ອິຕາລີ ຂາດ ສະປິນາຊໂຊລາ ວັດຄົມ ແອັດສະປາຍ ຄືນນີ້ ຢູໂຣ 2020 ຮອບຮອງຊະນະເລີດ

538

ອິຕາລີ ໝົດສິດໃຊ້ງານ ເລໂອນາໂດ ສະປິນາຊໂຊລາ ກອງຫຼັງຕົວເກັ່ງຂອງທີມ ຫຼັງໄດ້ຮັບບາດເຈັບໜັກໃນຮອບ 8 ທີມສຸດທ້າຍທີ່ຊ່ວຍ ອິຕາລີ ເອົາຊະນະ ແບນຊິກ ຫຼ້າສຸດໄດ້ຮັບການຢືນຢັນຢ່າງເປັນທາງການຈາກ ທີມຊາດອິຕາລີ ວ່າ ສະປິນາຊໂຊລາ ຕ້ອງພັກຍາວເຖິງເຄິ່ງປີ ແລະ ລາວໄດ້ກ່າວອໍາລາທີມຊາດອິຕາລີ ໃນຢູໂຣ 2020 ເປັນທີ່ຮຽບຮ້ອຍແລ້ວ.

ຖືວ່າເປັນຂ່າວຮ້າຍສໍາລັບ ອິຕາລີ ເພາະ ສະປິນາສໂຊລາ ເປັນນັກເຕະທີ່ມີສະຖິຕິການແລ່ນໄວທີ່ສຸດໃນຢູໂຣ 2020 ໂດຍໃນນັດທີ່ຜ່ານມາເປັນສ່ວນສໍາຄັນຊ່ວຍໃຫ້ກັບ ທີມຊາດອິຕາລີ ທະລຸເຂົ້າຮອບ 4 ທີມສຸດທ້າຍ ພ້ອມທັງເຮັດໃຫ້ ອິຕາລີ ເສຍພຽງ 2 ປະຕູເທົ່ານັ້ນ ແລະ ແນ່ນອນຄືນນີ້ວັນທີ 6 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 2:00 ໂມງຂອງວັນທີ 7 ກໍລະກົດ ) ຈະໝົດສິດຊ່ວຍ ອິຕາລີ ຮັບມືກັບ ທີມຊາດແອັດສະປາຍ ໃນການແຂ່ງຂັນຮອບຮອງຊະນະເລີດທີ່ສະໜາມເວມບຣີ ສະເຕດ້ຽມ ປະເທດອັງກິດ.

ຂະນະທີ່ ທີມຊາດແອັດສະປາຍ ກໍມີຂ່າວຮ້າຍເຊັ່ນກັນເມື່ອ ປາໂບລ ຊາຣາເບຍ ກອງໜ້າຕົວສໍາຄັນກໍອາດຈະກັບມາລົງສະໜາມໄໝ ຫຼັງມີລາຍງານວ່າລາວມີອາການບາດເຈັບ ແລະ ໜ້າຈະເປັນເລື່ອງທີ່ຍາກທີ່ຈະຟື້ນຕົວກັບມາທັນລົງສະໜາມນັດພົບກັບ ອິຕາລີ ໃນຄືນນີ້, ສ່ວນນັກເຕະຄົນອື່ນໆຂອງທັງສອງທີມແມ່ນພ້ອມລົງສະໜາມ.

ສໍາລັບ ສະຖິຕິການພົບກັນລະຫວ່າງ ອິຕາລີ ກັບ ແອັດສະປາຍ ໃນການແຂ່ງຂັນບານເຕະຢູໂຣ ທີ່ຜ່ານມາມີຄື: ປີ 2008 ສະໝີກັນ 0-0, ປີ 2012 ສະເໝີກັນ 1-1, ປີ 2012 ແອັດສະປາຍ ຊະນະ 4-0, ປີ 2016 ອິຕາລີ ຊະນະ 2-0, ສ່ວນລາຍການບານໂລກ ຮອບຄັດເລືອກທີ່ຜ່ານມາ ປີ 2016 ສະເໝກັນ 1-1 ແລະ ປີ 2017 ແອັດສະປາຍ ຊະນະ 3-0.

ສ່ວນຜົນງານທີ່ໂດດເດັ່ນ ໃນຢູໂຣ 2020 ຂອງທັງສອງທີມປາກົດວ່າ ອິຕາລີ ກາຍເປັນທີມທີ່ເສຍປະຕູໜ້ອຍທີ່ສຸດພຽງ 2 ປະຕູ ແລະ ຍິງໄປເຖິງ 11 ປະຕູ, ສ່ວນ ແອັດສະປາຍ ເປັນທີມທີ່ຍິງປະຕູໄດ້ຫຼາຍທີ່ສຸດ 12 ປະຕູ ແລະ ເສຍ 5 ປະຕູມີດັ່ງນີ້:
-ອິຕາລີ: ຮອບແບ່ງກຸ່ມຊະນະ ຕວັກກີ 3-0, ຊະນະ ສະວິດ 3-0 ແລະ ຊະນະ ເວລ 1-0; ຮອບ 16 ທີມຊະນະ ໂອຕຣິດ 2-1 ແລະ ຮອບ 8 ທີມສຸດທ້າຍຊະນະ ແບນຊິກ 2-1

-ແອັດສະປາຍ: ຮອບແບ່ງກຸ່ມສະເໝີ ຊູແອັດ 0-0, ສະເໝີ ໂປໂລຍ 1-1 ແລະ ຊະນະ ສະໂວລາເກຍ 5-0; ຮອບ 16 ທີມຊະນະ ໂຄຣອາຊີ 5-3 ແລະ ຮອບ 8 ທີມສຸດທ້າຍຊະນະການດວນຈຸດໂທດ ສະວິດ 3-1 ຫຼັງສະເໝີກັນ 1-1.
ຕ້ອງຕິດຕາມກັນເບິ່ງວ່າ ຄືນນີ້ທັງສອງທີມຈະມີຈຸດເດັ່ນແບບໃດ ແລະ ສຸດທ້າຍແລ້ວທີມໃດຈະກາຍເປັນທີມທໍາອິດທີ່ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໃນການແຂ່ງຂັນບານເຕະ ຢູໂຣ 2020.