ສິງກະໂປ ເລີ່ມໂຄສະນາວິຖີຊີວິດໃໝ່ຢູ່ກັບໂຄວິດ – 19

328

ສຳນັກຂ່າວຕ່າງປະເທດລາຍງງານວ່າ: ລັດຖະບານສິງກະໂປ ໄດ້ເຜີຍແຜ່ຄລິບວິດີໂອ ເພື່ອປະຊາສຳພັນໃຫ້ປະຊາຊົນກຽມຄວາມພ້ອມສຳລັບການດຳລົງຊີວິດປົກກະຕິແບບໃໝ່ ໂດຍຄລິບວິດີໂອ Together, Towards A New Normal ທີ່ລັດຖະບານສິງກະໂປເຜີຍແຜ່ຜ່ານໂຊຊຽວມີເດຍ ເລີ່ມຈາກທີ່ຮ້ານ Jewel ທີ່ສະໜາມບິນສາກົນຊາງງີ ໂດຍມີພະນັກງານຕ້ອນຮັບເທິງຍົນ ( ແອໂຮສເຕສ ) ກ່າວຕ້ອນຮັບ ແລະ ແນະນຳຄວາມປອດໄພໃຫ້ປະຊາຊົນກຽມພ້ອມເຂົ້າສູ່ວິຖີຊີວິດໃໝ່.

ໂດຍລັດຖະບານຈະໃຊ້ 3 ຍຸດທະສາດສຳຄັນ ຄື: ການກວດຫາຜູ້ຕິດເຊື້ອ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ສັກວັກແຊັງປ້ອງກັນໂຄວິດ – 19 ( Let’s test, Let’s trace, Let’s vaccinate ) ໂດຍໃຊ້ຊຸດກວດຫາເຊື້ອແບບງ່າຍສາມາດກວດເອງທີ່ເຮືອນໄດ້, ກ່ອນຈະອອກຈາກເຮືອນໃຫ້ເອົາ Token ໄປນຳ, ໄປໃສກໍສາມາດກວດກາຈາກແອັບພລິເຄຊັນຜ່ານສະມາດໂຟນ, ໃນຂະນະດຽວກັນລັດຖະບານຈະເລັ່ງສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນ ໂດຍສະເພາະແມ່ນຜູ້ອາຍຸສູງ ແລະ ເດັກນ້ອຍ.