ຄົນນີ້ ຄວາມຄິດດີມີເປົ້າຫມາຍຢາກເປັນກະບອກສຽງຊ່ວຍເຫລືອສັງຄົມ ຈັນພະພອນ ຫຼວງເເກ້ວກຸມພົນ MTL15

1082

ເປົ້າໝາຍຂອງການເຂົ້າປະກວດບໍ່ແມ່ນພຽງແຕ່ມຸງກຸດຢ່າງດຽວ ແຕ່ສິ່ງທີ່ຈະຊ່ວຍໃຫ້ຄົນໄດ້ຍິນສຽງຂອງເຮົາດັງຂຶ້ນຄືການເປັນ Miss Teen Laos 2021 ເພື່ອຢາກຈະເປັນສ່ວນໜຶ່ງໃນການຊ່ວຍເຫລືອສັງຄົມ ພ້ອມປຸກລະດົມໃຫ້ມວນຊົນ ເຂົ້າຮ່ວມຊ່ວຍເດັກນ້ອຍທີ່ດ້ອຍໂອກາດ ແລະ ຢາກມີສ່ວນຮ່ວມໃນໂຄງການຕ້ານເເມ່ຍິງຖືກໄພຄຸກຄາມ ລວມເຖິງຄົນພິການຫູຫນວກຕາບອດ ການສະຖານທີ່ຕ່າງໆ.

ຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ສາວນ້ອຍໜ້າຮັກຄົນນີ້ ໄປໃຫ້ເຖິງຝັນ ຕອນນີ້ເຂົ້າຮອບ 25ຄົນແລ້ວ ຈັນພະພອນ ຫຼວງເເກ້ວກຸມພົນ ຫລື ສຽວອີ້ MTL15 ປັດຈຸບັນອາຍຸ 16ປີ ນະຄອນຫຼວງວຽງຈັນ ໂຮງຮຽນມິດຕະພາບມໍປາຍວຽງຈັນ-ໂຮຈີມິນ.

ສຽວອີ້ ເຄີຍຜ່ານການປະກວດເດີນເເບບໃນງານໂຮງຮຽນມາກ່ອນ ແຕ່ຍັງບໍ່ເຄີຍໄປເວທີໃຫຍ່ເລີຍ ນີ້ເປັນຄັ້ງທຳອິດ ທີ່ຢາກເປັນສ່ວນໜຶ່ງຂອງຄອບຄົວ Miss Teen Laos ສ່ວນໃນວົງການບັນເທີງຄືຢາກເປັນນາງເເບບ ແລະ ນ້ອງເອງກໍມີຄະຕິປະຈໍາໃຈຢູ່ວ່າ ‘’ ຄວາມພະຍາຍາມບ່ອນໃດ ຄວາມສໍາເລັດຢູ່ບ່ອນນັ້ນ ‘’ແລະ ນ້ອງຈະໃຊ້ຄວາມພະຍາຍາມທີ່ມີຍ່າງຕາມຄວາມຝັນຂອງຕົນເອງໃຫ້ປະສົບຜັນສໍາເລັດໃນວັນໜຶ່ງຂ້າງໜ້າ.

ໃນການປະກວດຄັ້ງນີ້ ນ້ອງຢາກຈະໂຊຄວາມສາມາດ ຄວາມກ້າຫານ, ຄວາມໜັ້ນໃຈໃຫ້ທຸກຄົນໃນສັງຄົມໄດ້ຮູ້ ເເລະ ໄດ້ເຫັນ ອັນດັບທໍາອິດຄືນ້ອງຕ້ອງເປັນຕົວຂອງຕົນເອງ ແລະ ສະເເດງຄວາມຮູ້ຄວາມສາມາດທີ່ນ້ອງມີໃຫ້ກໍາມະການໄດ້ເຫັນ ເຊັ່ນການກ້າເວົ້າກ້າວ່າໃນສິ່ງທີ່ເພິ່ນຖາມ ເເລະ ການສະແດງອອກຢ່າງຫມັ້ນໃຈ ເມື່ອໄດ້ຄໍາຖາມາຕ້ອງຄິດວິເຄາະໃຫ້ດີກ່ອນຕອບຄໍາຖາມ ເພາະເປົ້າໝາຍຂອງນ້ອງໃນເວທີນີ້ເເມ່ນການເປັນ Miss Teen Laos ດວງດາວແຫ່ງຍຸກສະໄໝ.

ສໍາລັບ ການກຽມຕົວ ແມ່ນນ້ອງຕ້ອງຮັກສາສຸຂະພາບໂຕເອງໃຫ້ເເຂງເເຮງ, ການຫາຂໍ້ມູນຄໍາຖາມກ່ຽວກັບມິສທີນໃຫ້ຫຼາຍຂຶ້ນ ວ່າທີ່ຜ່ານມາເພິ່ນໄດ້ຕັ້ງຄໍາຖາມປະມານໃດ ຈະໄປໃນທິດທາງໃດ ພ້ອມນັ້ນກໍຄືການຮັກສາເບິ່ງແຍງຕົນເອງ ບໍ່ວ່າຈະເປັນການບໍາລຸງຜິວ ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ອອກກໍາລັງກາຍເພື່ອຈະມີສຸຂະພາບ ແລະ ຜິວພັນທີ່ດີ.

ກິດຈະກໍາຍາມວ່າງແມ່ນມັກຫລິ້ນກິລາ, ເຂົ້າຟິດເນັດຕີດອກປີກໄກ່, ມັກເເລ່ນ, ມັກຖ່າຍຮູບເບິ່ງໜັງ ແລະ ອ່ານໜັງສື, ສ່ວນການແຕ່ງຕົວແມ່ນມັກສະຕາຍການເເຕ່ງຕົວຄື sexy ປົນຫວານ ສຸດທ້າຍ ນ້ອງຂໍຝາກທຸກຄົນເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໄດ້ເຂົ້າເປັນ Miss Teen Laos ເພື່ອຕິດ 1ໃນ3 ແດ່ເດີ້ ແລະ ຂໍຝາກໃຫ້ທຸກຄົນຕິດຕາມຜົນງານຂອງນ້ອງໃນອານາຄົດນຳດ້ວຍ ທີ່ເພສບຸກສ່ວນຕົວ Siewyee Xayyavong