ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງ ຄັ້ງທີ I ປີ 2021 ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ໃສ່ 3 ຫົວຂໍ້ທີ່ສຳຄັນ

702

ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງ ຄັ້ງທີ I ປີ 2021 ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 6 ກໍລະກົດ 2021 ທີ່ ຫໍປະຊຸມແຫ່ງຊາດ, ພ້ອມທັງ ເຊື່ອມຕໍ່ແບບປະຊຸມທາງໄກ ກັບບັນດາແຂວງ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງອ້ອມຂ້າງສູນກາງ ເຂົ້າຮ່ວມ ຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້້, ຈະດຳເນີນເປັນເວລາ 3 ວັນ ແຕ່ວັນທີ 6-8 ກໍລະກົດ 2021 ຊຶ່ງເນື້ອໃນ ແມ່ນຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ໃສ່ 3 ຫົວຂໍ້ທີ່ສຳຄັນ ຄື:
1. ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021 ແລະ ສະຫຼຸບສະພາບພົ້ນເດັ່ນ ເດືອນມິຖຸນາ ແລະ ແຜນວຽກຈຸດສຸມ ເດືອນກໍລະກົດ 2021.
2. ການສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021, ນະໂຍບາຍຂອງລັດຖະບານ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.
3. ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ເນັ້ນໜັກວ່າ ບັນດາຫົວຂໍ້ ທີ່ນຳມາລາຍງານ ແລະ ປຶກສາຫາລື ໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນ ເພາະເປັນການຕີລາຄາຄືນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2021, ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໃນທ້າຍເດືອນມິຖຸນາ 2021 ທີ່ຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳ ບົນຈິດໃຈສ້າງການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ໃນໂອກາດດຽວກັນ, ທ່ານ ຍັງໄດ້ຮຽກຮ້ອງ ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ, ມີທັດສະນະກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ດຳເນີນມີປະສິດທິຜົນ ແລະ ບັນລຸຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ