6 ກໍລະກົດ ລາວ ຕິດເຊື້ອ +56 ຄົນ ພ້ອມຂໍໃຫ້ທຸກຄົນເລັ່ງໃຊ້ແອັບ “ລາວ ສູ້ສູ້” ເພື່ອຕິດຕາມ ແລະ ຮັບບໍລິການ ວຽກງານໂຄວິດ

685

ໃນວັນທີ 6 ກໍລະກົດ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ພ້ອມດ້ວຍ ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕນິກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະມາຮ່ວມຖະແຫຼງຂ່າວ ກ່ຽວກັບການນຳໃຊ້ແອບ “ລາວ ສູ້ສູ້” ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ວັນທີ 5 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.559 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 56 ຄົນ, ຈາກ ນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາສັກ 45 ຄົນ ແລະ ແຂວງວຽງຈັນ 1 ຄົນ. ໃນນັ້ນ ກໍລະນີນຳເຂົ້າມີ 54 ຄົນ ຈາກ ສະຫວັນນະເຂດ 7 ຄົນ, ຈຳປາສັກ 44 ຄົນ ແລະ ນະຄອນຫຼວງ 3 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ;ການຕິດເຊື້ອໃນຊຸມຊົນມີ 2 ຄົນ ຈາກ ແຂວງວຽງຈັນ 1 ຄົນ ແລະ ຈຳປາສັກ 1 ຄົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ;ມາຮອດປັດຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 2.356 ຄົນ,ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 249 ຄົນ.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້: ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ; ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ); ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳຜັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່; ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 9 ບ້ານ ໃນ 5 ເມືອງ ຄື: ເມືອງຈັນທະບູລີ, ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ.

ທ່ານກ່າວຕື່ມວ່າ: ປະຈຸບັນ ຜູ້ຊ່ຽວຊານໃນທົ່ວໂລກ ກຳລັງເຝົ້າລະວັງ ຕິດຕາມ ການພັດທະນາຂອງເຊື້ອໂຄວິດ-19 ຢ່າງໃກ້ຊິດ ເຊິ່ງສາຍພັນ ທີ່ຜູ້ຊ່ຽວຊານ ໃຫ້ຄວາມກັງວົນຫຼາຍທີ່ສຸດ ໃນຕອນນີ້ແມ່ນ ມີ ຢູ່ 4 ສາຍພັນ ຄື: ສາຍພັນ ອານຟ້າ ກວດພົບຄັ້ງທຳອິດຢູ່ ອັງກິດ; ສາຍພັນ ເບຕ້າ ກວດພົບຄັ້ງທຳອິດຢູ່ ອາຟຣິກກາໃຕ້; ສາຍພັນ ກາມມ້າ ກວດພົບຄັ້ງທຳອິດຢູ່ ບຣາຊິວ; ສາຍພັນ ເດວຕ້າ ກວດພົບຄັ້ງທຳອິດຢູ່ ອິນເດຍ. ເຊິ່ງສາຍພັນດັ່ງກ່າວ ອົງການອະນາໄມໂລກ ຈັດໃຫ້ຢູ່ໃນກຸ່ມ “ສາຍພັນທີ່ໜ້າເປັນຫ່ວງ” ເນື່ອງຈາກເປັນບັນຫາທາງດ້ານສາທາລະນະສຸກ ເພາະສາຍພັນດັ່ງກ່າວ ສາມາດຕິດຕໍ່ໄດ້ງ່າຍ, ໄວກວ່າເກົ່າ ແລະ ເຮັດໃຫ້ມີອາການຮຸນແຮງໄດ້. ສຳລັບ ສາຍພັນ ເດວຕ້າ ນັ້ນ ແມ່ນມີອັດຕາການແຜ່ເຊື້ອສູງກວ່າ ສາຍພັນອານຟ້າ ເຖິງ 60 %, ປະຈຸບັນ ສາຍພັນເດວຕ້າ ໄດ້ແຜ່ລະບາດໄປຫຼາຍກວ່າ 90 ປະເທດໃນທົ່ວໂລກ.


ສ່ວນ ສາຍພັນທີ່ຖືກຈັດຢູ່ໃນກຸ່ມ “ສາຍພັນທີ່ຄວນເຝົ້າລະວັງ” ໄດ້ແກ່ ແອັບໄຊລອນ, ຊີຕາ, ອີຕາ, ເຕຕ້າ, ໄອໂອຕ້າ, ກັບປ້າ ແລະ ລຳດ້າ. ສຳລັບ ສາຍພັນ ກັບປ້າ ທີ່ກວດພົບເຫັນຢູ່ ສປປ ລາວ ເຮົານັ້ນ ແມ່ນເປັນສາຍພັນທີ່ບໍ່ຮຸນແຮງ ແລະ ບໍ່ທັນຖືກຮັບຮອງຈາກອົງການອະນາໄມໂລກເທື່ອ ແຕ່ກໍ່ຍັງໄດ້ເຝົ້າລະວັງ ແລະ ຕິດຕາມ; ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ ສັງເກດເຫັນວ່າ ຢູ່ທົ່ວໂລກ ແມ່ນເພິ່ມຂຶ້ນເລັກນ້ອຍ ແຕ່ບັນດາປະເທດອ້ອມຂ້າງ ທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາ ຍັງສືບຕໍ່ມີການລະບາດພາຍໃນຊຸມຊົນຢ່າງຕໍ່ເນື່ອງ ບາງປະເທດ ມີລາຍງານຜູ້ຕິດເຊື້ອໃໝ່ສູງເຖິງ 6 ພັນກວ່າຄົນ ໃນມື້ດຽວ ແລະ ກວດພົບເຫັນສາຍພັນເດວຕ້າ ສູງກວ່າ 50% ຂອງຜູ້ຕິດເຊື້ອໃໝ່ ເຊິ່ງມີຄວາມສ່ຽງສູງ ທີ່ຜູ້ເດີນທາງຈາກປະເທດດັ່ງກ່າວ ຈະນຳເອົາເຊື້ອໂຄວິດ-19 ສາຍພັນໃໝ່ນີ້ ເຂົ້າມາແຜ່ລະບາດໃນປະເທດຂອງພວກເຮົາໄດ້, ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ, ຖ້າຫາກທ່ານພົບເຫັນບຸກຄົນດັ່ງກ່າວ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ ຢ່າງທັນການ.

ດ້ານ ທ່ານ ທະວີສັກ ມະໂນທຳ ກ່າວວ່າ: ເພື່ອຕອບຕ້ານ ການແຜ່ລະບາດຂອງພະຍາດ Covid-19, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມມືກັບ ກະຊວງສາທາລະນະສຸກ ແລະ ບໍລິສັດ ເອັສບີເລັບ 856 ຈໍາກັດ ເຊິ່ງເປັນນັກພັດທະນາໂປຣແກຣມ ຄົນລາວ ຊ່ວຍກັນພັດທະນາເຄື່ອງມື ເພື່ອຕອບຕ້ານ ການລະບາດຊອງພະຍາດ Covid-19 ຊຶ່ງພວກເຮົາເອີ້ນບໍລິການນີ້ວ່າ “ລາວ ສູ້ສູ້” ໂດຍການນຳໃຊ້ຜ່ານລະບົບໂປຣແກຣມ LaoKYC ຊຶ່ງເປັນການໜູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍ ເພື່ອສ້າງຄວາມແນ່ນອນ, ຊັດເຈນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະແພດໝໍໄດ້ ໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ມີຄວາມສ່ຽງ ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ.

ແອັບ “ລາວ ສູ້ສູ້” ແມ່ນພັດທະນາເປັນເຄື່ອງມືນີ້ເຂົ້າມາຊ່ວຍເພື່ອເຮັດໜ້າທີີ່ ໃນການລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ບ້ານ ຫຼື ສະຖານທີີ່ກັກຕົວເຊັ່ນ ອຸນນະພູມຮ່າງກາຍອາການໄຂ້, ໄອ, ເມື່ອຍ, ແລະ ອື່ນໆ ຫຼື ທີ່ເອີ້ນວ່າ iFeel (ອາການຂ້ອຍ); ຕິດຕາມການເດີນທາງຂອງຄົນເພື່ອໃຫ້ຮູ້ວ່າໄປສະຖານທີ່ໃດໂດຍການສະແກນ QR Code ແລະ ລະບົບຈະແຈ້ງເຕືອນ ຖ້າມີກຸ່ມສ່ຽງໄປສະຖານທີີ່ດັ່ງກ່າວ ຫຼື ທີ່ເອີ້ນວ່າ iGo (ໄປໃສ); ເບິີ່ງການເຄື່ອນໄຫວຂອງເຮົາເອງ ເພື່ອລາຍງານແພດໝໍ ຫຼື ທີ່ເອີ້ນວ່າ Timeline (ການເຄື່ອນໄຫວ); ໃຊ້ໃນການ ລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງໜ້າ ຫຼື ທີ່ເອີ້ນວ່າ iVac (ສັກວັກຊິນ) ເຊິ່ງຈະຊ່ວຍຈອງຄິວທ່ານກ່ອນມາຮັບວັກຊິນ ເພື່ອລົດຄວາມແອອັດຂອງປະຊາຊົນທີ່ຕ້ອງການມາຮັບວັກຊິນ; ໃຊ້ໃນການ ລົງທະບຽນ ແລະ ຈອງຄິວເຂົ້າກວດເຊື້ອ ໂຄວິດ-19 ຫຼື ທີ່ເອີ້ນວ່າ iTest (ໄປກວດ) ນີ້ກໍ່ເພື່ອ ຊ່ວຍລົດຄວາມແອອັດໃນການເຂົ້າມາກວດຫາເຊື້ອ ໂຄວິດ-19 ຂອງກຸ່ມສຳພັດໃກ້ຊິດໄດ້ເຊັ່ນກັ, ເຊິ່ງການບໍລິການແອັບດັ່ງກ່າວນີ້ແມ່ນເປີດໃຫ້ບໍລິການຟຣີໂດຍບໍ່ເສຍຄ່າ.