ໜັງສືພິມປະຊົນຊົນ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງ ຖວທ

356
ໃນຕອນເຊົ້າຂອງວັນທີ 6 ກໍລະກົດ 2021 ໜັງສືພິມປະຊົນຊົນ ສຽງຂອງສູນກາງພັກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ຖວທ ຂຶ້ນໃນວັນທີ 6 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງ ໜັງສືພິມປະຊາຊົນໂດຍການເຂົ້າຮ່ວມ ແລະ ເຜີຍແຜ່ຂອງ ສະຫາຍ ວັນໄຊ ຕະວິນຍານ ກໍາມະການຄະນະພັກກະຊວງ ເລຂາໜ່ວຍພັກ ໜັງສືພິມປະຊາຊົນ, ມີຮອງເລຂາໜ່ວຍ, ສະມາຊິກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ຈຸດປະສົງໃນການເຜີຍແຜ່ເຊື່ອມຊຶມຄັ້ງນີ້, ເພື່ອໃຫ້ຄະນະພັກ, ສະມາຊິກພັກສົມບູນ ແລະ ພະນັກງານ-ລັດຖະກອນ ໄດ້ເຂົ້າໃຈເປັນເອກະພາບຕໍ່ເນື້ອໃນຂອງກອງປະຊຸມໃຫຍ່ຂອງ ພັກ ປປລ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ຖວທ ນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແຕ່ລະຮາກຖານພັກ, ຈັດຕັ້ງຜັນຂະຫຍາຍ, ຫັນເອົາມະຕິກກອງປະຊຸມໃຫຍ່ດັ່ງກ່າວໃຫ້ເປັນແຜນງານ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຫຼັງຈາກນັ້ນ, ກໍໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ 1 ສະຫາຍ