ສ. ເກົາຫຼີ ມອບ ນໍ້າຢາເຄມີ ແລະ ອຸປະກອນການແພດ ສຳລັບກວດວິເຄາະພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ

614

ໃນວັນທີ 5 ກໍລະກົດ 2021 ຕາງໜ້າເອກອັກຄະລັດຖະທູດ ປະເທດ ສ. ເກົາຫຼີ ໄດ້ມອບ ນໍ້າຢາເຄມີ ແລະ ອຸປະກອນການແພດ ສຳລັບການກວດວິເຄາະພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກສປປລາວ, ຕາງໜ້າຮັບໂດຍທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ  ມູຮົງ ອິມ (Moohong IM)ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ, ພ້ອມມີບັນດາພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ, ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງສາທາລະນະສຸກຕຶກໃໝ່.


ທ່ານ  ມູຮົງ ອິມ(Moohong IM)ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວໄດ້ກ່າວວ່າ: ສໍາລັບ ຢູ່ ສ.ເກົາຫຼີ ປັດຈຸບັນ ກໍາລັງດໍາເນີນການສັກຢາວັກຊີນຢ່າງຂຸ້ນຂ້ຽວ ໃນແຕ່ລະວັນເພື່ອໃຫ້ຍອດສັກຢາວັກຊິນ ບັນລຸ 70%ຂອງປະຊາກອນທັງໝົດ ພາຍໃນເດືອນພະຈິກຂອງ ປີນີ້, ມາຮອດປັດຈຸບັນ ອັດຕາສັກຢາວັກຊິນ ເຂັມທີ1 ໃນ ສ.ເກົາຫຼີ ໄດ້ບັນລຸແລ້ວ 30% ຂອງພົນລະເມືອງທັງໝົດ, ໂດຍນັບແຕ່ວັນທີ 6ກໍລະກົດ ເປັນຕົ້ນໄປ ຜູ້ທີ່ເດີນທາງເຂົ້າປະເທດສ.ເກົາຫຼີ ທີ່ໄດ້ສັກຢາວັກຊິນປ້ອງກັນໂຄວິດ ຄົບສອງເຂັ້ມ ຢູ່ຕ່າງປະເທດແລ້ວ ແມ່ນສາມາດເດີນທາງເຂົ້າໄປຢ້ຽມຢາມຄອບຄົວ ຫຼື ຍາດຕິພີ່ນ້ອງໄດ້ ໂດຍບໍ່ຈໍາເປັນຕ້ອງຈຳກັດຕົນເອງ ເປັນເວລາ 14 ວັນ ຄືກັບເມື່ອກ່ອນ.


ກ່ອນໜ້ານີ້ ທີ່ບໍ່ທັນມີການລະບາດຂອງພະຍາດໂຄວິດ19, ໃນປີ 2010 ຜ່ານມາ ມີນັກທ່ອງທ່ຽວຊາວເກົາຫຼີ ຈຳນວນແສນກວ່າຄົນ ໄດ້ເດີນທາງມາທ່ອງທ່ຽວ ຢູ່ສປປ ລາວ ພົ້ນເດັ່ນຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໄດ້ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືຂອງສອງປະເທດ.  ຂ້າພະເຈົ້າຫວັງວ່າ ໃນອະນາຄົດບໍ່ດົນຕໍ່ໜ້ານີ້ ປະຊາຊົນສອງຊາດລາວ-ສ.ເກົາຫຼີ ຈະສາມາດກັບຄືນມາຢ້ຽມຢາມຊ້ອງໜ້າ ເຊິ່ງກັນ ແລະ ກັນໄດ້ຄືກັນເມື່ອກ່ອນ ຊຶ່ງຈະປະກອບສ່ວນ ເຂົ້າໃນການສ້າງຄວາມຈະເລີນຮຸ່ງເຮືອງ ແກ່ສອງປະເທດ. ໂຊກດີທີ່ວ່າ ໃນປັດຈຸບັນ ຍັງມີການບໍລິການຖ້ຽວບິນ ໄປມາ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ເດືອນລະ 2-3 ຖ້ຽວ ຈຶ່ງສາມາດຂົນສົ່ງບັນດາອຸປະກອນກວດຫາເຊື້ອໂຄວິດ-19 ແລະ ເຄື່ອງເກັບຕົວຢ່າງ ຈຳນວນ 58.000 ຊຸດຄັ້ງນີ້ ມາເຖິງ ສປປ ລາວ ໄດ້ຢ່າງໄວວາ. ຫວັງວ່າ ຈຳນວນອຸປະກອນເຫຼົ່ານີ້  ຈະຖືກນໍາໃຊ້ ຢ່າງເປັນປະໂຫຍດ ເຂົ້າໃນການກວດກາເຊື້ອກໍລະນີສົງໄສ ຢູ່ໃນສປປ ລາວ.


ຄວາມຈິງແລ້ວ, ລັດຖະບານ ແຫ່ງສາທາລະນະລັດເກົາຫຼີ ກຳລັງໃຫ້ການຊ່ວຍເຫຼືອ ສ້າງຂີດຄວາມສາມາດ ໃນການຕອບໂຕ້ພະຍາດໂຄວິດ19 ແກ່ບັນດາປະເທດອາຊຽນ ລວມທັງສປປ ລາວ ໂດຍຜ່ານກອງທຶນຮ່ວມມືສ.ເກົາຫຼີ-ອາຊຽນ ໂດຍໃນເດືອນເດືອນ ກໍລະກົດຂອງປີຜ່ານມາ, ລັດຖະບານສ.ເກົາຫຼີ ໄດ້ຊ່ວຍເຫຼືອ ໃນມູນຄ່າ 5 ແສນໂດລາສະຫະລັດ ແກ່ ສປປ ລາວ. ແນວໃດກໍຕາມ, ການຊ່ວຍເຫຼືອຜ່ານກອງທຶນອາຊຽນ ແມ່ນຕ້ອງໄດ້ຜ່ານຫຼາຍຂັ້ນຕອນຊຶ່ງການກະກຽມອຸປະກອນຊ່ວຍເຫຼືອ ແມ່ນຂ້ອນຂ້າງໃຊ້ເວລາດົນ, ສະນັ້ນ ຈົນມາຮອດເດືອນມີນາຂອງປີນີ້ ຈິ່ງສາມາດຈັດສົ່ງເຄື່ອງສໍາລັບກວດຫາເຊື້ອໂຄວິດ ຈໍານວນ 23.000 ຊຸດ ມາເຖິງ ສປປ ລາວ, ສ່ວນການຈັດສົ່ງເຄື່ອງກວດຫາເຊື້ອປະເພດ RT PCR ລວມທັງເຄື່ອງກວດຫາເຊື້ອມາໃຫ້ ສປປ ລາວ ເພີ່ມອີກນັ້ນ ຄາດວ່າຈະມາຮອດ ພາຍໃນ ອີກ 2 ເດືອນຕໍ່ໜ້ານີ້.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາການຊ່ວຍເຫຼືອຈາກລັດຖະບານ ສ. ເກົາຫຼີ ຕະຫຼອດໄລຍະຜ່ານມາ ລວມທັງການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງບັນດາເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນໃນວຽກງານການກວດຫາເຊື້ອພະຍາດໂຄວິດ-19 ໃນລາວ, ເຖິງແມ່ນວ່າຜູ້ຕິດເຊື້ອພາຍໃນຈະມີທ່າອ່ຽງຫຼຸດລົງ ແຕ່ກໍຍັງມີຜູ້ຕິດເຊື້ອທີ່ເດີນທາງມາຈາກປະເທດອື່ນ ທີ່ມີຈຳນວນເພີ່ມຂຶ້ນ ພ້ອມທັງມີການນຳເຂົ້າເຊື້ອສາຍພັນໃໝ່ມາ ທີ່ເປັນເຊື້ອພະຍາດທີ່ຮ້າຍແຮງກວ່າເກົ່າທີ່ລະບາດໃນລາວ, ສະນັ້ນທາງແພດໝໍພວກເຮົາຈຶ່ງຈຳເປັນຕ້ອງໄດ້ກຽມພ້ອມທຸກຢ່າງໃຫ້ພຽງພໍບໍ່ວ່າເຄື່ອງມືອຸປະກອນກວດຫາເຊື້ອ, ດັ່ງນັ້ນການຊ່ວຍເຫຼືອຄັ້ງນີ້ມີຄຸນຄ່າສູງ ແລະ ສາມາດນຳເຊົ້າໃນວຽກງານຕອບໂຕ້ ແລະ ປ້ອງກັນການລະບາດ ເຊື້ອໂຄວິດ-19 ໃນ ສປປ ລາວ.