ທະນາຄານໂລກ ຈັດສັນງົບ 4 ຕື້ໂດລາ ຊື້ວັກແຊັງປ້ອງກັນໂຄວິດ ແຈກຢາຍໃຫ້ 51 ປະເທດ

223

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານໂລກຈະຈັດສັນງົບປະມານ 4 ພັນລ້ານໂດລາ ເພື່ອຊື້ວັກແຊັງປ້ອງກັນໂຄວິດ – 19 ແຈກຢາຍໃຫ້ແກ່ 51 ປະເທດທົ່ວໂລກ ໂດຍເຄິ່ງໜຶ່ງຂອງຈຳນວນເງິນດັ່ງກ່າວຈະຊື້ວັກແຊັງແຈກຢາຍໃຫ້ທະວີບອາຟຣິກກາ.

ຖະແຫຼງການຂອງທະນາຄານໂລກ ລະບຸວ່າ: ເງິນຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນ 4 ຕື້ໂດລານັ້ນ ມາຈາກສະມາຄົມເພື່ອການພັດທະນາລະຫວ່າງປະເທດ ( IDA ) ເຊິ່ງເປັນກອງທຶນຂອງທະນາຄານໂລກທີ່ມີຈຸດປະສົງເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກ, ການຈັດຫາເງິນທຶນຄັ້ງນີ້ຖືວ່າເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາທີ່ທະນາຄານໂລກຕັ້ງໃຈຈະຊ່ວຍເຫຼືອບັນດາປະເທດທີ່ມີລາຍໄດ້ຕ່ຳ ຫາ ປານກາງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍແຈກຢາຍວັກແຊັງ ແລະ ສະໜັບສະໜູນລະບົບສາທາລະນະສຸກໃຫ້ມີຄວາມເຂັ້ມແຂງຂຶ້ນ.

ສຳລັບ 51 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອຈາກທະນາຄານໂລກຄັ້ງນີ້ ປະກອບມີ: ອັຟການິດສະຖານ, ບັງກລາເທດ, ຟີລິບປິນ, ກຳປູເຈຍ, ອິນໂດເນເຊຍ, ສາທາລະນະລັດກົງໂກ, ການາ, ຊູດານ, ຕູນີເຊຍ, ເຢແມນ, ອູແກຣນ ແລະ ປະເທດອື່ນໆອີກ.