ຮູ້ຈັກ Lockdown Brain Fog ຢູ່ເຮືອນດົນສະໝອງຕື້

417

ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງມີຜູ້ຕິດເຊື້ອບໍ່ເປັນສູນເທື່ອ ແລະ ແນ່ນອນມັນໄດ້ເຮັດໃຫ້ຫ້ອງການ ສຳນັກງານຕ່າງໆທີ່ມີບຸກຄະລາກອນ ຫຼື ພະນັກງານເປັນຈຳນວນຫຼາຍຕ້ອງໄດ້ເຮັດວຽກຢູ່ເຮືອນ ເພື່ອປ້ອງກັນການຕິດເຊື້ອດັ່ງກ່າວ.

May be an image of 1 person

ສະນັ້ນ, ຫຼາຍຄົນທີ່ເຮັດວຽກໂດຍການໃຊ້ຄວາມຄິດຫຼາຍແຕ່ໄດ້ເຮັດວຽກຢູ່ເຮືອນກໍອາດຈະເຮັດໃຫ້ຄຽດໄດ້ ເພາະຄວາມບໍ່ສົມດຸນລະ ຫວ່າງຊີວິດການເຮັດວຽກ ແລະ ຊີວິດສ່ວນຕົວ ພ້ອມຍັງມີອີກສິ່ງທີ່ອາດເກີດຂຶ້ນໄດ້ຄື Lockdown Brain Fog ພາວະສະໝອງຕື້ຈາກການຢູ່ເຮືອນດົນໆ.

May be an image of 1 person and indoor

Lockdown Brain Fog ຄືຫຍັງ?

ຄຳນີ້ເປັນຄຳທີ່ໃຊ້ເອີ້ນອາການສະໝອງຕື້ ລະເມີລອຍ ຄ້າຍກັບເວລາເຮົານອນບໍ່ພໍ ແລ້ວງົງໆ ມຶນໆ ເຮັດຫຍັງໄດ້ບໍ່ເຕັມທີ່ ຄຳນີ້ເປັນຄຳທີ່ເກີດຂຶ້ນໃນໄລຍະທີ່ມີການລັອກດາວ.

May be an image of 2 people, indoor and office

ມີລາຍງານວ່າຄົນທົ່ວໂລກເກີດອາການນີ້ກັນຫຼາຍໃນໄລຍະສະຖານະການໂຄວິດ – 19 ທີ່ຜ່ານມາເພາະຕ້ອງຢູ່ແຕ່ເຮືອນ ບໍ່ຄ່ອຍໄດ້ເຮັດຫຍັງ ສາເຫດທີ່ເກີດມາຈາກ 3 ປັດໄຈຫຼັກນຳກັນ ຄື:

1 ເຮົາບໍ່ໄດ້ຕິດຕໍ່ໂອ້ລົມກັບໃຜ ຂາດສັງຄົມ ຂາດການສື່ສານເຮັດໃຫ້ສະໝອງອາດຖືກໃຊ້ວຽກໜ້ອຍລົງ.

2 ການຢູ່ໃນສະພາບແວດລ້ອມເດີມໆ ເຊັ່ນຢູ່ເຮືອນ ບໍ່ໄດ້ໄປໃສມາໃສ ບໍ່ໄດ້ເຫັນຫຍັງໃໝ່ໆ.

3 ຄວາມເຫງົາ ຄວາມເບື່ອທີ່ຕ້ອງຢູ່ຄົນດຽວ ເຮັດຫຍັງເກົ່າໆຊ້ຳໄປຊ້ຳມາ.

ຈາກລາຍງານຊີ້ວ່າປັດໄຈເຫຼົ່ານີ້ສົ່ງຜົນກະທົບຕໍ່ສຸຂະພາບກາຍ ແລະ ສຸຂະພາບຈິດ ເພາະມັນຂັດຕໍ່ທຳມະຊາດຂອງມະນຸດທີ່ປົກກະຕິຕ້ອງໃຊ້ສະໝອງໃນການຈັດການ ສື່ສານ ຄິດ ມີການທົດສອບພົບວ່າກຸ່ມຕົວຢ່າງທີ່ຢູ່ເຮືອນດົນໆການເຮັດວຽກຂອງສະໝອງມີປະສິດທິພາບຫຼຸດລົງໄປແທ້ໆ ພໍໄດ້ກັບໄປໃຊ້ຊີວິດແບບເກົ່າປະສິດທິພາບຂອງສະໝອງກໍຄ່ອຍໆກັບມາ.

ອາການ Lockdown Brain Fog ນັ້ນ ອາດຈະສົ່ງຜົນຕໍ່ການເຮັດວຽກ ວຽກທີ່ອອກມາອາດມີປະສິດທິພາບຫຼຸດລົງ ເນື່ອງຈາກປະສິດທິພາບຂອງສະໝອງຫຼຸດລົງ.

ແລ້ວເຮົາຈະຮັບມື ຫຼື ປ້ອງກັນແນວໃດ?

May be an image of 2 people, indoor and text

ສື່ສານສົນທະນາກັນໃຫ້ຫຼາຍຂຶ້ນ ບໍ່ວ່າຈະລົມກັນກັບຄົນຢູ່ເຮືອນ, ໂປຣແກມອອນລາຍ, ໂທຫາໝູ່ເພື່ອນ, ໂທຫາຄົນຮູ້ຈັກ.

ເຮັດກິດຈະກຳໃຫ້ຫຼາຍຂຶ້ນ ລອງເຮັດກິດຈະກຳໃໝ່ໆ ເຊັ່ນ: ອອກກຳລັງກາຍ, ອ່ານປຶ້ມ, ອອກໄປຍ່າງຫຼິ້ນໜ້າເຮືອນ.

ລຸກເປັນປະຈຳຢ່ານັ່ງເຮັດວຽກ ຫຼື ນອນຢູ່ເຮືອນຢ່າງດຽວ ຍ່າງ ລຸກໄປເຂົ້າຫ້ອງນ້ຳ ໄປຍ່າງຫຼິ້ນໃຫ້ຫຼາຍຂຶ້ນ.

ຫາຫຍັງຜ່ອນຄາຍ ເບິ່ງຮູບເງົາ ຟັງເພງ ອ່ານປຶ້ມ ກິນອາຫານທີ່ມັກ ຫາຫຍັງເຮັດໃຫ້ຕົນເອງຜ່ອນຄາຍຈະຊ່ວຍໄດ້.

ກິນອາຫານບຳລຸງສະໝອງ.

ນອນຫຼັບໃຫ້ພຽງພໍ.

ທີ່ມາ: https://www.sanook.com/health/29305/