ກອງຮ້ອຍເອກະລາດ154(ເຄມີສາດ) ສຳເລັດການຍິງລູກປືນແທ້ໃຫ້ທະຫານໃໝ່

634

ໃນທ້າຍເດືອນ ມິຖຸນາ 2021 ຜ່ານມານີ້, ຄະນະພັກ – ຄະນະບັນຊາ ກອງຮ້ອຍເອກະລາດ154 (ເຄມີສາດ) ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງຍິງລູກປືນແທ້ໃຫ້ທະຫານໃໝ່ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 4, ມີສະຫາຍ ພັນໂທ ແກ້ວອຸດອນ ວົງພັນ ຫົວໜ້າພະແນກເຄມີສາດ, ມີຄະນະພັກ – ຄະນະບັນຊາ ກອງຮ້ອຍ 154, ສູນຝຶກທະຫານຮາບກອງພົນທີ 4, ພະນັກງານຄູ – ອາຈານແລະອ້າຍນ້ອງທະຫານໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ພັນຕີ ໄພລິນ ຈັນທະສົມ ຫົວໜ້າການທະຫານກອງຮ້ອຍ154 ຮັບຜິດຊອບການອົບຮົມທະຫານໃໝ່ ກໍ່ໄດ້ຜ່ານແຜນການປະຕິບັດການຍິງລູກປືນແທ້ ແລະ ພ້ອມທັງປະກາດລະບຽບໃນການອອກສະໜາມເພື່ອຮັບປະກັນຄວາມປອດໄພ 100% ຜ່ານການປະຕິບັດການຍິງລູກປືນແທ້ເຫັນໄດ້ວ່າ: ແຕ່ລະ ສະຫາຍ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ປະຕິບັດຕາມຄຳສັ່ງຜູ້ບັນຊາຢ່າງເຂັ້ມງວດ ແລະ ສາມາດກຳໄດ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສາມາດຕີລາຄາຂັ້ນເກັ່ງ 28 ສະຫາຍ ເທົ່າກັບ 44 %, ຂັ້ນດີ 24 ສະຫາຍ ເທົ່າກັບ 40 %, ຄາດໝາຍ 8 ສະຫາຍ ເທົ່າກັບ 16 %.


ໂອກາດນີ້ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4 ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດການຍິງລູກປືນແທ້ຂອງນັກຝຶກອົບຮົມທະຫານໃໝ່ໃນຄັ້ງນີ້, ສາມາດຮັບປະກັນຄວາມປອດໄພ 100%, ກຳໄດ້ບັນດາທ່າຈັ່ງວະທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ໄດ້ຮັບໝາກຜົນຕາມແຜນການຂອງຂັ້ນເທິງວາງໄວ້ ຕອນທ້າຍຍັງຮຽກຮ້ອງໃຫ້ທະຫານໃໝ່ເອົາໃຈໃສ່ພ້ອມກັນຄົ້ນຄວ້າພາກທິດສະດີແຕ່ລະພາກເພື່ອນຳໄປຈັດຕັ້ງຢູ່ກົມກອງຂອງຕົນທີ່ຈະໄດ້ໄປສັງກັດໃຫ້ໄດ້ຮັບຜົນດີ.


ຂ່າວ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທະຫານຮາບທີ 4)