ເຈົ້າແຂວງຈຳປາສັກ ຕ້ອນຮັບ ຄະນະສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງແຜນການ ແລະການລົງທຶນ

550

ໃນວັນທີ 6 ກໍລະກົດ 2021, ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ໃນໂອກາດມາເຄື່ອນໄຫວ ຕິດຕາມວຽກງານ ຢູ່ແຂວງຈຳປາສັກ.

ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ກ່າວຈຸດປະສົງຂອງການມາ ເຄື່ອນໄຫວວຽກງານ ຄັ້ງນີ້ວ່າ: ເພື່ອຕິດຕາມກວດກາ ແລະ ຊຸກຍູ້ ວຽກງານການນໍາເຂົ້າ-ສົ່ງອອກ ພ້ອມທັງ ປຶກສາ ຫາລື ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບ ກົນໄກການຈັດຕັ້ງປະຕິບັດ ການຂໍເປີດນໍາໃຊ້ລະບົບໜ່ວຍງານ ຫ້ອງການບໍລິການປະຕູດຽວ ຢູ່ ທ່າບົກວັງເຕົ່າ (Dry port) ໃນເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ, ແຂວງຈໍາປາສັກ ເພື່ອອໍານວຍຄວາມສະດວກໃນການ ຕິດຕາມກວດກາສິນຄ້າ ຂາເຂົ້າ-ຂາອອກ ຜ່ານແດນ ຢູ່ໃນເຂດດັ່ງກ່າວ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບ ຄະນະ ສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ ຕິດຕາມ ຊຸກຍູ້ ວຽກຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ຄວາມພ້ອມຂອງຫ້ອງການບໍລິການປະຕູດຽວຢູ່ທ່າບົກ (Dry port) ຢູ່ ແຂວງຈໍາປາສັກ ເຫັນວ່າ ມາຮອດປະຈຸບັນໄດ້ສໍາເລັດການກໍ່ສ້າງໄປແລ້ວປະມານ 95% ຂອງໜ້າວຽກທັງໝົດ ແລະຄາດວ່າຈະເປີດເປັນທາງການໃນໄວໆນີ້. ເປັນການ ປະກອບສ່ວນ ພັດທະນາພື້ນຖານໂຄງລ່າງ ຄົມມະນາຄົມຂົນສົ່ງ, ການບໍລິການໂລຈິດສຕິກ ແລະ ການບໍລິການທາງຜ່ານ ສົ່ງເສີມການດຳເນີນທຸລະກິດ, ການຄ້າ, ການລົງທຶນ ແລະການບໍລິການ ຢູ່ ແຂວງຈຳປາສັກ ແລະພາກພື້ນ.