ກຽມພ້ອມຮັບມື ພາຍຸໝູນເຂດຮ້ອນຟ້າລົມຝົນຕົກໜັກໃນທຸກພາກແຕ່ 6 – 9 ກໍລະກົດນີ້

1929

ທຸກຢ່າງທີ່ເຂົ້າມາລ້ວນເປັນບັນຫາ  ຈັກພະຍາດລະບາດ, ໄພທຳມະຊາດຕາມລະດູການ ແຕ່ທຸກຄົນໃຫ້ມີສະຕິບໍ່ໃຫ້ບັນຫາເຫຼົ່ານັ້ນມາທຳລາຍຕົນເອງ ແລະຄອບຄົວ ດ້ວຍການມີສະຕິລະມັດລະວັງບໍ່ປະໝາດມີຟ້າລົມຝົນຕົກຈະຟ້າວໄປທຳມາຫາກິນສ່ຳໃດຕ້ອງພັກກ່ອນ ແລະພັກຢູ່ບ່ອນທີ່ປອດໄພ ຫຼີກລຽງກ້ອງຮົ່ມໄມ້ອັນເປັນຈຸດສ່ຽງຂອງການເກີດຟ້າຜ່າ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0784/ອກຕທ, ລົງວັນທີ 5 ກໍລະກົດ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 – 11 ກໍລະກົດ 2021 ວ່າ: ໃນໄລຍະວັນທີ 5 -11 ກໍລະກົດນີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ປ່ອງໃສ່ພາຍຸໝຸນເຂດຮ້ອນທີ່ຈະເຄື່ອນທີ່ຢູ່ທະເລຈີນໃຕ້ຕອນກາງ ແລະ ຕອນເທິງ ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ ຫວຽດນາມ, ຊຶ່ງຕະຫຼອດໄລຍະການເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ພ້ອມນີ້, ຍັງມີຄຳເຕືອນເພື່ອເຝົ້າລະວັງສະພາບອາກາດຮ້າຍແຮງໄລຍະວັນທີ 6 – 9 ກໍລະກົດ 2021 ເນື່ອງຈາກພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຜ່ານເກາະໄຮ່ໜຳ ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອ ຂອງ ສສ ຫວຽດນາມ ແລະ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ເພີ່ມກໍາລັງແຮງພັດປົກຄຸມທົ່ວທຸກພາກຂອງ ສປປ ລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນໄດ້, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ.