ຄົບຮອບ 1 ປີ ໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຂະນະທີ່ເຂດ Thanaleng Dry Port ຄາດຈະເປີດໃຊ້ໃນເດືອນໜ້າ

744

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ເປັນໂຄງການບຸລິມະສິດສຳຄັນໜຶ່ງຂອງລັດຖະບານ ສປປ ລາວ ເພື່ອສ້າງເງື່ອນໄຂຂອງປະເທດ Land Lock ໃຫ້ເປັນ Land Link ຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ ເຊິ່ງໃຫ້ບໍລິການດ້ານໂລຊິດສະຕິກ ທີ່ເປັນລະບົບທັນສະໄໝ ຮອງຮັບການຂົນສົ່ງຫຼາຍຮູບແບບການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ແມ່ນໄດ້ມີພິທີວາງສີລາລືກການກໍ່ສ້າງໂຄງການ ຂຶ້ນໃນວັນທີ 3 ກໍລະກົດ 2020 ມາຮອດວັນທີ 3 ກໍລະກົດ 2021 ກໍຄົບຮອບ 1 ປີ, ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດປະມານ 382 ເຮັກຕາ ( ເບື້ອງຕົ້ນ ), ມູນຄ່າການລົງທຶນຂອງໂຄງການທັງໝົດ ປະມານ 727 ລ້ານໂດລາສະຫະລັດ ເປັນການພັດທະນາ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ພາຍໃຕ້ຮູບແບບ BOT ( Built Operate and Transfer ) ໂດຍມີອາຍຸສໍາປະທານ 50 ປີ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

อาจเป็นรูปภาพของ 3 คน และผู้คนกำลังยืน

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນດັ່ງກ່າວນີ້ ເປັນໂຄງການພັດທະນາເຂດໂລຊິດສະຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ອົງປະກອບຫຼັກມາໄວ້ຈຸດດຽວກັນ ເພື່ອສ້າງເງື່ອນໄຂຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ ເຊິ່ງໃຫ້ບໍລິການດ້ານໂລຊິດສະຕິກ ທີ່ເປັນລະບົບທັນສະໄໝຮອງຮັບການຂົນສົ່ງຫຼາຍຮູບແບບການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ. ທັງເປັນຈຸດສຸມ ສະເພາະກິດຈະການສ້າງມູນຄ່າເພີ່ມ ເຊັ່ນ: ພື້ນທີ່ບໍລິການສູນໂລຊິດສະຕິກ ເຊິ່ງບັນດາຜູ້ປະກອບການດໍາເນີນທຸລະກິດ ສາມາດເຄື່ອນໄຫວທຸລະກິດຂົນສົ່ງ, ໂລຊິດສະຕິກ ແລະ ການແຈກຢາຍສິນຄ້າທັງຜ່ານແດນພາຍໃນ ແລະ ຜ່ານແດນສາກົນ, ພື້ນທີ່ປອດພາສີສໍາລັບການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາລໍຖ້າການນໍາເຂົ້າ – ສົ່ງອອກ ລວມທັງສູນສົ່ງເສີມການຄ້າສາກົນ, ພື້ນທີ່ຈັດເກັບສິນຄ້າປະເພດທາດແຫຼວ ( Tank Farm ), ພື້ນທີ່ສູນສົ່ງເສີມການຄ້າສາກົນ, ພື້ນທີ່ການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາ ລໍຖ້າການນໍາເຂົ້າ – ສົ່ງອອກ, ພື້ນທີ່ສາງເຢັນ. ສໍາລັບສິນຄ້າປະເພດຊີ້ນສັດ, ໝາກໄມ້ ແລະ ພືດຜັກ, ສູນບໍລິການສົ່ງອອກຂອງ SME ແລະ ອື່ນໆ.

อาจเป็นรูปภาพของ ถนน และข้อความ

อาจเป็นรูปภาพของ ข้อความพูดว่า "Vientiane Logistics Park ผัว29ๆภามพัดทะบา และ ខดสำถับ DEVELOPMENT LAYOUT AND KEY COMPONENTS .port VLP consists container truck terminal, operational terminal Export Processing container and enhance exporters. allows import material Free Trade (FTZ Foreign Commercial Trading Logistics Park Total area: services Logistics Û warehousing distribution arm logistics facilities include storage, inventory nanagement warehouse VLP include fuel tank farm distribution importing and storing fuel from mthr serve Tank country."

อาจเป็นรูปภาพของ กลางแจ้ง และข้อความพูดว่า "Vient Vientiane Logistics Park 3 2 1. International Link Road 2. Main Gate & Office Buildings 3. Warehouse Container Yard"

ຕະຫຼອດໄລຍະ 1 ປີຜ່ານມາ ໂຄງການດັ່ງກ່າວກໍໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງມີຫຼາຍຄະນະທູດ ແລະ ຕາງໜ້າຈາກພາກສ່ວນສຳຄັນໄດ້ລົງໄປຢ້ຽມຢາມເລື້ອຍໆ. ມາປັດຈຸບັນການພັດທະນາໂຄງການດັ່ງກ່າວນີ້ ແມ່ນມີຄວາມຄືບໜ້າຫຼາຍດ້ານ ເຊັ່ນ: ການກໍ່ສ້າງຫ້ອງການ, ການກໍ່ສ້າງພື້ນຖານໂຄງລ່າງເຂດຕ່າງໆທີ່ພົ້ນເດັ່ນແມ່ນຄວາມຄືບໜ້າຂອງການກໍ່ສ້າງເຂດ Thanaleng Dry Port ທີ່ປັດຈຸບັນໃກ້ຈະສຳເລັດ ຄາດວ່າຈະໄດ້ເປີດນຳໃຊ້ໃນເດືອນສິງຫາ 2021 ນີ້. ພາຍຫຼັງໂຄງການດັ່ງກ່າວສ້າງສໍາເລັດ ສປປ ລາວ ຈະມີໂຄງລ່າງທີ່ທັນສະໄໝຄົບຊຸດສໍາລັບການເຊື່ອມຈອດລະບົບຂົນສົ່ງຫຼາຍຮູບແບບລະດັບສາກົນ, ທາງບົກ, ທາງລົດໄຟ ແລະ ທາງທະເລ, ຄາດວ່າຈະເປັນການຊຸກຍູ້ສົ່ງເສີມການຄ້າຂ້າມແດນ ໂດຍມີປະເທດລາວເປັນຈຸດສູນກາງໃນການຂົນສົ່ງທີ່ເຊື່ອມຕໍ່ ສປປ ລາວ ກັບ ສປ ຈີນ ແລະ ບັນດາປະເທດອ້ອມຂ້າງ ພ້ອມທັງເຊື່ອມໂຍງກັບຢູໂຣບອີກດ້ວຍ.