ເມືອງຄົງເຊໂດນ ແຈ້ງປິດ 4 ບ້ານຊົ່ວຄາວ, ກຳນົດ 8 ບ້ານມີຄວາມສ່ຽງ

912

ສະພາບການໃນປັດຈຸບັນໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ໂດຍສະເພາະຢູ່ເມືອງຄົງເຊໂດນ, ແຂວງສາລະວັນ ກໍ່ພົບຜູ້ຕິດເຊື້ອໃໝ່ ດັ່ງນັ້ນ, ເພື່ອເປັນການປ້ອງກັນແຕ່ຕົ້ນ ຮັບປະກັນການປ້ອງກັນ ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ບານປາຍ, ເຈົ້າເມືອງຄົງເຊໂດນ ອອກແຈ້ງການດ່ວນ ເລກທີ 12/ຈມ,ຄດ, ລົງວັນທີ 5 ກໍລະກົດ 2021 ແຕ່ວັນທີ 4-31 ກໍລະກົດ 2021 ໂດຍໄດ້ອອກແຈ້ງການດັ່ງນີ້:


1. ໃຫ້ສືບຕໍ່ ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເລກທີ 745/ຫສນຍ, ຄຳສັ່ງຂອງເຈົ້າແຂວງສາລະວັນ ເລກທີ 11/ຈຂ.ສວ, ລົງວັນທີ 21 ພຶດສະພາ 2021, ຄໍາສັ່ງຂອງທ່ານເຈົ້າເມືອງ ສະບັບເລກທີ 01/ຈມ,ຄດ, ລົງວັນ 6 ພຶດສະພາ 2021 ຢ່າງເຂັ້ມງວດ.
2. ໃຫ້ອໍານາດການປົກຄອງໃນ 4 ບ້ານຄື: ບ້ານທົ່ງຈະເລີນ, ບ້ານດົງໃຫຍ່, ບ້ານຄົງນ້ອຍ ແລະ ບ້ານຄົງນະຄອນປິດບ້ານຊົ່ວຄາວ ພ້ອມທັງຕັ້ງຈຸດກວດກາຄົນເຂົ້າ-ອອກຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ; ຫ້າມບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວໄປມາຫາສູ່ກັບບຸກຄົນພາຍນອກ ແລະ ຫ້າມບໍ່ໃຫ້ບຸກຄົນ, ພໍ່ແມ່ປະຊາຊົນບ້ານອື່ນເດີນທາງເຂົ້າໄປໃນບ້ານດັ່ງກ່າວນັ້ນ (ຍົກເວັ້ນກໍລະນີຈຳເປັນ).


3. ກໍານົດເອົາຈໍານວນ 8 ບ້ານ ອ້ອມຂ້າງບ້ານທີ່ມີຄວາມສ່ຽງຄື: ບ້ານບຶງກາງ, ບ້ານທ່າຄໍ້, ບ້ານບົວລະພາ, ບ້ານໂນນຄໍ້, ບ້ານໝື່ນປູ່, ບ້ານນາແພງໃຫຍ່, ບ້ານວັງກ້ານຮຸ່ງ ແລະ ບ້ານ ໂຮງເລື່ອຍມີໄຊ.
4. ປິດການສັນຈອນໄປມານັບແຕ່ເວລາ 9:00 ໂມງແລງ ຫາ 5:00 ໂມງເຊົ້າ ຍົກເວັ້ນແຕ່ກໍລະນີຈໍາເປັນ, ສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ອອກໃບຢັ້ງຢືນອະນຸຍາດເສຍກ່ອນ.


5. ປິດກິດຈະການ ຮ້ານກິນດື່ມ, ຮ້ານບັນເທິງ-ຄາຣາໂອເກະ, ຄຣີນິກ, ຮ້ານອິນເຕີເນັດ, ຮ້ານສະໜຸກເກີ້, ຮ້ານເສີມສວຍ, ຮ້ານຕັດຜົມ, ເດີ່ນຟຸດຊ໌, ຟິດເນັດ, ຮ້ານນວດສະປາ ແລະ ສະໜາມຕີໄກ່ໃນທົ່ວເມືອງ.
6. ປິດການຮຽນ-ການສອນຊົ່ວຄາວສໍາລັບຊັ້ນຮຽນມໍາ, ມໍ2, ມໍ3, ມໍ5 ແລະ ມໍ6 ໃນທົ່ວເມືອງ ສວ່ນຂັ້ນ ມໍ4 ແລະ ມໍ7 ແມ່ນສືບຕໍ່ຮຽນປົກກະຕີ ໂດຍໃຫ້ຮັກສາມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.


7. ຖ້າຫາກສົງໃສວ່າຕົນເອງໄດ້ສໍາຜັດກັບບຸກຄົນທີ່ມີຄວາມສ່ຽງຕິດເຊື້ອໂຄວິດ-19 ແມ່ນໃຫ້ຈຳກັດບໍລິເວັນຕົນເອງຢູ່ພາຍໃນຄອບຄົວ ແລະ ຖ້າມີອາການໄຂ້, ໄອ, ນ້ຳມູກຍ້ອຍ, ຕາແດງ, ເປັນຜື່ນ, ກິນອາຫານບໍ່ຮູ້ລົດຊາດໃຫ້ຮີບຮ້ອນໄປພົບແພດ ເພື່ອກວດກາສຸຂະພາບຢູ່ໂຮງໝໍເມືອງໂດຍດ່ວນ.
8. ອະນຸຍາດເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຂາຍເຄື່ອງກໍ່ສ້າງ, ຮ້ານຂາຍເຄື່ອງໄຟຟ້າ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນ້ຳດື່ມ, ໂຮງງານນ້ຳກ້ອນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ອັດດັງ, ລ້າງມືດ້ວຍສະບຸ ແລະ ເຈວ.


9. ໃຫ້ອໍານາດການປົກຄອງບ້ານຕິດຕາມກວດກາການເຂົ້າ-ອອກ ພາຍໃນບ້ານ ໂດຍສະເພາະຜູ້ທີ່ເດີນທາງມາແຕ່ເຂດສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງປະເທດ ຖ້າພົບເຫັນວ່າບຸກຄົນໃດຫາກລັກລອງເຂົ້າມາໂດຍບໍ່ໄດ້ຮັບອະນຸຍາດແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍຂອງບ້ານ-ເມືອງ.
10. ມອບໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມກວດກາ, ຄວບຄຸມ ເພື່ອຮັບປະກັນການປະຕິບັດມາດຕະການຂໍ້ຫ້າມຕ່າງໆ ທີ່ລະບຸໄວ້ໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ ຖ້າຫາກມີການຝ່າຝືນລະເມີດ ໃຫ້ປະຕິບັດໂທດຕາມກົດໝາຍ, ລະບຽບການທີ່ກຳນົດໄວ້.