ງ ສປ ຈີນ ມອບເຄື່ອງນອນ, ເຂົ້າສານ ແລະ ດອກໄຟພະລັງງານແສງອາທິດ ມູນຄ່າ 100 ລ້ານກີບ, ທີມງານຈາກຄະນະສົງ ແລະ ອອກຕົນຍາດໂຍມ ເມືອງສີໂຄດຕະບອງ ນະຄອງຫຼວງວຽງຈັນມອບເຄື່ອງ ອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ເຮືອນຄົວ ແລະ ເຄື່ອງໃຊ້ໄຟຟ້າ ມູນຄ່າ 168 ລ້ານກວ່າກີບ ແລະ ຕາງໜ້າແຂວງຮັບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມຄະນະ.