ຍີ່ປຸ່ນ ເລັ່ງຄົ້ນຫາຜູ້ສູນຫາຍ 100 ກວ່າຄົນ ຈາກເຫດດິນເຈື່ອນ

217

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການເມືອງອາຕາມີ ແຂວງຊີຊູໂອກະ ຂອງຍີ່ປຸ່ນ ເປີດເຜີຍວ່າ: ລັດຖະບານຍີ່ປຸ່ນໄດ້ສົ່ງທະຫານ ແລະ ໜ່ວຍກູ້ໄພ ເລັ່ງຄົ້ນຫາຜູ້ສູນຫາຍຈາກດິນເຈື່ອນທັບບ້ານເຮືອນປະຊາຊົນ ເຊິ່ງຄາດວ່າມີຜູ້ສູນຫາຍຢ່າງໜ້ອຍ 133 ຄົນ, ຂະນະນີ້ພົບຜູ້ເສຍຊີວິດແລ້ວ 3 ຄົນ.

ເຫດດັ່ງກ່າວເກີດຂຶ້ນເມື່ອທ້າຍອາທິດຜ່ານມາ ເນື່ອງຈາກວ່າໄດ້ເກີດມີຝົນຕົກໜັກຢູ່ເມືອງອາຕາມີ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນຖົມເຮືອນປະຊາຊົນເປັນບໍລິເວນກວ້າງ ໂດຍເບື້ອງຕົ້ນເຈົ້າໜ້າທີ່ຄາດວ່າມີຜູ້ສູນຫາຍ 20 ກວ່າຄົນ ແຕ່ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ປະເມີນຄືນໃໝ່ ໂດຍຄາດການວ່າຈະມີຜູ້ສູນຫາຍຢ່າງໜ້ອຍ 133 ຄົນ ເນື່ອງຈາກມີລາຍງານວ່າດິນເຈື່ອນໄດ້ໄຫຼທັບຖົມສິ່ງປຸກສ້າງ ແລະ ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ 130 ກວ່າຫຼັງ.

ຂະນະທີ່ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາຜູ້ສູນຫາຍທ່າມກາງສາຍຝົນ ໂດຍຫຼ້າສຸດອຸຕຸນິຍົມວິທະຍາຍີ່ປຸ່ນ ລາຍງານວ່າ ແຂວງຊີຊູໂອກະ ຈະປະເຊີນກັບຝົນຕົກໜັກໃນໄລຍະຕົ້ນອາທິດນີ້.