ນັກກີລາທີມຊາດ ຜັນຕົວສູ່ບັນເທີງ ເຂົ້າຮອບ 20 ຄົນເປັນທີ່ຮຽບຮ້ອຍແລ້ວ ໃນເວທີ Mister International Laos 2021

1098

ມາສ່ອງ 1 ໃນ 20 ໜຸ່ມຫຼໍ່ຈາກເວທີ Mister International Laos 2021 ໜຸ່ມຄົນນີ້ມີພອນສະຫວັນ ກີລາກໍໄດ້ຮ້ອງເພງກໍດີ ບຸນປະເສີດ ວັນທານຸວົງ ( ໂດ່ໂດ້ ) ໝາຍເລກ MRL14 ອາຍຸ 21 ປີ ຈາກນະຄອນຫຼວງວຽງຈັນ ປັດຈຸບັນເປັນເດັກຝຶກຫັດຈາກສັງກັດຄ້າຍ back modeling.

May be an image of 1 person and text that says 'MISTER INTERNATIONAL LAOS LAOS NTL MISTER MISTER 14 Bounpaseuth VATHANUVONG Loveyou Love Studio'

ໂດ່ໂດ້ ໄດ້ໃຫ້ສໍາພາດວ່າ: ຕົນຫາກໍຜ່ານການປະກວດ Mister Supranational Laos 2021 ມາໝາດໆແຕ່ໄປບໍ່ເຖິງເປົ້າມາຍທີ່ຕັ້ງໄວ້ ຈຶ່ງໄດ້ຕັດສິນໃຈລົງປະກວດໃນເວທີ Mister International Laos 2021 ອີກຄັ້ງໜຶ່ງ ເພື່ອເດີນຕາມຄວາມຝັນຂອງຕົນເອງໃຫ້ເປັນຈິງ ສໍາລັບໂດ້ເອງ ນອກຈາກມີຄວາມໃຝ່ຝັນຂອງການເປັນນັກກີລາທີ່ເກັ່ງແລ້ວ ການປະກວດຄັ້ງນີ້ກໍເປັນເວທີໜຶ່ງທີ່ເປັນອີກເສັ້ນທາງທີ່ທ້າທາຍຫຼາຍ ເພາະຍັງເປັນນ້ອງໃໝ່ທີ່ກ້າວເຂົ້າສູ່ວົງການບັນເທີງ ແຕ່ໂດ້ກໍຈະພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອເປັນແບບຢ່າງໃຫ້ຄົນໃນສັງຄົມ ແລະ ຢາກປະສົບຜົນສໍາເລັດທາງດ້ານວົງການບັນເທີງ.

May be an image of 1 person and indoor

ໂດ່ໂດ້ເປັນຄົນໜຶ່ງທີ່ຢຶດໝັ້ນກັບຄະຕິທີ່ວ່າ “ ຢ່າຢຸດພັດທະນາຕົວເອງເຮັດໃນສິ່ງທີ່ມັກໃຫ້ມີຄວາມສຸກ ແລະ ເຮັດໜ້າທີ່ຕົວເອງໃຫ້ດີທີ່ສຸດ ” ນອກຈາກເປັນນັກກີລາແລ້ວ ໂດ້ຍັງມີຄວາມສາມາດອີກຢ່າງໜຶ່ງຄືການຮ້ອງເພງ ແລະ ຫວັງວ່າອາດຈະມີໂອກາດໄດ້ໂຊພິເສດເທິງເວທີ Mister International Laos ໃນຄັ້ງນີ້ ຂໍຝາກທຸກຄົນເຊຍ ແລະ ທາງຄະນະກໍາມະການໃຫ້ໂອກາດໂດ່ໂດ້ນໍາເດີ ຈະເຮັດໃຫ້ດີທີ່ສຸດ.

May be an image of 3 people, people standing and indoor

ສິ່ງທີ່ເຊື່ອຢູ່ສະເໝີກ່ຽວກັບຕົນເອງ ແລະ ຫວັງວ່າຄະນະກໍາມະການຈະໄດ້ເຫັນ ກໍຄືເປັນຄົນຮຽນຮູ້ໄວ, ຕັ້ງໃຈສູ້ ແລະ ພ້ອມພັດທະນາຕົວເອງຢູ່ຕະຫຼອດ ເຮັດໜ້າທີ່ຕົວເອງໃຫ້ເຕັມທີ່ດີທີ່ສຸດ ໂດ້ມີຄວາມຕັ້ງໃຈຫຼາຍ ເຊິ່ງກ່ອນການເຂົ້າປະກວດນ້ອງມີການກຽມຕົວຝຶກຊ້ອມກັບຮຸ່ນອ້າຍຮຸ່ນເອື້ອຍຢູ່ the back Academy ມາກ່ອນຈະມາປະກວດ ເຊິ່ງອ້າຍເອື້ອຍເພິ່ນກໍໄດ້ຖ່າຍທອດຄວາມຮູ້ ແລະ ບົດຮຽນຫຼາຍໆຢ່າງໃຫ້ ເຊິ່ງນ້ອງເຊື່ອວ່າຈະເປັນຕົ້ນທຶນທີ່ດີແນ່ນອນໃນການປະກວດຄັ້ງນີ້.

May be a closeup of 1 person, sitting, sunglasses and outdoors

ສໍາລັບຕົວໂດ້ເອງ ການປະກອບສ່ວນຊ່ວຍເຫຼືອສັງຄົມແມ່ນເລີ່ມຈາກຈຸດນ້ອຍໆຄ່ອຍກ້າວໄປສູ່ຈຸດທີ່ໃຫຍ່ຂຶ້ນເທົ່າທີ່ຕົນເອງມີກຳລັງ ແລະ ໄຫວ ເຊັ່ນເວລາເຫັນຄົນເຖົ້າຄົນແກ່ຢູ່ຢ່າງລຳບາກຕາມທ້ອງຖະໜົນ ນ້ອງກໍມັກຈະເອົາເງິນໃຫ້ເຂົາເຈົ້າ ຫຼື ຊື້ເຂົ້າໃຫ້ເຂົາເຈົ້າກິນ ນັ້ນກໍແມ່ນຈຸດນ້ອຍໆໜຶ່ງທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ.

May be an image of 1 person, sitting, standing and indoor

ໃນຍາມວ່າງນ້ອງເປັນຄົນມັກອອກກໍາລັງກາຍເຂົ້າ Gym ຕີດອກປີກໄກ່ນໍາໝູ່ ແລະ ມັກຝຶກຊ້ອມຮ້ອງເພງ ສ່ວນສະຕາຍການແຕ່ງຕົວເປັນຄົນສະບາຍໆ ບາງຄັ້ງກໍມັກນຸ່ງຊຸດກີລາຖ້າອອກໄປນອກ ອາດຈະໃສ່ໂສ້ງຢີນເສື້ອຢືດ ຫຼື ອາດຈະເປັນເສື້ອເສີດເປັນບາງຄັ້ງ ແຕ່ຈະມັກໃສ່ເປັນສີດໍາເພາະມັກສີດໍາເປັນພິເສດ ແລະ ຜົນງານທີ່ຜ່ານມາໄດ້ຖ່າຍໂຄສະນາສະບູນົກແກ້ວ, ນົມດັສມິວ ແລະ ເສື້ອຜ້າກີລາ ຝາກເຊຍໝາຍເລກ 14 ຕິດຕາມການເຄື່ອນໄຫວຕ່າງໆໄດ້ທີ່ Do Vanthanu vong.

ຮູບ: Do Vanthanuvong