ໄປເບິ່ງທີ່ໄປທີ່ມາຂອງ ແຫຼ່ງກອງທຶນ ແລະ ເປົ້າໝາຍການນໍາໃຊ້ກອງທຶນ ກິລາ-ກາຍຍະກໍາ

536

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ກອງທຶນກິລາ-ກາຍຍະກໍາ ດັ່ງນີ້:
#ຫມວດທີ 7 ກອງທຶນກິລາ-ກາຍຍະກໍາ
+ມາດຕາ 67 (ປັບປຸງ) ການສ້າງຕັ້ງກອງທຶນ
ກອງທຶນກິລາ-ກາຍຍະກໍາ ແມ່ນ ກອງທຶນທີ່ສ້າງຕັ້ງຂຶ້ນ ເພື່ອພັດທະນາວຽກງານກິລາ-ກາຍ ຍະກໍາ ໃຫ້ກວ້າງຂວາງ, ກ້າວຫນ້າ, ທັນສະໄຫມ ແລະ ມີຄຸນນະພາບ.

+ມາດຕາ 68 (ປັບປຸງ) ແຫຼ່ງກອງທຶນ
ກອງທຶນກີລາ-ກາຍຍະກໍໄດ້ມາຈາກ:
1. ການປະກອບສ່ວນຂອງລັດ;
2. ລາຍຮັບຈາກການແຂ່ງຂັນກິລາ ແລະ ລາຍໄດ້ອື່ນ ເປັນຕົ້ນ ການມອບໂອນ, ຍົກຍ້າຍ ນັກກີລາ, ການບໍລິການ, ການຂາຍລິຂະສິດ ແລະ ອຸປະກອນ ກ່ຽວກັບກິລາ-ກາຍຍະກໍາ;
3. ການຊ່ວຍເຫຼືອ ຫຼື ອຸປະຖໍາຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;

4. ລາຍຮັບອື່ນ ທີ່ຖືກຕ້ອງຕາມກົດຫມາຍ.
ສໍາລັບ ການມອບໂອນ, ຍົກຍ້າຍນັກກີລາ ແລະ ການບໍລິການ ກ່ຽວກັບກິລາ-ກາຍຍະກໍາ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
+ມາດຕາ 69 (ໃຫມ່) ເປົ້າຫມາຍການນໍາໃຊ້ກອງທຶນກິລາ-ກາຍຍະກໍາ
ກອງທຶນກິລາ-ກາຍຍະກໍາ ນໍາໃຊ້ເຂົ້າໃນເປົ້າຫມາຍ ດັ່ງນີ້:
1. ການພັດທະນານັກກິລາ ແລະ ບຸກຄະລາກອນກິລາ-ກາຍຍະກໍາ ລະດັບຊາດ;

2. ປະກອບສ່ວນໃຫ້ທຶນການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບວຽກງານກິລາ-ກາຍຍະກໍາ ຕາມການຕົກລົງຂອງສະພາບໍລິຫານກອງທຶນ ຊຶ່ງມີລະບຽບການຕ່າງຫາກ;
3. ປະຕິບັດນະໂຍບາຍ ແລະ ສະຫວັດດີການແກ່ ນັກກິລາ ແລະ ບຸກຄະລາກອນກິລາ-ກາຍຍະກໍາ ລະດັບຊາດ ໃນຮູບແບບຕ່າງໆ ຕາມລະບຽບການ;
ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນກິລາ-ກາຍຍະກໍາ ຕ້ອງສອດຄ່ອງກັບກົດຫມາຍວ່າດ້ວຍ ງົບປະມານແຫ່ງລັດ ແລະ ລະບຽບການທີ່ກ່ຽວຂ້ອງ.

ຂ່າວ: ຄໍາສອນ ( ຫຼ້າ ) ຄັດຈາກ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ສະບັບປັບປຸງ