ໄບເດັນຊີ້ ມາດຕະການກະຕຸ້ນເສດຖະກິດເຮັດໃຫ້ການຈ້າງງານເພີ່ມຂຶ້ນ ຄວາມຄືບໜ້າຄັ້ງປະຫວັດສາດ

290

ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ເປີດເຜີຍວ່າ: ຕົວເລກການຈ້າງງານເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນການບົ່ງຊີ້ເຖິງມາດຕະການກະຕຸ້ນເສດຖະກິດຂອງລັດຖະບານບັນລຸຜົນ.

ທ່ານ ໄບເດັນ ກ່າວວ່າ: ນີ້ເປັນຄວາມຄືບໜ້າຄັ້ງປະຫວັດສາດທີ່ເຮັດໃຫ້ພວກເຮົາຟື້ນຕົວຂຶ້ນຈາກວິກິດການທີ່ຮຸນແຮງທີ່ສຸດໃນຮອບ 100 ປີ ຫຼື ເສດຖະກິດຂອງສະຫະລັດອາເມຣິກາ ກຳລັງຟື້ນຕົວຂຶ້ນແລ້ວ ເຊິ່ງທັງໝົດນີ້ໄດ້ແຮງຍູ້ຈາກຫຼາຍປະການ ໂດຍສະເພາະການລະດົມສັກວັກແຊັງປ້ອງກັນໂຄວິດ – 19 ແລະ ມາດຕະການກະຕຸ້ນເສດຖະກິດ ຫຼື “ American Rescue Plan ”.

ທັງນີ້, ມາດຕະການກະຕຸ້ນເສດຖະກິດ American Rescue Plan ມີວົງເງິນເຖິງ 1,9 ພັນຕື້ໂດລາສະຫະລັດ ໂດຍໄດ້ອັດສີດເຂົ້າສູ່ພາກທຸລະກິດ, ພາກຄົວເຮືອນ ແລະ ລັດຖະບານທ້ອງຖິ່ນຕ່າງໆ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ກະຊວງແຮງງານອາເມຣິກາ ເປີດເຜີຍວ່າ: ຕົວເລກການຈ້າງງານນອກພາກກະເສດ ເພີ່ມຂຶ້ນ 850.000 ຕຳແໜ່ງໃນເດືອນມິຖຸນາຜ່ານມາ ເຊິ່ງສູງກວ່າທີ່ນັກວິເຄາະຄາດ ການໄວ້ ເຊິ່ງຄາດວ່າຈະຢູ່ທີ່ 706.000 ຕຳແໜ່ງ, ໃນຂະນະທີ່ການຈ້າງງານຂອງພາກເອກະຊົນ ເພີ່ມຂຶ້ນ 662.000 ຕຳແໜ່ງ ໃນເດືອນມິຖຸນາ 2021, ຂະນະທີ່ການຈ້າງງານໃນພາກລັດໃນໄລຍະດຽວກັນ ເພີ່ມຂຶ້ນ 188.000 ຕຳແໜ່ງງານ.